|
PPPP
|
 |
« on: 08-05-2008, 13:15:56 » |
|
ທ່ານ ຄຳພອນ ໄຊຍະສານ ເກີດເມື່ອວັນທີ 17/03/1947 ໃນຄອບຄົວຊາວນາ ທີ່ຄົງເຊໂດນ, ເມືອງຄົງເຊໂດນ, ແຂວງສາລະວັນ, ຊົນເຜົ່າລາວລຸ່ມ, ຖືສາສະໜາພຸດ, ເປັນລູກຊາຍຂອງທ່ານ ຈູ ແລະ ນາງ ນ໋ອຍ ໄຊຍະສານ, ມີອ້າຍເອື້ອຍນ້ອງຮ່ວມອຸທອນດຽວກັນທັງໝົດ 8 ຄົນ. ຕັ້ງແຕ່ຄາວຍັງເຍົາໄວ, ເພີ່ນເປັນຜູ້ໜຶ່ງທີ່ມີຄວາມມານະອົດທົນໃນການອອກແຮງງານ, ສະແຫວງຫາຄວາມຮູ້, ເມື່ອໄດ້ອາຍຸ 8 ປີ ເຖິງ 13 ປີ (1955-1960) ໄດ້ຮຽນຈົບຊັ້ນປະຖົມ ຢູ່ທີ່ບ້ານຄົງເຊໂດນ, ຈາກນັ້ນໄດ້ຮຽນຕໍ່ຊັນມັດທະຍົມສຶກສາຕອນຕົ້ນທີ່ແຂວງສາລະວັນ, ປາກເຊ ແລ້ວຂຶ້ນມາຮຽນຕໍ່ຊັ້ນມັດທະຍົມຕອນປາຍທີ່ນະຄອນຫຼວງວຽງຈັນ. ພາຍຫຼັງຮຽນຈົບມໍປາຍ ໄດ້ໄປສຶກສາທີ່ປະເທດການາດາ ຮຽນຈົບວິຊາເຕັກນິກໄຟຟ້າ ຂັ້ນອານຸປະຣິນຍາທີ່ສະຖາບັນເຕັກນິກ ເມືອງມົງເຣອານ. ພາຍຫຼັງຮຽນຈົບໄດ້ກັບຄືນປະເທດປີ 1972 ເພີ່ນໄດ້ສະມັກເຂົ້າເປັນພະນັກງານ-ກຳມະ ກອນລັດວິສາຫະກິດໄຟຟ້າລາວ ແລະ ໄດ້ຮັບມອບໝາຍປະຈຳການຢູ່ເຂື່ອນໄຟຟ້ານ້ຳງື່ມ 1. ຍ້ອນການເຄື່ອນໄຫວວຽກງານດີ, ມີຄວາມຮູ້-ຄວາມສາມາດໃນການຄຸ້ມຄອງ ແລະ ມີຄຸນສົມບັດ ທີ່ເໝາະສົມ, ປີ 1974 ເພີ່ນໄດ້ຖືກແຕ່ງຕັ້ງເປັນຫົວໜ້າສະຖານີໄຟຟ້າໂພນຕ້ອງ. ໃນໄລຍະຕໍ່ມາໄດ້ຖືກແຕ່ງຕັ້ງເປັນຫົວໜ້າໄຟຟ້າປາກເຊ ແຂວງຈຳປາສັກ, ນອກຈາກປະຕິບັດໜ້າທີ່ມີຜົນສຳເລັດແລ້ວເພີ່ນຍັງໄດ້ເຂົ້າຮ່ວມຂະບວນກຳມະກອນ ໄຟຟ້າລາວຢ່າງຫ້າວຫັນ ໃນການເຄື່ອນໄຫວທວງເອົາສິດອຳນາດການປົກຄອງເກົ່າແລະພວກຮຸກຮານ. ໃນປີ 1974 ເພີ່ນໄດ້ສ້າງຄອບຄົວກັບນາງ ແກ້ວດວງສີ ມີລູກຮ່ວມກັນ 3 ຄົນ ໃນນັ້ນຍິງ 1 ຄົນ. ຕະຫຼອດໄລຍະດຳລົງຊີວິດເປັນຫົວໜ້າຄອບຄົວ,ເພີ່ນເປັນຜູ້ທີ່ມີຄວາມມານະອົດທົນ, ສູ້ຊົນພັດຖະນາຄອບຄົວ, ປົວແປງຊີວິດການເປັນຢູ່ໃຫ້ນັບມືດີຂຶ້ນ ສາມາດລ້ຽງລູກເຕີບໃຫຍ່ເຂັ້ມແຂງ, ໄດ້ຮຳ່ຮຽນ ແລະ ປະກອບອາຊີບໄດ້ຕາມຄວາມມຸ້ງມາດປາດຖະໜາຂອງຄອບຄົວ ແລະ ເປັນທີ່ເພິ່ງ, ເປັນຜູ້ມີອຸປາລະຄຸນຕໍ່ຄອບຄົວ ແລະ ລູກຫຼານຍາດພີ່ນ້ອງຕະຫຼອດມາ. ບົນພື້ນຖານການປະຕິບັດໜ້າທີ່ ມີຜົນສຳເລັດ ທັງໄດ້ຮັບຄວາມໄວ້ເ້ອເຊື່ອໃຈຈາກພະນັກງານ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ການຈັດຕັ້ງລັດວິສາຫະກິດໄຟຟ້າລາວ. ມາເຖິງປີ 1976 ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຫົວໜ້າພະແນກພະລັງງານ ໄຟຟ້າ ວຽງຈັນ. ແລະເນື່ອງຈາກເພີ່ນ ມີພອນສະຫັວນໃນການຄົ້ນຄ້ວາຮຳ່ຮຽນ. ເຖິງປີ 1977-1984 ໄດ້ຮັບມອບໝາຍໃຫ້ໄປສຶກສາຄົ້ນຄ້ວາຕໍ່ຂັ້ນປະຣິນຍາໂທ ຂະແໜງ ວິຊາເຕັກນິກໄຟຟ້າ ທີ່ເມືອງຄາກົບ ລັດອູກຣາອິນ, ອະດີດສະຫະພາບໂຊວຽດ. ພາຍຫຼັງກັບຄືນປະເທດ ທ່ານໄດ້ສຶບຕໍ່ປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ, ນຳໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາເຂົ້າໃນວຽກງານຢ່າງປະດິດສ້າງ ແລະ ມີຜົນສຳເລັດໃນຫຼາຍດ້ານ. ດັ່ງນັ້ນ ມາຮອດປີ 1984-1986 ທ່ານຈຶ່ງຖືກແຕ່ງຕັ້ງເປັນຫົວໜ້າພະແນກເຕັກນິກ ຟຟລ. ປີ 1986-1988 ທ່ານໄດ້ຖືກແຕ່ງຕັ້ງເປັນຫົວໜ້າ ໂຄງການສ້ອມແປງປັບປຸງສະຖານີ ໄຟຟ້າລາວ. ປີ 1988-1990 ທ່ານໄດ້ຖືກແຕ່ງຕັ້ງເປັນຫົວໜ້າພະແນກສະຖານີ ແລະ ສາຍສົ່ງ ຟຟລ. ປີ 1990 ເຖິງ 2005, ຍ້ອນຄວາມສາມາດດ້ານການນຳພາຄຸ້ມຄອງ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຖັນແຖວກຳມະກອນ ແລະ ການຈັດຕັ້ງຂັ້ນເທິງ, ເພີ່ນຈຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຮອງຜູ້ອຳນວຍ ການໃຫຍ່ລັດວິສາຫະກິດໄຟຟ້າລາວ. ມາເຖິງ ວັນທີ 23/01/2006-02/11/2007 ທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ ພ້ອມກັນນັ້ນກໍ່ໄດ້ຖືກແຕ່ງຕັ້ງບົ່ງໂຕເປັນເລຂາຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວ, ເປັນກຳມະການສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ກຳມະການສະພາບໍລິຫານ ບໍລິສັດ ເທີນ-ຫີນບູນ ພາວເວີຈຳກັດ ແລະກຳມະການສະພາບໍລິຫານ ບໍລິສັດ ໄຟຟ້ານ້ຳງື່ມ 2 ພາວເວີຈຳກັດ ແລະ ໄດ້ອອກພັກຜ່ອນ ຮັບເບັ້ຽບຳນານ ນັບແຕ່ວັນທີ 01/01/2008 ແຕ່ນັ້ນມາ. ຕະຫຼອດໄລຍະແຫ່ງການເຄື່ອນໄຫວວຽກງານ ແລະ ດຳລົງຕຳແໜ່ງຕ່າງໆຜ່ານມານັ້ນ ທ່ານ ຄຳພອນ ໄຊຍະສານ ລ້ວນແລ້ວແຕ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືພັດທະນາຄອບຄົວຢ່າງບໍ່ຮູ້ອິດເມື່ອຍ. ໃນທຸກໄລຍະ ທ່ານ ຄຳພອນ ໄຊຍະສານ ປະຕິບັດໜ້າທີ່ວຽກງານນັ້ນ ເພີ່ນເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນເຕົ້າໂຮມຄວາມສາມັກຄີ, ສ່ວຍເຫຼືອຮັກແພງໝູ່ເພື່ອນ, ເປັນພະນັກງານຜູ້ໜຶ່ງທີ່ປະຕິບັດລະບຽບວິໄນ, ມະຕິຄຳສັ່ງຂອງຂັ້ນເທິງ ແລະ ມີສະຕິຕໍ່ການຈັດຕັ້ງໄດ້ດີ, ມີຄຸນສົມບັດສິນທຳ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຖັນແຖວກຳມະກອນ ຊາວຜູ້ອອກແຮງງານ ຈິ່ງເຮັດໃຫ້ມີຄຸນງາມຄວາມດີ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການນຳພັກ-ລັດ, ລັດວິສາຫະກິດໄຟຟ້າລາວ ແລະ ການຈັດຕັ້ງຂັ້ນເທິງ ເຮັດໃຫ້ເພີ່ນໄດ້ມີເງື່ອນໄຂມາດຖານເປັນພະນັກງານຫຼັກແຫຼ່ງ ເພີ່ນຈຶ່ງໄດ້ເຂົ້າສັງກັດອົງການຈັດຕັ້ງ ແລະ ໄດ້ຮັບການຍ້ອງຍໍປະເພດຕ່າງໆດັ່ງນີ້ : - ເຂົ້າສັງກັດລັດ 22/01/1973 - ເຂົ້າການປະຕິວັດ 02/12/1975 - ເຂົ້າເປັນຊາວໜຸ່ມ 24/12/1978 - ເຂົ້າເປັນສະມາຊິກກຳມະບານ 03/01/1987 - ເຂົ້າເປັນສະມາຊິກພັກສຳຮອງ 09/07/1985 - ເຂົ້າເປັນສະມາຊິກພັກສົມບູນ 16/06/1986 ດ້ວຍຜົນງານອັນດີເດັ່ນ ແລະ ຄຸນງາມຄວາມດີຂອງທ່ານ ຄຳພອນ ໄຊຍະສານ ທີ່ໄດ້ ປະກອບສ່ວນເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ເວົ້າລວມ ແລະ ການປະກອບສ່ວນພັດທະນາຂະແໜງໄຟຟ້າໃຫ້ມີການເຕີບໃຫຍ່ເຂັ້ມແຂງເວົ້າສະເພາະ. ພັກ-ລັດ ແລະ ການຈັດຕັ້ງ ລັດວິສາຫະກິດໄຟຟ້າລາວ ຈິ່ງໄດ້ຍ້ອງຍໍປະເພດຕ່າງໆໃຫ້ເພີ່ນດັ່ງນີ້ : 1. ຫຼຽນໄຊອິດສະຫຼະຊັ້ນ III 1 ໜ່ວຍ. 2. ຫຼຽນໄຊແຮງງານຊັ້ນ III 2 ໜ່ວຍ. 3. ຫຼຽນກາແຮງງານ 2 ໜ່ວຍ. 4. ໃບຍ້ອງຍໍຂັ້ນກະຊວງ ແລະ ໜ່ວຍງານຕ່າງໆຈຳນວນໜຶ່ງ. ຕະຫຼອດໄລຍະເວລາທີ່ ທ່ານ ຄຳພອນ ໄຊຍະສານ ໄດ່ເຈັບປ່ວຍຜ່ານມາ, ຜູ້ເປັນພັນລະຍາ ພ້ອມລູກຫຼານຄອບຄົວ ໄຊຍະສານ ແລະ ການຈັດຕັ້ງລັດວິສາຫະກິດໄຟຟ້າລາວ ໄດ້ເອົາໃຈໃສ່ປິ່ນປົວ ບົວລະບັດເປັນຢ່າງດີທີ່ສຸດ ໂດຍໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍທັງພາຍໃນ ແລະ ຕ່າງປະເທດ ຊຶ່ງແພດໝໍ ແລະ ຄອບຄົວກໍ່ໄດ້ເອົາໃຈໃສ່ປິ່ນປົວຢ່າງສຸດຄວາມສາມາດ ທຸກນາທີ, ທຸກໄລຍະການປິ່ນປົວ, ທ່ານເຈັບປວດ, ທົນທຸກທໍລະມານຂອງເພີ່ນຫຼາຍສຳ່ໃດ ຄອບຄົວລູກຫຼານກໍ່ມີຄວາມເຈັບປວດຫຼາຍສຳ່ນັ້ນເໝືອນກັນ, ແຕ່ອາການຂອງທ່ານກໍ່ຍັງບໍ່ດີຂຶ້ນ, ມາເຖິງວັນທີ່ 19/04/2008 ເວ ລາ 04 ໂມງ 40 ນາທີ ເພີ່ນກໍ່ໄດ້ຈາກພວກເຮົາໄປຢ່າງບໍ່ມີຈະວັນກັບມາ ດ້ວຍພະຍາດຂອງເພີ່ນລວມອາຍຸໄດ້ 61 ປີ, ຄົງເຫຼືອໄວ້ແຕ່ຄຸນງາມຄວາມດີຂອງເພີ່ນໃຫ້ລູກຫຼານ, ຄອບຄົວ ແລະ ອົງການຈັດຕັ້ງລັດວິສາຫະກິດໄຟຟ້າລາວ .ການເສຍຊີວິດຂອງທ່ານ ຄຳພອນ ໄຊຍະສານ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ໄດ້ສູນເສຍພະນັກງານຂັ້ນລະດັບສູງ, ຜູ້ນຳທີ່ເປັນແບບຢ່າງທີ່ດີຜູ້ໜຶ່ງ ທັງນຳເອົາຄວາມໂສກເສົ້າເສຍດາຍ ແລະ ຄວາມອາໄລອາວອນອັນສຸດຊຶ້ງໃຫ້ແກ່ພະນັກງານກຳມະກອນ ແລະ ຄອບຄົວ, ຍາດພີ່ນ້ອງຜູ້ຢູ່ໃກ້ ແລະ ຢູ່ໄກ.
|