
ດ້ວຍຈິດໃຈມັກເຮັດການຜະລິດ ບວກກັບມີທຶນຮອນຈຳນວນຫນຶ່ງທີ່ເປັນພື້ນຖານແລ້ວ ກໍຈະເຮັດໃຫ້ປະສົບ
ຜົນສຳເລັດໃນການດຳເນີນທຸລະກິດ ຫລື ເຮັດອາຊີບໃດຫນຶ່ງຢ່າງແນ່ນອນ ຕົວຢ່າງ ພໍ່ຕູ້ສີນວນ ສີສຸພັນ ອາຍຸ 68 ປີ ຢູ່
ບ້ານຈອມມະນີໃຕ້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພະນັກງານບຳນານຢູ່ກົມພະລາທິການກະຊວງປ້ອງກັນ
ປະເທດ ກໍເປັນຜູ້ຫນຶ່ງທີ່ປະສົບຜົນສຳເລັດໃນການເຮັດກະສິກຳປູກຝັງ ໂດຍສະເພາະການປູກຫມາກມັງກອນ ຂາຍເປັນ
ສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວຕົນເອງ ໃນປີຫນຶ່ງໄດ້ຫລາຍຮ້ອຍລ້ານກີບ.
ພໍ່ຕູ້ສີນວນ ສີສຸພັນ ໄດ້ເລົ່າສູ່ຟັງວ່າ: ພາຍຫລັງທີ່ຕົນເອງໄດ້ເຖິງກະສຽນອາຍຸໃນການປະກອບສ່ວນເຮັດວຽກ
ໃຫ້ພັກ-ລັດແລ້ວ ກໍໄດ້ອອກຮັບເບ້ຍບຳນານໃນປີ 1996 ແຕ່ຍ້ອນຕົນເອງມີຈິດໃຈມັກອາຊີບກະສິກຳຫລາຍ ຈຶ່ງໄດ້ພ້ອມ
ພາຄອບຄົວຫັນມາປູກຝັງລ້ຽງສັດ ໃນເບື້ອງຕົ້ນໄດ້ໄປປູກກາເຟໃສ່ເນື້ອທີ່ດິນຕົນເອງຢູ່ປາກຊ່ອງ ແຂວງຈຳປາສັກ ແຕ່ເຮັດ
ມາໄດ້ໄລຍະຫນຶ່ງເຫັນວ່າພົບຄວາມຫຍຸ້ງຍາກໃນການໄປມາ ຈຶ່ງໄດ້ມຫັນປ່ຽນມາປູກຫມາກຂາມຫວານ ຢູ່ບ້ານດົງຊຽງດີ
ເມືອງໄຊທານີ ແລະ ຕໍ່ມາໄດ້ມາຊື້ດິນສວນຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຫ່າງຈາກເສັ້ນທາງ
13 ໃຕ້ເຂົ້າໄປປະມານ 3 ກິໂລແມັດ ເພື່ອຈະພັດທະນາໃຫ້ເປັນສວນຄົບວົງຈອນ ມີທັງປູກຝັງ ແລະ ລ້ຽງສັດ.
ພາຍຫລັງໄດ້ພັດທະນາດິນສວນ ພໍ່ຕູ້ສີນວນ ສີສຸພັນ ພ້ອມດ້ວຍລູກເຂີຍ ໄດ້ມີແນວຄິດຢາກມາທົດລອງປູກພືດ
ໃຫ້ຫມາກຊະນິດໃຫມ່ ຄື: ຫມາກມັງກອນ ເພາະວ່າຕົນເອງກໍສະສົມທຶນໄດ້ຈຳນວນຫນຶ່ງ ເພາະເຫັນວ່າຢູ່ນະຄອນຫຼວງ
ວຽງຈັນ ຍັງບໍ່ມີໃຜປູກຫມາກມັງກອນ ຖ້າປູກກໍຍັງບໍ່ທັນຫລາຍເທື່ອ ດັ່ງນັ້ນ ມາຮອດປີ 2005 ຈຶ່ງໄດ້ມາທົດລອງປູກ
ຫມາກມັງກອນ ເຊິ່ງເປັນແນວພັນເອົາມາຈາກຫວຽດນາມ ໃນເນື້ອທີ່ 1,2 ເຮັກຕາ ຈຳນວນ 1.800 ຕົ້ນ ເຊິ່ງໃນເບື້ອງ
ຕົ້ນໄດ້ຈ້າງວິຊາການຈາກຫວຽດນາມ ມາປູກໃຫ້ຕົ້ນລະ 1 ແສນກີບ ຫລັງຈາກນັ້ນ ວິຊາການກໍໄດ້ແນະນຳວິທີບົວລະບັດ
ຮັກສາ ແລະ ບວກໃສ່ຄວາມຮູ້ທີ່ໄດ້ສຶກສາຄົ້ນຄວ້ານຳປຶ້ມຄູ່ມືຈຳນວນຫນຶ່ງ ກໍເຮັດໃຫ້ການປູກຫມາກມັງກອນ ປະສົບຜົນ
ສຳເລັດ ຖ້າລວມຕົ້ນທຶນເບື້ອງຕົ້ນໃນການລົງທຶນ ນັບທັງຈ້າງວິຊາການ ແລະ ຊື້ອຸປະກອນຕົ້ນຫນຶ່ງປະມານ 130.000
ກີບ ນອກຈາກນັ້ນກໍມີທຶນຈ້າງຄົນເສຍຫຍ້າ ເກັບກູ້ຜົນຜະລິດ ຊື້ຢາຂ້າແມງໄມ້ ແລະ ອື່ນໆອີກ.
ຕົ້ນຫມາກມັງກອນ ປູກໄດ້ 1 ປີກໍສາມາດໃຫ້ຜົນຜະລິດ ແລະ ສາມາດເກັບກູ້ຜົນຜະລິດໄດ້ເຖິງ 6 ເດືອນ ເລີ່ມ
ຈາກເດືອນພຶດສະພາ ຫາ ເດືອນຕຸລາ ຂອງທຸກໆປີ ສຳລັບການປູກຕົ້ນຫມາກມັງກອນ ຈະປູກຫ່າງກັນປະມານ 1,5
ຫາ 2 ແມັດ ເພື່ອສະດວກການບົວລະບັດຮັກສາ ແລະ ເວລາເກັບກູ້ຜົນຜະລິດ ແລະ ການບົວລະບັດຮັກສາ ຕ້ອງໃສ່ຝຸ່ນ
ຄອກ ແລະ ພູນດິນໃສ່ຕົ້ນປີຫນຶ່ງ 1-2 ເທື່ອ ແລະ ຫົດນ້ຳຕະຫລອດ (ລະດູແລ້ງ) ເພື່ອເຮັດໃຫ້ຕົ້ນຫມາກມັງກອນ ຂຽວ
ງາມຕະຫລອດປີ ເຊິ່ງຈະເຮັດໃຫ້ການຜະລິດໄດ້ຮັບຫມາກຜົນດີ.
ມາເຖິງປີ 2008 ນີ້ ກໍເປັນປີທີ 3 ແລະ ທີ 4 ແລ້ວ ທີ່ພໍ່ຕູ້ສີນວນ ໄດ້ເກັບກູ້ຜົນຜະລິດຫມາກມັງກອນ ຊຶ່ງປີໜຶ່ງ
ໄດ້ປະມານ 100 ໂຕນ ສາມາດສ້າງລາຍຮັບ 300-400 ລ້ານກີບ ໃນລາຄາທີ່ໄປຂາຍເອງ 4.000-5.000 ກີບຕໍ່ກິໂລ ສະ
ເພາະປີ 2008 ຂາຍໄດ້ເງິນແລ້ວ 40 ກ່ວາລ້ານກີບ ພໍ່ຕູ້ສີນວນ ສີສຸພັນ ຍັງໃຫ້ຮູ້ຕື່ມວ່າ ປັດຈຸບັນ ການປູກໝາກມັງກອນ
ແມ່ນປະສົບຜົນສຳເລັດຂັ້ນພື້ນຖານແລ້ວ ຜົນຜະລິດໄດ້ຕາມຄາດຫມາຍ ມີຫມາກດົກ ແລະ ຫນ່ວຍໃຫຍ່ ມີນ້ຳຫນັກ ລົດ
ຊາດສົ້ມຫວານແບບທຳມະຊາດ ບໍ່ຄືລົດຊາດຫມາກມັງກອນ ທີ່ນຳເຂົ້າຈາກຕ່າງປະເທດ ມາຂາຍຢູ່ປະເທດເຮົາ.
ນອກຈາກປູກຫມາກມັງກອນແລ້ວ ພໍ່ຕູ້ສີນວນ ຍັງລ້ຽງງົວອີກ 50 ໂຕ ແລະ ມີຫນອງປາຫລາຍຫນອງ ເຊິ່ງ
ຄາດວ່າໃນອະນາຄົດ ການຜະລິດຂອງລາວ ຈະດຳເນີນໄປແບບຄົບວົງຈອນ.