pnomsin's forum pnomsin's forum
work.gifpnomsin.comerection.gif
News: ດີແຕ່ພຽງໂສມຫນ້າ ຫາກໃຈຊາມ ຢ່າຄົບສູ່ ໄດ໋ເນີ
ເພາະວ່າເພື່ອນແບບນີ້ ມີໄວ້ກໍ່ໄປເຮືອງ ທ່ານເອີຍ
ສ ທິບທ່ຽງຈັນທຣ໌
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:05:14


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ຢາກຖາມຄົນທີ່ຮຽນໄຟຟ້າ  (Read 1323 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 15-07-2008, 23:27:39 »

ຂໍຄວາມເຫັນນຳທຸກທ່ານທີ່ຮຽນວິຊາໄຟຟ້າ
ຂໍຖາມວ່າ ທ່ານຮຽນໄຟຟ້າໄດ້ແນວໃດ ເປັນຫຍັງຈຶ່ງເລືອກຮຽນໄຟຟ້າ
ທ່ານພູມໃຈກັບວິຊາສະເພາະນີ້ຊ່ຳໃດ
Logged

AAC
Sr. Member
****
Posts: 491


ຢາກຮູ້,ຢາກເກັ່ງຕ້ອງໝັ່ນສືກສາ


View Profile
« Reply #1 on: 16-07-2008, 08:17:27 »

ສ່ວນເຮົາແມ່ນໄດ້ທືນຂອງລັດ ບໍ່ໄດ້ເລືອກຮຽນແຕ່ມີທືນມາຕ້ອງໄດ້ຮຽນ
ຖາມວ່າມີຄວາມພູມໃຈກັບວິຊາສະເພາະບໍ່? ພູມໃຈທີ່ທີ່ສຸດທີ່ໄດ້ຮຽນວິຊານີ້ເພາະມັນເປັນວິຊາໜື່ງທີ່ສຳຄັນ ເພາະວ່າປະເທດຊາດຂອງພວກເຮົາຍັງເປັນປະເທດທີ່ຍັງດ້ອຍພັດທະນາ.ໂດຍສະເພາະ ແມ່ນວຽກງານການຂະຫຍາຍໄຟຟ້າອອກສູ່ຊົນນະບົດຊື່ງແມ່ນວຽກງານໜື່ງທີ່ພັກ-ລັດຖະບານຖືເປັນສຳຄັນ.ສະນັ້ນ ຂ້າພະເຈົ້າແມ່ນພູມໃຈທີ່ສຸດທີ່ໄດ້ປະກອບສ່ວນເຂົ້າໃນວຽກງານນີ້
Logged

ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #2 on: 21-07-2008, 11:25:46 »

ຂ້າພະເຈົ້າບໍ່ເຄີຍຄິດວ່າຈະຮຽນໄຟຟ້າມາກ່ອນ ບໍ່ເທົ່ານັ້ນ ຍັງບໍ່ຮູ້ວ່າຈະຮຽນຕໍ່ວິຊາຫຍັງອີກຊ້ຳ
ຕອນຮຽນອ3 (ມ6) ພໍ່ບອກໃຫ້ໄປຮຽນເພີ້ມ ວິຊາພຶດຊະຄະນິດ, ໄຕມູມ (trigonometry), ວັດຖຸ(physics)
ຄະແນນວິຊາພວກນີ້ ກໍ່ເລີຍດີກວ່າວິຊາອື່ນທີ່ບໍ່ໄດ້ຮຽນພິເສດ
ຮອດຕອນຂຽນໃບສະເຫນີຮຽນຕໍ່ ພໍ່ເລີຍບອກອີກ ວ່າໃຫ້ຂຽນວ່າ 1 ໄປຮຽນແພດ, 2 ໄປຮຽນວິຊາເຄຫາ (ສະຖາປັດ) ແລະ 3 ວິສະວະກອນຫຍັງກໍ່ໄດ້

ຜົນການສອບເສງຈົບອຸດົມ ຄະແນນເລກ (ພຶດຊະຄະນິດ+ເລຂາຄະນິດ+ໄຕມູມມິຕິ) ມາອັນດັບ1 ເສັດຄັກໆບໍ່ໄດ້ເປັນແພດເປັນຫມໍແລ້ວ
ຮອງລົງມາຄະແນນphysics ໄປຮຽນສາຍວິສະວະແນ່ແລ້ວ
ຄະແນນເຄມີ ທີ່ເຄີຍວ່າໄດ້ດີ ຄະແລດໄດ້ຫມາກ6 (6/10) ແນ່ນອນແລ້ວ ຕ້ອງຖືກສາຍວິສະວະ

ແລະແລ້ວ ຜົນການປະກາດການຊັບຊ້ອນ ກໍ່ອອກມາ ຂ້າພະເຈົ້າຕ້ອງຮຽນໄຟຟ້າ
ຂຽນເທົ່ານີ້ ກ່ອນ ແລ້ວຈະມາຂຽນຕື່ມ ຖ້າອ່ານຄວາມເຫັນຂອງຄົນອື່ນໆກ່ອນ

Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM