pnomsin's forum pnomsin's forum
work.gifpnomsin.comerection.gif
News: ຄວາມຄິດທີ່ດີໆ ຖ້າບໍ່ຈົດກ່າຍໄວ້ ມັນຈະຍືນຍົງນຳພວກເຣົາບໍ່ໄດ້
ການທ້ອນໂຮມເອົາແນວຄວາມຄິດ ອັນປະເສີດໄວ້
ຈຶ່ງຖືວ່າເປັນຊັບສົມບັດອັນລ້ຳຄ່າຂອງມະນຸດຊາດ
 
*
Welcome, Guest. Please login or register.
Did you miss your activation email?
12-03-2010, 03:12:45


Login with username, password and session length



Pages: [1] 2   Go Down
  Send this topic  |  Print  
Author Topic: ຮູ້ຈັກກັບ studying  (Read 3215 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« on: 16-10-2008, 13:24:29 »

ເຊີນທ່ານ studying ແນະນຳຕົວດ້ວຍ ແລະ ຈະທະຍອຍສຳພາດໄປ ລວມທັງສະເຫນີຜົນງານອັນໂດດເດັ່ນ
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #1 on: 17-10-2008, 11:33:14 »

ໃນເມື່ອມີການຖາມກໍ່ຕ້ອງມີການຕອບ

ກ່ອນອື່ນໝົດຂໍແນະນຳຕົວເອງກ່ອນ:

ຊື່ແທ້ ຄຳຮູ້, ວັນນະວົງແມ່ນນາມສະກຸນ
ປະຈຸບັນສັງກັດຢູ່ຫ້ອງການເຕັກນິກ ກຕຟ ໜ້າທີ່ ວິຊາການອອກແບບ-ຄິດໄລ່ພາກເຕັກນິກໄຟຟ້າ

+ ປະຫວັດການເປັນມາ:
   ເຂົ້າມາເຮັດວຽກນຳ ກຕຟ ເລີ່ມແຕ່ປີ 2002 ຫຼັງຈາກຮຽນຈົບວິຊາສະເພາະໃນປີ 2001 ທີ່ໂຮງຮຽນສັບພະວິຊາຊັ້ນກາງ ມິດຕະພາບລາວ-ໂຊວຽດ

+ ກິດຈະກຳ
   ໂດຍສ່ວນໃຫ່ຍແມ່ນທຸ້ມເທໃສ່ກັບວຽກວິຊາສະເພາະ, ມື້ໃດບໍ່ມີຄວາມຄຽດຫຼາຍກໍ່ຈະຫັນໃສ່ເລື່ອງຂອງໂລກ IT ແລະ ມື້ໃດວ່າງແດ່ ກໍ່ຈະໄປຍົກຈອກກັນ
     (ຄຳເຕືອນ: ເມື່ອໄດ້ດື່ມເບຍລາວຫຼາຍໆແລ້ວຢ່າດື່ມເບຍຄາສະເບີກຕາມຫຼັງເພາະມັນມີກິ່ນຂິວ)

+ ປະສົບການ:
- ປີ 2002 ໄດ້ເຂົ້າເຮັດວຽກນຳ ກຕຟ ແລະ ໄດ້ຖືກໄປເຮັດວຽກກໍ່ສ້າງ-ຕິດຕັ້ງຕາຄ່າຍໄຟຟ້າ 22ກວ ແລະ 0.4ກວ ຢູ່ແຂວງຊຽງຂວາງ ໂຄງການ PTD ໃນຕອນນັ້ນ ທ່ານແພງ ສີໂພນທອງ ເປັນຫົວໜ້າກອງ (ຮອງຫົວໜ້າສາຂາຟຟລ ແຂວງຊຽງຂວາງປະຈຸບັນ) ເປັນເວລາ 1ປີ 8 ເດືອນ.
- ປີ 2004 ຫຼັງຈາກທີ່ສຳເລັດໂຄງການ PTD ທີ່ແຂວງຊຽງຂວາງ ກັບຄືມາວຽງຈັນ ໄດ້ຖືກສັບຊ້ອນຢູ່ພະແນກເຕັກນິກ ເຮັດໂຄງການກໍ່ສ້າງສາຍສົ່ງ MSH ໂພນຕ້ອງ-ດົງນາໂຊກ
ຊ່ວງແຕ່ດົງປ່າແຫຼບ ຫາ ດົງນາໂຊກ ຫຼັງຈາກນັ້ນ ໄປຕິດຕັ້ງໝໍ້ SVA 2MVA ທີ່ບ້ານຫຼັກ 37 ແຂວງອຸດົມໃຊ ນຳທ່ານ ບານ ຈີວໍລະກຸນ ໂຄງການກໍ່ສ້າງຕາຄ່າຍໄຟຟ້າ 22ກວ ປາກມອງ-ອຸດົມໃຊ.
- ປີ 2005-2006 ຖືກສັບຊ້ອນໄປຢູ່ກອງອຸດສາຫະກຳ ເຮັດວຽກໂຄງການກໍ່ສ້າງສາຍສົ່ງ 115 ກວ ບ້ານນາ-ອັດຕະປື
- ທ້າຍປີ 2006 ຖືກສັບຊ້ອນຄືນມາຢູ່ພະແນກເຕັກນິກ ໄປສຳຫຼວດຕາຄ່າຍ 22ກວ ແລວ ທ່າແຂກ-ນ້ຳເທີນ2 ໃນນັ້ນໄດ້ອອກແບບການຕິດຕັ້ງໝໍ້ SVA 10MVA ຂອງແລວດັ່ງກ່າວ
 
    ຕໍ່ມາໄດ້ສຳຫຼວດ-ອອກແບບ ໂຄງການຂະຫຍາຍໄຟຟ້າຊົນນະບົດພາກເໜືອ (NARPD) ແຂວງຫຼວງນ້ຳທາ ແລະ ໂຄງການຂະຫຍາຍໄຟຟ້າຊົນນະບົດພາກກາງ, ພາກໄຕ້ (RAP I)
ແຂວງຄຳມ່ວນ, ຫຼັງຈາກນັ້ນໄດ້ໄປສຳຫຼວດ-ອອກແບບ-ປະເມີນລາຄາ ໂຄງການກໍ່ສ້າງສາຍສົ່ງ 115 ກວ ນຳໃຊ້ເສົາເບຕົງອັດແຮງ 22 ແມັດ ຈາກໂຮງງານຜະລິດຊີມັງ - ສະຖານີໄຟຟ້າເມືອງມະຫາໃຊ ແຂວງຄຳມ່ວນ, ຊື່ງແມ່ນໂຄງການທຳອິດຂອງ ສປປ ລາວ ແລະ ກຳລັງກໍ່ສ້າງໃນປະຈຸບັນນີ້ ຄາດວ່າຈະສຳເລັດໃນເດືອນ 3/2009 ນີ້.
    ວຽກສຸດທ້າຍປະຈຸບັນນີ້ແມ່ນອອກແບບ-ປະເມີນລາຄາ ການຕິດຕັ້ງໄຟເຍືອງເດີ່ນກິລາບານເຕະ ແຂວງຄຳມ່ວນ ໂດຍມີອາຈານພະນົມສິນ ຈັນທະຜາສຸກ ເປັນທີ່ປຶກສາ ຄາດວ່າຈະສຳເລັດໃນອາທິດໜ້າ.




Logged
au8ust
Full Member
***
Posts: 106



View Profile WWW
« Reply #2 on: 17-10-2008, 14:30:36 »

ໂອ ຍິນດີທີ່ໄດ້ຮູ້ຈັກເດີ້ອ້າຍຄຳຮູ້  Smiley
Logged

PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« Reply #3 on: 17-10-2008, 15:39:45 »

ລະອຽດປານຂຽນ CV
ທ່ານເປັນວິລະບຸລດລາວ ໃນວົງການໄຟຟ້າ
ເພາະວຽກການອອກແບບພາກແຮງສູງ ແມ່ນຄົນຕ່າງປະເທດເປັນຄົນເຮັດ
ຄົນລາວມີແຕ່ເຮັດວຽກທີ່ໃຊ້ແຮງງານ
ທ່ານ ເປັນຄົນລາວຄົນທຳອິດທີ່ຂ້າພະເຈົ້າຮູ້ຈັກ ທີ່ສາມາດອອກແບບສາຍສົ່ງແຮງສູງ 115 000 V

ສຸດຍອດ
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #4 on: 17-10-2008, 16:15:12 »

+ ໂອ ຍິນດີທີ່ໄດ້ຮູ້ຈັກເດີ້ອ້າຍຄຳຮູ້

ຍິນດີທີ່ຮູ້ຈັກເຊັ່ນກັນ ສຳລັບຂ້າພະເຈົ້າຮູ້ຈັກທ່ານມາຕັ້ງແຕ່ດົນແລ້ວ ແລະ ໄດ້ຮັບການຊ່ວຍເຫຼືອມາຈາກທ່ານຫຼາຍໆຄັ້ງແລ້ວ
ມີອີກຢ່າງນື່ງບໍ່ຮູ້ວ່າຜູ້ໃດເປັນອ້າຍຜູ້ໃດເດີ ເກງໃຈ Roll Eyes

+ ລະອຽດປານຂຽນ CV
ທ່ານເປັນວິລະບຸລດລາວ ໃນວົງການໄຟຟ້າ


ນັບແຕ່ມື້ບຸນຊ່ວງເຮືອມານີ້ຖືກຍ້ອງຕະຫຼອດ ຂອບໃຈ ຂອບໃຈ Grin
Logged
au8ust
Full Member
***
Posts: 106



View Profile WWW
« Reply #5 on: 18-10-2008, 10:58:19 »

ກໍ່ອ້າຍຄຳຮູ້ຫັ້ນແຫລະເນາະເປັນອ້າຍ ຂະໜາດຕອນອ້າຍພະນົມສິນມາຢາມຢູ່ຫຼວງພະບາງເພິ່ນຍັງຖາມວ່າ ອ້າວ... ຄືບໍ່ຄືໃນຮູບ (ໃນໃຈກໍ່ຄິດຕົກໃຈ ອ້າວ ແລ້ວໃນຮູບເປັນຈັ່ງໃດ)
Logged

AAC
Sr. Member
****
Posts: 486


ຢາກຮູ້,ຢາກເກັ່ງຕ້ອງໝັ່ນສືກສາ


View Profile
« Reply #6 on: 20-10-2008, 10:57:32 »

ທ່ານ studying ເປັນຄົນທີ່ມັກບໍ່ຢູ່ບ່ອນເກົ່າຂື້ນເໜືອລົງໄຕ້ເປັນແນວໃດຫົວໃຈມີຄົນຈອງແລ້ວບໍ?

ບໍ່ມີແນວຖາມຕໍ່ຖາມຊຳນີ້ກ່ອນ.
Logged

ລູກນ້ຳຂອງ
Jr. Member
**
Posts: 51



View Profile Email
« Reply #7 on: 25-11-2008, 11:28:21 »

ລະອຽດແທ້ລະອຽດວ່າເນາະທ່ານ
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #8 on: 25-11-2008, 15:12:14 »

1. ທ່ານ studying ເປັນຄົນທີ່ມັກບໍ່ຢູ່ບ່ອນເກົ່າຂື້ນເໜືອລົງໄຕ້ເປັນແນວໃດຫົວໃຈມີຄົນຈອງແລ້ວບໍ?
    ຄາດວ່າປີ 2009 ມີແນ່ນອນ

2. ລະອຽດແທ້ລະອຽດວ່າເນາະທ່ານ
   ເພື່ອໄວ້ເວລາຂຽນ CV ຈື່ງບໍ່ຄິດຍ້ອນຫຼັງຍາກ
   
Logged
ລູກນ້ຳຂອງ
Jr. Member
**
Posts: 51



View Profile Email
« Reply #9 on: 31-12-2008, 10:32:25 »


   ເພື່ອໄວ້ເວລາຂຽນ CV ຈື່ງບໍ່ຄິດຍ້ອນຫຼັງຍາກ
   
[/quote]

ຊິໄດ້ຮຽນແບບກ່ອນຊັ້ນນາ  Grin
Logged
noudsavanh
Newbie
*
Posts: 31


ນຸດສະຫວັນ


View Profile
« Reply #10 on: 06-03-2009, 00:26:00 »

อ้ายผู้นี้มีความสามาดหลายด้าน และใจดีหลาย
Logged
ບ່າວປາກເຊ
Full Member
***
Posts: 108


244349687 khan_yai@hotmail.com kphoumkeo@yahoo.com
View Profile WWW
« Reply #11 on: 08-09-2009, 16:50:38 »

ມື້ຫນ້າຄືຊິໄດ້ມີໂອກາດ ຕຳຈອກນຳນໍ  Grin :
Logged


ການຮູ້ຈັກລໍຄອຍ ຄືເຄັດລັບຂອງຄວາມສຳເລັດ
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« Reply #12 on: 08-09-2009, 17:00:15 »


ເຊີນດື່ມ
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #13 on: 12-09-2009, 10:21:17 »

ເມື່ອໃດມີໂອກາດ ຍິນດີສະເໝີ
Logged
Shinnobi
Newbie
*
Posts: 30


Shinnobi23@msn.com
View Profile WWW Email
« Reply #14 on: 15-09-2009, 20:29:26 »

ຍິນດີທີ່ໄດ້ຮູ້ຈັກ
Logged

Pages: [1] 2   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM