pnomsin's forum pnomsin's forum
work.gifpnomsin.comerection.gif
News: ຜູ້ແກ້ບັນຫາໄດ້ ແມ່ນຄົນເກ່ງ
ຜູ້ປ້ອງກັນບັນຫາບໍ່ໃຫ້ເກີດໄດ້ ແມ່ນເກ່ງກວ່າ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:11:17


Login with username, password and session length



Pages: [1] 2   Go Down
  Send this topic  |  Print  
Author Topic: internet ຂອງ ຟຟລ ແຂວງວຽງຈັນ  (Read 3394 times)
0 Members and 1 Guest are viewing this topic.
Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« on: 27-07-2006, 16:08:32 »

ສາຂາແຂວງວຽງຈັນກໍ່ບໍ່ທັນມີ ແລະ ກໍ່ຫນ້າຈະມີ
Logged
ສົມພັນ
Guest


Email
« Reply #1 on: 28-07-2006, 15:10:21 »

ລໍຖ້າ ທ້າຍເດືອນ ແປດ
ຈະເລີ້ມຕິດຕັ້ງ ເອົາແບບດຽວກັບຊຽງຂວາງ
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #2 on: 05-08-2006, 23:03:03 »

ຕອນນີ້ທາງທີມງານ GPS ແຂວງວຽງຈັນ ກະໃຊ້ອິນເຕີເນັດ ທີ່ຕໍ່ຈາກວິນໂຟນ
ທາງສ/ຫ ບູນທ່ຽງ ແລະ ສົມພາວັນ ຍັງບໍ່ເຂົ້າໃຈວ່າເປັນຫຍັງເງິນໃນບັດວິນໂຟນ ຈຶ່ງຫມົດໄວແທ້
ສົງໄສຕອນຊື້ຫນ່ວຍພ້ອມເບີ ແມ່ນຊື້ຈາກນະຄອນຫລວງແຕ່ເອົາໄປໃຊ້ທີ່ແຂວງວຽງຈັນ ເວລາໂທມັນຈຶ່ງໂທຂ້າມເຄືອຂ່າຍ ໃນລາຄາຕ່າງແຂວງ ທີ່ແພງກວ່າ ເງິນເລີຍຫມົດໄວ ປົກກະຕິ ຄ່າບໍລິການອິນເຕີເນັດ ຈະຢູ່ທີ່ປະມານ 240 ກີບຕໍ່ນາທີ
ແຕ່ຂ້ອຍກະບໍ່ຮູ້ດອກ ຄິດວ່າຄ່າບໍລິການມັນຈະຕ້ອງແມ່ນອັດຕາດຽວກັນທົ່ວປະເທດ
ວິນໂຟນ ເປັນພຽງການແກ້ໄຂສະເພາະຫນ້າ ຂອງທີມງານ GPS ເພາະບາງໂປແກມຕ້ອງອາໄສອິນເຕີເນັດ ເຊັ່ນ google earth ຖ້າບໍ່ມີອິນເຕີເນັດ ໂປແກມກະບໍ່ແລ່ນ ການລາຍງານວຽກຂອງທີມງານ ກໍ່ສາມາດເຮັດຜ່ານອີເມລ ການອັບເດດໂປແກມຕ້ານໄວຣັດ ກໍ່ຈຳເປັນຕ້ອງມີອິນເຕີເນັດ
ທ່ານສົມພັນ ເພິ່ນກະເຫັນບັນຫາແລ້ວ ເພິ່ນວ່າ ວິນໂຟນມັນເປັນຂອງທາງທິມງານກຕຟ ແລ້ວໂຄງການແລ້ວ ເພິ່ນກະເອົາກັບໄປ ແລ້ວທາງແຂວງວຽງຈັນກະສິບໍ່ມີໃຊ້, ເພິ່ນໄດ້ນຳສະເຫນີແຜນເອົາອິນເຕີເນັດເຂົ້າສາຂາ ແລ້ວ ແລະ ທາງຄະນະສາຂາກໍ່ເຫັນດີແລ້ວ ພຽງແຕ່ເພິ່ນຢາກຮຽນໃຊ້ກ່ອນ ແລະ ສ້າງພະນັກງານດ້ານນີ້ໄປພ້ອມ, ຖ້າພ້ອມແລ້ວກະຈະຕິດຕັ້ງໃຫ້ສາຂາ
ເຖິງເວລານັ້ນ ສາຂາກະໄດ້ທັງເຕັກໂນໂລຊີ ແລະ ມີຄົນໃຊ້ເປັນພ້ອມ ບໍ່ດັ່ງນັ້ນ ມັນຈະຕົກເປັນກໍລະນີ ວ່າມີແລ້ວບໍ່ຮູ້ໃຊ້ ອັນນີ້ເປັນຄວາມເຫັນຂອງທ່ານສົມພັນ ຫົວຫນ້າພະແນກເຕັກນິກ ເດີ້
ແນວໃດກະລໍຄອຍໄປຕື່ມ ອີກບໍ່ດົນດອກ
Logged

Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #3 on: 07-08-2006, 17:11:52 »

ຫນ້າຈະໄຊ້ internet ຂອງ ETL ແລະມີຫລາຍແບບໃຫ້ເລືອກ ແລະ ລະບົບມີສະຖຽນລະພາບດີ
ລາຍລະອຽດ
http://www.etllao.com/broadbandl.html
Logged
Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #4 on: 07-08-2006, 18:45:34 »

ກ່ຽວກັບວິນໂຟນຂ້າພະເຈົ້າຄິດວ່າ ຕ້ອງລາຄາດຽວທົ່ປະເທດຄືທ່ານພະນົມສິນເວົ້າແລະ internet ທີ່ໃຊ້ວິນໂຟນແມ່ນແພງ ແລະ ຂ້າພະເຈົ້າກໍ່ເຊື່ອວ່າ ເປັນພຽງການແກ້ໄຂສະເພາະຫນ້າ ຂອງທີມງານ GPS ໄຟຟ້າລາວສາຂາແຂວງວຽງຈັນ ຕໍ່ໄປເພິ່ນອາດຈະຫັນມາໃຊ້ລະບົບທີ່ດີກວ່າ ເພາະມີຫລາຍທາງໃຫ້ເລືອກໃຊຕາມຄວາມຕ້ອງການ.
ຂ້າພະເຈົ້າເປັນພະນັກງານໄຟຟ້າ ສາຂາແຂວງວຽງຈັນ ປະຈຳຍູ່ເຂດພິເສດໄຊສົມບູນ ມີທາງດຽວເທົ່ານັ້ນທີ່ມີໂອກາດໄດ້ໃຊ້ internet ຄື GPRS ຂອງ ETL.
ຂ້າພະເຈົ້າມີຄວາມສົນໃຈກ່ຽວກັບ GPS ມາດົນນານ ຍາກຮຽນຮູ້ ຍາກສຳພັດ ແຕ່ກໍ່ພາດໂອກາດເຂົ້າຮ່ວມທິມງານ.
ນັບແຕ່ຂ້າພະເຈົ້າຮູ້ຈັບ ເວບ ພະນົມສິນ ຂ້າພະເຈົ້າກໍ່ໄດ້ຕິດຕາມ ມາໂດຍຕະຫລອດ ໂດຍສະເພາະຂ່າວຄາວຂອງ ໄຟຟ້າລາວ ແລະ ຂ່າວຄາວການເຄື່ອນໄຫວຕ່າງໆ.
     ດີໃຈນຳດັ່ງທີ່ໄດ້ເຫັນ ອ້າຍສົມພັນ ອອກມາ post ວ່າທ້າຍເດືອນ 8/2006 ທາງ ສາຂາແຂວງວຽງຈັນຈະເອົາອິນເຕີເນັ້ດເຂົ້າໃຫມ່.
ຂໍເປັນກຳລັງໃຈໃຫ້ເດີ ທາງທິມງານ GPS , ມີຫຍັງກໍ່ເຈີກັນທາງເວບ ອ້າຍພະນົມສິນນີ້ລະເນາະ ກໍ່ເຮົາມັນວົງການໄຟ້ຟ້າຄືກັນ.
    ຟາກເຖິງອ້າຍສົມພັນແດ່ເດີ ມື້ຫນ້າຊິຟາກຍອດຫມາກຊູ ກັບຫມາກແຕງໄປໃຫ້ກິນເດີອ້າຍເດີ ຫວ່າງໆກໍ່ຂື້ນມາຍາມພວກນ້ອງທາງໄຊສົມບູນແດ່ເດີ.
   
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #5 on: 07-08-2006, 22:16:17 »

ເຖິງວ່າເຮົາບໍ່ມີໂອກາດຮ່ວມງານກັນ ແຕ່ກໍ່ສາມາດອາໄສເວທີແແຫ່ງນີ້ແລກປ່ຽນຄວາມຮູ້ກັນ ອັນນີ້ກະແມ່ນດີ ແລະ ກໍ່ຢາກໃຫ້ຄົນໃນວົງການໄຟຟ້າທຸກຄົນ ໄດ້ແລກປ່ຽນຄວາມຮູ້ແລະປະສົບການນຳກັນ ໄລຍະທາງບໍ່ເປັນອຸປະສັກ ຕອນນີ້ຂ້ອຍກໍ່ຢູ່ຫ່າງຈາກທິມງານ GPS ແຂວງວຽງຈັນເປັນຫລາຍຮ້ອຍກິໂລແມັດ ເພາະອອນລາຍຈາກປາກເຊ
Logged

ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #6 on: 07-12-2006, 14:56:28 »

ມາຮອດມື້ນີ້ ສາຂາແຂວງວຽງຈັນຍັງບໍ່ໄດ້ໃຊ້ອິນເຕີເນັດ
ຫລັງຈາກທີ່ສົມທຽບລາຄາຈາກ ETLແລະ LTC ໃນທີ່ສຸດທ່ານສົມພັນກໍ່ສະຫລຸບ ວ່າບໍ່ມີເງິນພໍ ເພາະບໍ່ໄດ້ຂຶ້ນແຜນໄວ້ກ່ອນ
ແຕ່ກໍ່ໃຫ້ຄວາມຫວັງວ່າ ປີ 2007 ໄດ້ໃຊ້ແນ່ນອນ ເພາະຕັ້ງງົບປະມານປະຈຳປີໄວ້ແລ້ວ ແລະ ປີ 2007 ກໍ່ຍັງອີກບໍ່ພໍເທົ່າໃດມື້ ເທົ່ານັ້ນ
Logged

ກຳລັງຮຽນ
Full Member
***
Posts: 120


studying-eci@hotmail.com hou
View Profile
« Reply #7 on: 08-12-2006, 12:42:57 »

ຂໍພຽງມີຄວາມມັກ ແລະ ສະແຫວງຫາ ຜົນມັນຈະເກີດແກ່ທ່ານເອງ
Logged
Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #8 on: 10-12-2006, 10:11:55 »

ສາຂາໃຫຍ່ຂະຫນາດນີ້ແລ້ວ ທາງຂັ້ນເທິງຄວນເອົາໃຈໃສ່ເລື່ອງ Internet
ເພາະມັນເປັນປັດໃຈຫລັກຂອງຄົນໃນຍຸກນີ້.  ມັນບໍ່ແພງເກີນໄປດອກ ຂ້າພະເຈົ້າຄິດວ່າ ບັນດາຜູ້ບໍລິຫານ ຄວນຈະໃຫ້ຄວາມສຳຄັນກັບເລື່ອງນີ້. ຍຸກນີ້ມັນຕ້ອງລວດເລວ ເຮັດແນວໃດຊິໄດ້ຮັບຂໍ້ມູນຂ່າວສານທັນເວລານຳເພິ່ນຖ້າບໍ່ມີ Internet.
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #9 on: 28-12-2006, 09:45:19 »

ຟຟລ ແຂວງວຽງຈັນ ກຳລັງຈະຕິດຕັ້ງ ອິນເຕີເນັດ
ທ່ານສົມພັນ ຫົວຫນ້າພະແນກເຕັກນິກ ກ່າວໃນກອງປະຊຸມປຶກສາຫາລື ກ່ຽວກັບການປະຕິບັດໂຄງການ GPS
ຄາດວ່າໃນເດືອນ 1 ປີ 2007 ໄດ້ໃຊ້ແນ່ນອນ
Logged

ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #10 on: 02-02-2007, 16:15:42 »

ເດືອນ1ປີ 2007 ກາຍໄປແລ້ວ
ງົບປະມານກະມີແລ້ວ
ຍັງບໍ່ໄດ້ ໃຊ້ ອິນເຕີເນັດ ເທື່ອ
ທາງບໍລິສັດ etl ວ່າໃຫ້ລໍຖ້າ ຖ້າມີລູກຄ້າຫລາຍຄົນສະເຫນີມາ ຈຶ່ງຈະໄປຕິດຕັ້ງໃຫ້ພ້ອມກັນບາດດຽວ
ຖ້າມີແຕ່ ຟຟລ ສະເຫນີມາ ແຕ່ຜູ້ດຽວ ແມ່ນໃຫ້ລໍຖ້າໄປກ່ອນ
 Sad

Logged

ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #11 on: 05-04-2007, 10:43:52 »

ຕອນນີ້ເພິ່ນຫັນມາຫາ Lao telecom
ໃຊ້ລະບົບແບບດຽວກັບປາກເຊ ໃຊ້ໄດ້ 4 user
ແຕ່ກະຍັງບໍ່ທັນຕິດຕັ້ງແລ້ວປານນີ້
Logged

ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #12 on: 26-04-2007, 00:23:01 »

ວ່າ etl ຊັກຊ້າບໍ່ໄດ້ໃຈ
ຫັນມາຫາ laotelecom
ກະບໍ່ເຫັນວ່າເພິ່ນມາຕິດຕັ້ງ ປານນີ້
ພໍປານກັນ
ຫນ້າສົງສານຊາຕາເພິ່ນອາພັບ ສິບເດືອນ ຜ່ານໄປ ບໍ່ສາມາດຕິດຕັ້ງອິນເຕີເນັດໃຫ້ຫ້ອງການໄດ້
Logged

Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #13 on: 26-04-2007, 23:23:05 »

ຍັງບໍ່ທັນຕິດຕັ້ງກໍ່ພາກັນຍາດກັນແລ້ວ ຫ້ອງ GPS ກໍ່ຢາກໃຫ້ໄປຕັ້ງຢູ່ຫ້ອງເພິ່ນກ່ອນ ຕັ້ງບ່ອນອື່ນບໍ່ໄວ້ໃຈຢ້ານຂອງເພິ່ນໃຊ້ບໍ່ໄດ້,  ຫ້ອງແຜນການກໍ່ວ່າເອົາມາລົງຢູ່ເທິງພີ້ກ່ອນ ແລະ ໃຫ້ຢູ່ເທິງພີ້ເປັນ ເຊີເວີເພາະເປີດເຄື່ອງຕະຫລອດແຕ່ GPS ບໍ່ຍອມບໍ່ໄວ້ໃຈໃຜຫມົດ ເພາະທາງສາຂາບໍ່ໄດ້ແຕ່ງຕັ້ງໃຜຫມົດໃຫ້ເປັນຜູ້ດູແລວ່າຊັ້ນ ສຸດທ້າຍບໍ່ທັນມີເງິນ....ເຂົາເລີຍບໍ່ມາຕັ້ງໃຫ້ ໂອຍຂ້ອຍຢາກຫົວເດ.
ແນວໃດກໍ່ແນວຫ້ອງໃບບິນກໍ່ໃຊ້ One4click ຕໍ່ໄປ ບາດໄດ້ແລ້ວປັນໃຊ້ແດ່ເດີ
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #14 on: 27-04-2007, 00:02:12 »


ອັນບັນຫາວ່າເອົາໄວ້ໃສ ນັ້ນ ຢູ່ຫ້ວຍຊາຍກັບປາກເຊ ແມ່ນເພິ່ນເອົາໄວ້ຫ້ອງຫົວຫນ້າ ຖ້າພວກເພິ່ນບໍ່ເປີດເຄື່ອງ ບ່ອນອື່ນກໍ່ບໍ່ໄດ້ໃຊ້
ອັນເລືອງລະບົບແລນລະບົບໄອທີ ນີ້ຂ້ອຍປາກປຽກມາຫລາຍ ກັບເພື່ອນຮ່ວມງານ ເພື່ອໃຫ້ມີຄວາມເຂົ້າໃຈ ແຕ່ເຂົາບໍ່ຟັງ
ວານນີ້ກໍ່ເວົ້າກັບທີມງານGPS ວ່າຂ້ອຍຄົງບໍ່ມີວາດສະຫນາໄດ້ໃຊ້ນຳແລ້ວລະ ໂຄງການ 10 ເດືອນ ກໍ່ສຳເລັດລະ
Logged

Pages: [1] 2   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM