pnomsin's forum pnomsin's forum
work.gifpnomsin.comerection.gif
News: ຖາຢາກໄດ້ຄວາມຮູ້ໃຫມ່ ຈົ່ງຍົກບັນຫາໃຫມ່ໆ ຂຶ້ນມາຖາມເລື້ອຍໆ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:00:03


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ສ້າງລາຍຮັບ 40 ລ້ານ ໃຫ້ຄອບຄົວ ຈາກການຂາຍໜາກເລັ່ນ  (Read 859 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« on: 23-02-2009, 11:44:09 »

              ທ້າວ ຄຳຜີວ ວົງພະຈັນ ປະຊາຊົນບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນຄອບຄົວ
ໜຶ່ງທີ່ອາໄສການປູກຜັກຂາຍສູ່ທ້ອງຕະຫຼາດ ເຊິ່ງປີໜຶ່ງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ປະມານ 40 ລ້ານກີບ.
               ອີງຕາມຄຳເວົ້າຂອງທ້າວ ຄຳຜີວ ວົງພະຈັນ ເຊິ່ງໄດ້ກ່າວວ່າ: ຂ້າພະເຈົ້າໄດ້ເລີ່ມອາຊີບເປັນຊາວກະສິກອນ
ມາໄດ້ພຽງແຕ່ 2 ປີເທົ່ານັ້ນ ໂດຍໄດ້ຫັນມາປູກໝາກເລັ່ນຄ້າງໃສ່ເນື້ອທີ່ທັງໝົດ 3 ໄລ່ ເຫັນວ່າຜົນໄດ້ຮັບແມ່ນດີພໍສົມຄວນ
ຂ້າພະເຈົ້າລົງທຶນໃສ່ການປູກໝາກເລັ່ນ 1 ຄັ້ງ ແມ່ນ 1.000.000 ກີບ ແລະ ປະມານ 2-3 ເດືອນ ກໍສາມາດເກັບຜົນຜະ
ລິດອອກຂາຍສູ່ທ້ອງຕະຫຼາດໄດ້ ໂດຍສາມາດເກັບໝາກເລັ່ນໄດ້ 2 ມື້ຕໍ່ໜຶ່ງຄັ້ງ ເຊິ່ງຈະມີແມ່ຄ້າມາຮັບເອົາໃນລາຄາ5.000
ກີບ/1 ໝື່ນ ລາຄານີ້ຈະຂຶ້ນກັບສະພາບທ້ອງຕະຫຼາດທີ່ຮອງຮັບ ສະຫຼຸບແລ້ວໃນແຕ່ລະປີ ຂ້າພະເຈົ້າສາມາດປູກໝາກເລັ່ນ
ຂາຍໄດ້ປະມານ 40 ລ້ານກີບ.
               ທ້າວ ຄຳຜີວ ຍັງໄດ້ກ່າວອີກວ່າ ໃນຕໍ່ໜ້າເລື່ອງຂະຫຍາຍເນື້ອທີ່ຍັງບໍ່ທັນຄິດ ແຕ່ຈະພະຍາຍາມລົງທຶນໃສ່ເນື້ອ
ທີ່ປູກຝັງທີ່ມີ ແລະ ຈະໄດ້ເຮັດການປູກຝັງແບບໝູນວຽນ ໂດຍຈະໄດ້ປູກພືດຜັກຫຼາຍຊະນິດສະຫຼັບກັນໄປ ເພື່ອເສີມລາຍໄດ້
ໃຫ້ຄອບຄົວອີກ ສ່ວນເລື່ອງບັນຫາແມ່ນຍັງບໍ່ທັນພົບກັບບັນຫາໃຫຍ່ ມີພຽງແຕ່ສັດຕູພືດເລັກນ້ອຍມາກໍ່ກວນ ແຕ່ພວກເຮົາ
ກໍສາມາດປ້ອງກັນດ້ວຍການພົ່ນຢາຂ້າແມງໄມ້.

http://www.vientianemai.net/news.php?TopicID=1&NewsID=80
Logged
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #1 on: 23-02-2009, 11:46:49 »

1 ໄລ່ 1600​ ມ2
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM