pnomsin's forum pnomsin's forum
work.gifpnomsin.comerection.gif
News: ຜູ້ທີ່ເຮັດຕາມບອກ ຕໍ່ໄປຈະບໍ່ຖືກບອກໃຫ້ເຮັດຫຍັງອີກ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 21:47:31


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ລຮລ ເປີດໃຊ້ສຳນັກງານໃໝ່ຂອງຕົນ  (Read 847 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« on: 25-02-2009, 22:50:18 »

               ພິທີເປີດການນຳໃຊ້ສຳນັກງານໃໝ່ ຂອງລັດວິສາຫະກິດຖືຫຸ້ນລາວ (ລຮລ) ໄດ້ມີຂຶ້ນວັນທີ 24 ກຸມພາ 2009
ນີ້ ໂດຍໃຫ້ກຽດຕັດແຖບຜ້າຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ມີ
ທ່ານລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ເຂົ້າຮ່ວມ.
               ສຳນັກງານອາຄານໃໝ່ຂອງ ລຮລ ປະກອບມີ 5 ຊັ້ນ ມີຂະໜາດ 12x40 ແມັດ ສູງ 23 ແມັດ ອາຄານດັ່ງ
ກ່າວ ຕັ້ງຢູ່ໃກ້ກັບທະນາຄານລາວ-ຫວຽດ ທີ່ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2007 ແລະ ສຳເລັດລົງທ້າຍເດືອນມັງກອນ 2009
ດ້ວຍມູນຄ່າການກໍ່ສ້າງທັງໝົດ 5,34 ຕື້ກີບ ໂດຍແມ່ນບໍລິສັດຊີເຄອອກແບບ ແລະ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ.
               ຂ່າວແຈ້ງຕື່ມວ່າ: ໃນວັນດຽວກັນນີ້ ລັດວິສາຫະກິດຖືຫຸ້ນລາວ ຍັງໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ
ຂອງຕົນ ປະຈຳປີ 2008 ແລະ ທິດທາງແຜນການປີ 2009 ຂຶ້ນທີ່ສຳນັກງານດັ່ງກ່າວ ໂດຍເປັນປະທານຂອງທ່ານ ສຸລິວົງ
ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ມີຮອງປະທານສະພາບໍລິຫານ ລຮລ ຫົວໜ້າ-ຮອງຫົວ
ໜ້າຫ້ອງການ ແລະ ຈາກກົມ ກະຊວງທີ່ກ່ຽວຂ້ອງລັດວິສາຫະກິດ ຄະນະອຳນວຍການ ແລະ ພະນັກງານພາຍໃນ ລຮລ
ເຂົ້າຮ່ວມ.
               ໃນພິທີ ທ່ານ ດຣ. ສົມບຸນ ມະໂນລົມ ຜູ້ອຳນວຍການ ລຮລ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ແຜນການວຽກງານ
ເຊິ່ງເຫັນໄດ້ວ່າ ລຮລ ໄດ້ຮັບການສ້າງຕັ້ງໃນຕົ້ນປີ 2005 ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເຂົ້າຮ່ວມຖືຫຸ້ນໃນ 8 ໂຄງ
ການພັດທະນາໄຟຟ້າເພື່ອສົ່ງອອກ ຄື: ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 2 ໂຄງການໄຟຟ້າຖ່ານຫີນຫົງສາ ໄຟຟ້ານ້ຳຕົກ
ນ້ຳງື່ມ 3 ນ້ຳເທີນ 1 ນ້ຳງຽບ 1 ເຊກອງ 4 ນ້ຳກົງ 1 ແລະ ໂຄງການໄຟຟ້ານ້ຳຕົກເຊປ່ຽນ-ເຊນ້ຳນ້ອຍ.
               ກຳລັງຕິດຕັ້ງທັງໝົດຂອງ 8 ໂຄງການທີ່ ລຮລ ມີສ່ວນຮ່ວມຖືຫຸ້ນປະມານ 4.971 ເມກາວັດ ແລະ ພະລັງ
ງານທີ່ຈະຜະລິດໄດ້ທັງໝົດ 28.145 ລ້ານກິໂລວັດໂມງຕໍ່ປີ ຊຶ່ງມີມູນຄ່າການລົງທຶນທັງໝົດ 9.476 ລ້ານໂດລາສະຫະລັດ
ໃນນັ້ນທຶນປະກອບຫຸ້ນຂອງ ລຮລ (ໃນນາມລັດຖະບານ) ປະມານ 630 ລ້ານໂດລາ ການຈັດຕັ້ງປະຕິບັດວຽກງານໃນບັນ
ດາໂຄງການດັ່ງກ່າວນີ້ ແມ່ນມີຄວາມຄືບໜ້າດີພໍສົມຄວນ ໂດຍສະເພາະແມ່ນໂຄງການໄຟຟ້ານ້ຳເທີນ 2 ມາເຖິງທ້າຍປີ
2008 ປະຕິບັດໄດ້ 95,1% ແລະ ຄາດວ່າຈະສຳເລັດຕາມແຜນການ.
               ສຳລັບປີ 2009 ລຮລ ຈະສືບຕໍ່ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຂອງລັດຖະບານ ແລະ ສືບຕໍ່
ເຮັດວຽກກັບບັນດາຂາຫຸ້ນຕ່າງປະເທດ ໃນແຕ່ລະໂຄງການ ເພື່ອພ້ອມກັນປະຕິບັດວຽກງານໃນແຕ່ລະດ້ານຂອງໂຄງການ
ໃຫ້ສຳເລັດຕາມແຜນການ.
Logged
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #1 on: 27-02-2009, 14:08:06 »

Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM