pnomsin's forum pnomsin's forum
work.gifpnomsin.comerection.gif
News: ເວລາກໍ່ເຫມືອນສາຍນ້ຳ
ເຮົາບໍ່ມີທາງສຳພັດນ້ຳດຽວກັນໄດ້ສອງເທື່ອດອກ
ເພາະມັນໄດ້ໄຫລຜ່ານໄປແລ້ວ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:01:59


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ຮູ້ຈັກກັບ ແວວຄຳ2  (Read 1696 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« on: 04-03-2009, 13:29:14 »

ແວວຄຳ2 ເປັນອີກຄົນຫນຶ່ງ ທີ່ເປັນສະມາຊິກຂອງ ເວັບເຮົາມາດົນ
ເພິ່ນບໍ່ແມ່ນຄົນໃນວົງການໄຟຟ້າ ແຕ່ເປັນຄົນບ້ານນາສຳພັນ ແຂວງຫລວງພະບາງ ຄັນສິວ່າໄປ ກໍ່ແມ່ນໄທບ້ານດຽວກັນກໍ່ແມ່ນ

ເພິ່ນຈົບກາສຶກສາ ຈາກ ມະຫາວິທະຍາໄລແຫ່ງຊາດ ສາຍພາສາ ອັງກິດ ແລ້ວກໍ່ກັບເມືອຮັບໃຊ້ບ້ານເມືອງຢູ່ຫລວງພະບາງ
ພ້ອມກັນນັ້ນ ກໍ່ສ້າງບ້ານພັກສາຍສຳພັນຂຶ້ນມາ ຫລັງຈາກມີບ້ານພັກແລ້ວ ກໍ່ຢາກມີເວັບໄຊ ໃຫ້ກັບບ້ານພັກ

ເມື່ອຢາກມີເວັບໄຊ ເພິ່ນກໍເລີຍ ອາໄສໄທບ້ານເພິ່ນ ຊ່ວຍ ກໍ່ເລີຍກາຍສະມາຊິກເວັບເຮົາຕັ້ງແຕ່ນັ້ນມາ
ແລະ ເວັບໄຊບ້ານພັກສາຍສຳພັນກໍ່ກຳເນີດຂຶ້ນ ຈາກຄວາມສາມາດຂອງເພິ່ນເອງ
ນ້ອງສາວເພິ່ນຊື່ຫລ້າຊ້ອຍ ກໍ່ເກັ່ງເລື້ອງ MSN space ກໍ່ຄົງເປັນຕົວຊ່ວຍອີກຜູ້ຫນຶ່ງ ໃນການສ້າງເວັບໄຊ

ຕໍ່ມາບໍ່ດົນ ກໍ່ບອກວ່າຢາກໄປຮຽນໂທ ຈະສະຫມັກນຳໂຄງການຂອງຍີ່ປຸ່ນ
ຂໍຄຳແນະນຳແນວນັ້ນແນວນີ້ ເຮົາກໍ່ບອກໄປຕາມທີ່ຮູ້
ຈາກນັ້ນ ກໍ່ເຫັນປະກົດໂຕ ຢູ່ວຽງຈັນ ຕອນນັ້ນເພິ່ນວ່າມາສຳພາດ

ແລະ ຕອນນີ້ ກໍ່ກຳລັງຮຽນ ຢູ່ຍີ່ປຸ່ນ


ຂໍສຳພາດເດີ້
1 ຄິດແນວໃດ ຈຶ່ງຢາກຮຽນຕໍ່ ປະລິນຍາໂທ
2 ມີຄົນສົ່ງຟອມຈັກຄົນ ມີຈັກຄົນ ທີ່ໄດ້ເຂົ້າສຳພາດ
3 ເວລາເຂົາສຳພາດ ເຂົາຖາມຫຍັງແດ່ ແລະ ຕອບເຂົາແນວໃດ
4 ຄິດວ່າແມ່ນຫຍັງທີ່ເຮັດໃຫ້ເຂົາເລືອກເຮົາ
ເອົາເທົ່ານີ້ກ່ອນ
Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #1 on: 09-03-2009, 21:41:14 »

ຕອບແບບສັ້ນຯ ເນາະ ເພາະວ່າ ບໍ່ມີ sticker lao font ແດ່


1. ການທີ່ເຣັດວຽກເປັນເວລາເກືອບ 10 ປີ ເຣັດໃຫ້  ຂ ພ ຈ ຣຸ້ ວ່າ ຄວາມຣຸ້ທີ່ມີຍັງບໍ່ສາມາດຕອບສະຫນອງຄວາມຕ້ອງການຂອງງານໃນບາງຄັ້ງ,ການມາສືກສາໃນຕ່າງແດນກໍ່ເປັນໂອກາດທີ່ຈະນຳເອົາສິ່ງໃໝ່ ເພື່ອໄປປະກອບສ່ວນໃນສ່ວນໜື່ງຂອງການພັດທະນາສັງຄົມລາວ,ດັ່ງ ພາສີດວ່າ ຄົນບໍ່ອອກຈາກບ້ານບໍ່ເຫັນດ້ານແດນໄກ...

2. ຖາມວ່າ ຈັກຄົນ? ເວລາເຂົ້າຫ້ອງສອບເສັງ ຣອບທຳອິດ ຄິດວ່າປະມານ ບໍ່ຕຳກວ່າ 300 ຄົນ ,ຂັ້ນຕອນຄັດເລືອກ ອ່ານຕາມ link ນີ້ http://sv2.jice.org/jds/scholarships/laos/index.html

3. ຈຳນວນທີ່ຍັງເຫຼືອໃນແຕ່ລະຣອບ ເພິ່ນ ກໍ່ບໍ່ໄດ້ແຈ້ງໃຫ້ຊາບ,ຮູ້ແຕ່ວ່າໃນຣອບສຸດທ້າຍ ຕ້ອງເຫຼືອ ແຕ່ 25 ຄົນເທົ່ານັ້ນ.
ທີ່ຫ້ອງສຳພາດ ຄັ້ງສຸດທ້າຍ !! ຜູ້ສຳພາດກໍ່ປະກອບດ້ວຍຜູ້ີຕາງໜ້າ ຈາກບັນດາກະຊວງ ທີ່ເປັນຄະນະກຳມະການ ແລະ ລວມທັງ ຕາງໜ້າສະຖານທຸດ ຍີ່ປຸ່ນ,ລວມປະມານ 10 ທ່ານ ທັງໝົດ

ປະມານ 7 -8 ຄຳຖາມທີ່ຖືກຖາມ. ຄຳຖາມ ສ່ວນໃຫຍ່ ແມ່ນກ່ຽວຂ້ອງກັບບົດທີ່ເຣົາຂຽນ ສົ່ງໃຫ້ ກ່ອນ ປະມານ 700 words ຊີ່ງບົດຂອງຂ ພ ຈ ກໍ່ ແມ່ນ ເວົ້າເລື້ອງການຄຸ້ມຄອງເມືອງມໍລະດົກໂລກຫຼວງພະບາງ ຊີ່ງເປັນຫົວເລື້ອງ ທີ່ກ່ຽວຂ້ອງກັບວຽກເຣັດໃນຫ້ອງການ ເປັນເວລາ ເກືອບ 8 years ກໍ່ເປັນອັນວ່າ  ທຸກ ຢ່າງ ມີຄຳຕອບ.

4. ຫົວຂໍ້ ຂອງບົດ , ການ ວິເຄາະ ບັນຫາໃນບົດຄົ້ນຄວ້າ ເປັນ ສີ່ງສຳຄັນແລະ ຫົວເລື້ອງດັ່ງກ່າວຕ້ອງ ໃຫ້ສອດຄ່ອງກັບແຜນການພັດທະນາ ເສດຖະກີດ ສັງຄົມ ຂອງ ປະເທດເຮົາ

ເວລາຕອບຄຳຖາມກໍຕ້ອງ  ຢືນຢູ່ໃນທັດສະນະຄວາມໝັ້ນໃຈ ຂອງຕົນເອງ ມີການຕອບແບບ ທາງກົງແລະທາງອ້ອມ ເພື່ອເຣັດໃຫ້ຜູ້ທີ່ສຳພາດ ເຂົ້າເຖິງ ປະເດັນທີ່ເຮົາຕ້ອງການຈະນຳໄປຄົ້ນຄ້ວາ
ແລະ ທັງໝົດເລົ່ານີ້ ທີ່ຈະເຮັດໃຫ້ ເຮົາເປັນ ຜູ້ ທີ່ເຂົາ ເລືອກ.




Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #2 on: 10-03-2009, 16:08:00 »

ຜ່ານ 300 ຄົນ ເຂົ້າໄປໄດ້, ບໍ່ທຳມະດາເນາະ

ຄິດວ່າ ຍີ່ປຸ່ນ ເຂົາສົ່ງເສີມ ໃຫ້ແມ່ຍິງ ມີໂອກາດໄປຮຽນຕໍ່ ເຂົາຈະເປີດໄຟຂຽວໃຫ້ແມ່ຍິງ ແລະ ຄົນຕ່າງແຂວງຫລາຍກວ່າ ຜູ້ຊາຍຄົນນະຄອນຫລວງ

ເຂົາສົ່ງເສີມສະຖາບັນຄອບຄົວອີກ ຖ້າໄດ້ໄປຍີ່ປຸ່ນ ແມ່ນສາມາດເອົາລູກເອົາເມຍໄປນຳ

ເຄີຍຂຽນຟອມ ເພື່ອໄປຍີ່ປຸ່ນຄືກັນ ຂຽນມາແລ້ວ 2 ຄັ້ງ ຄັ້ງທີ1 ຕົກຮອບ4 ຄົນສຸດທ້າຍ, ຄັ້ງທີ2​ ຕັ້ງບໍ່ສົ່ງຟອມ

1 ວ່າແຕ່ແວວຄຳ2 ເປັນຍິງຫລືຊາຍ ? ຮູ້ແລ້ວກາຍັງຖາມ
2 ຊື່ຈິງສຽງຈິງ ເປັນຄວາມລັບບໍ່?
3​ ຄິດວ່າແມ່ນຫຍັງ ທີ່ເຮັດໃຫ້ເຮົາເປັນຜູ້ທີ່ຖືກເລືອກ (ຖາມຄືນອີກ)

Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #3 on: 11-03-2009, 17:11:35 »

ຄີດວ່າເປັນ ໂຊກຂອງຕົນ ທີ່ມີໂອກາດ ແລະ ປັດໃຈສຳຄັນແມ່ນ ຫົວຂໍ້ ທີ່ຈະນຳໄປຄົ້ນຄ້ວາເປັນທີ່ສຳຄັນ ແລະຈະນຳມາເປັນ ຜົນ ຕໍ່ກັບການພັດທະນາປະເທດ ຕາມແຜນທີ່ ລັດຖຸບານ ວາງໄວ້  ຈຸດນີ້ລະ ທີ່ເປັນໃຫ້ ເຮົາເປັນຜູ້ ຖືກເລືອກ;ນອກນັ້ນ ກໍ່ຍັງມີ ເງືອນໄຂອື່ນຯ ຕາມ ແບບ ຟອມ ທີ່ຕ້ອງປະກອບໃຫ້ຄົບຕາມມາດຖານ ຂອງຜູ້ສະໝັກ.ລາຍລະອຽດອ່ານຕື່ມ ທີ່ ເປົ້າໝາຍຂອງການໃຫ້ທືນ ...http://sv2.jice.org/jds/scholarships/index.htmlຈຸດປະສົງຫຼັກແມ່ນເພື່ອ ສົ່ງເສິມ ພະນັກງານຜູ້ໝຸ່ມນ້ອຍ ທີ່ ຈະກ້າວມາເປັນ ນັກພັດທພນາແລະ ຜູ້ນຳໃນອານາຄົດ... ຖາມເຖິງ ນາມແທ້ ຂໍສະຫງວນໄວ້ ກ່ອນ ເນະ  ແຕ່ ຖ້າໄດ້ເຂົ້າເບິ່ງ this link http://soudaphone.multiply.com   ບອກໄດ້ວ່າ ເປັນ ຄົນງາມ ແນ່ນອນ.
Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #4 on: 12-03-2009, 09:29:55 »

Quote
ຖາມເຖິງ ນາມແທ້ ຂໍສະຫງວນໄວ້ ກ່ອນ ເນະ  ແຕ່ ຖ້າໄດ້ເຂົ້າເບິ່ງ this link http://soudaphone.multiply.com   ບອກໄດ້ວ່າ ເປັນ ຄົນງາມ ແນ່ນອນ.

soudaphone.multiply.com ເຂົ້າບໍ່ໄດ້ ເລີຍບໍ່ໄດ້ອັບເດດ pnomsin.multiply.com

ຄົນຄື soudaphone ບໍ່ເຄີຍບອກຊື່ໃຜ  Grin
Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #5 on: 12-03-2009, 11:03:55 »

what happened ? I update it almost everyday
Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #6 on: 12-03-2009, 17:09:36 »

ຮູ້ສຶກວ່າ ຄົນຢູ່ປະເທດລາວ ບໍ່ສາມາດເຂົ້າໄປໄດ້ ປະເທດອື່ນ ເຂົ້າໄດ້ບໍ່ມີບັນຫາ
Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #7 on: 12-03-2009, 20:23:13 »

ຈະລອງ ປັບກ່ອນເດີ
Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #8 on: 13-03-2009, 06:39:53 »

ເອົາລະຂໍສຳພາດຕື່ມເດີ້ ກ່ຽວກັບຊີວິດ ຢູ່ຕ່າງແດນ

1 ຫລັງຈາກໄປຮອດຍີ່ປຸ່ນ ໄດ້ຮຽນຫລັກສູດກຽມຄືແນວໃດ ຢູ່ໃສ
2 ບ່ອນຮຽນປະຈຸບັນຢູ່ໃສ ຮຽນວິຊາຫຍັງ
3 ຫົວຂໍ້ຄົ້ນຄວ້າ ແມ່ນກ່ຽວກັບຫຍັງ
4 ເບ້ຍລ້ຽງ ເງິນອຸດຫນູນຕ່າງໆ ມີຄືແນວໃດ ຊີວິດຢູ່ບີ່ປ່ນ ສະດວກ ຫຍຸ້ງຍາກແນວໃດ
5 ການຮຽນຢູ່ພຸ້ນຍາກງ່າຍແນວໃດ ໃຫ້ພວກນ້ອງໆ ທີ່ຈະໄປໃຫມ່ ກຽມຕົວແນວໃດ

ມາຕອບໃຫ້ແດ່ເດີ້
Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #9 on: 13-03-2009, 17:51:43 »

[/img][/img]
Logged

ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #10 on: 13-03-2009, 17:54:19 »

ວັນນີ້ ເອົາໄປເລີຍ ສາມຂໍ້ທຳອິດ

1.ສອງອາທິດ ທຳອິດໄດ້ ເຂົ້າຣ່ວມ orientation ກ່ຽວກັບສະພາບລວມຂອງການດຳລົງຊິວິດແລະຂໍ້ມູນທີ່ຄວນຣູ້ກ່ຽວກັບ ປະເທດຍີ່ປຸ່ນ(ລະບົບການສືກສາ,ວັດທະນະທຳ....)at Jica Center,Osaka ແລະ ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນ ທີ່ Kyoto ເຊັ່ນ Nara Park and famous temple in Kyoto.
ຫຼັງຈາກນັ້ນ ກາງເດືອນ 7 ກໍ່ຍ້າຍໄປ ສູນ Jica at Kita kyushu (Kyushu Island) ເພື່ອ ກຽມຮຽນ ພາສາ ຍີ່ປຸ່ນ; ພີ່ນ້ອງເອີຍ!ມາຕັ້ງນະໂມ ຣຽນ ພາສາຍີ່ປຸ່ນ ເລີ້ມຈາກ ພະຍັນຊະນະ ຕ່າງຯ ...ຣຽນເກືອບສອງເດືອນແຕ່ ກໍ່ພໍໄປຕະຫຼາດ ແລະ ບໍ່ພໍຫຼົງລົດໄຟ ນຳເພີ່ນ.ແຕ່ ປານນັ້ນ ກໍ່ຍັງຫຼົງ ສະຖານີ ຈົນໄດ້.
ສະຫຼຸຸບໄດ້ວ່າ ກຽມ ພາສາ ທີ່ສູນນີ້ ມ່ວນຫຼາຍແລະມີຄວາມ ປະທັບໃຈ,ສິ່ງອຳນວຍຄວາມສະດວກມີຫຼາຍຢ່າງ,ຜູ້ຄົນກໍ່ເປັນມິດດີ ....ບໍ່ວ່າ ຈະເປັນ ນັກສຳມະນາຂອງ ອົງການ Jicaແລະນັກສືກສາທີ່ໄດ້ຣັບທືນດຽວກັນທີ່ມາຈາກ ຫຼາຍປະເທດ.

2.ປະຈຸບັນ ຣຽນທີ່ Ritsumeikan Asia Pacific University ຫຼື ສັ້ນຯ ຣຽກວ່າ APU http://www.apu.ac.jp/home/
ທີ່ເມືອງ ເບບປຸ(Beppu) oita prefecture ເປັນເມືອງນ້ອຍ ແລະມີຊີ່ສຽງໂດງດັງ ກ່ຽວກັບ ບໍ່ ນຳຣ້ອນ
(Hot Spring)


ສະເພາະໃບປະກາດທີ່ຈະໄດ້ຣັບແມ່ນ             
Grad. School of Asia Pacific Studies
Master's in International Cooperation Policy
                 
ແຕ່ຮຽນໃນ Field ຂອງ International Public Administration

http://www.apu.ac.jp/graduate/modules/gsa/index.php?id=39

3. ຫົວຂໍ້ຄົ້ນຄວ້າ ແມ່ນກ່ຽວກັບ ຜົນກະທົບຂອງການທ່ອງທ່ຽວ
ຕໍ່ກັບການປົກປັກຣັກສາຕົວເມືອງມໍລະດົກໂລກ ,ກໍລະນີ ສືກສາ ເມືອງມໍລະດົກໂລກຫຼວງພະບາງ(ບາງທີເວລາຂຽນຕົວຈີງ ອາດມີການປ່ຽນແປງ ກໍລະນີສືກສາ ເພາະຕ້ອງເບິ່ງຕາມຂໍ້ມູນ)
 

ເທົ່ານີ້ ກ່ອນເນາະ ວັນນີ້ ອາຈານ ພະ ! ວັນຫຼັງ ຂໍລີ້ງ sticker lao font ມາຝາກແດ່ເດີ້ ຫຼື ຖ່າຍ ຣູບ ມາກໍ່ໄດ້ ....ຄອບໃຈລ່ວງໜ້າ ເດີ .

Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #11 on: 14-03-2009, 22:46:06 »



4 ເບ້ຍລ້ຽງ ເງິນອຸດຫນູນຕ່າງໆ ມີຄືແນວໃດ ຊີວິດຢູ່ບີ່ປ່ນ ສະດວກ ຫຍຸ້ງຍາກແນວໃດ
5 ການຮຽນຢູ່ພຸ້ນຍາກງ່າຍແນວໃດ ໃຫ້ພວກນ້ອງໆ ທີ່ຈະໄປໃຫມ່ ກຽມຕົວແນວໃດ
Logged
ແວວຄຳ2
Jr. Member
**
Posts: 52


Do not step on me !


View Profile
« Reply #12 on: 18-03-2009, 10:06:10 »

ລໍໜ້ອຍໜື່ງເດີ ອາຈານ ພະ ! ຈະກັບມາຕອບ ໃຫ້ ໃນທ້າຍອາທິດນີ້ລະ.
Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM