pnomsin's forum pnomsin's forum
work.gifpnomsin.comerection.gif
News: ຖາຢາກໄດ້ຄວາມຮູ້ໃຫມ່ ຈົ່ງຍົກບັນຫາໃຫມ່ໆ ຂຶ້ນມາຖາມເລື້ອຍໆ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:05:09


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ປັນຫາເລື່ອງການຕຶດຕັ້ງໄຟຟ້າໃຫມ່  (Read 3302 times)
0 Members and 1 Guest are viewing this topic.
ຶຶຶຶิิิิຶຶຶໍລຸກແມ່
Newbie
*
Posts: 4


View Profile
« on: 12-03-2009, 20:19:47 »

ສະບາຍດີ
ມີເລື່ອງຢາກຮູ້ເລື່ອງການຕຶດຕັ້ງໄຟຟ້າໃຫມ່ເພາະແມ່ໂທມາຂໍເງີນວ່າທາງບ້ານຂ້ອຍຈະເອາໄຟຟ້າເຂົ້າບ້ານ
ບ້ານຂ້ອຍຢູ່ທາງໃຕ້ແຖວນາດີ ນາກາງ ຫ້ວຍໂກ ແຕ່ບ້ານນີ້ມັນມີປັນຫາຫລາຍຢ່າງປກົກະຕຶມີໂຄງການຫລາຍຄັ້ງແລ້ວ
ມີແຕ່ຫລອກກັນເພາະໄຟຟ້າແມ່ນຈະຕຶດຕັ້ງດອນຂະເຫມົາກອ່ນ ວັດອາຈານ ຈອນ ຄືເຮັດຂາມນ້ຳຂອງໄປຈາກບ້ານສະເຫລົາໂສ້
ຄືກັບທີ່ບ້ານລຸງຄຳໄຕທີ່ເຮັດຂ້າມຈາກທ່າມັນໄປຫົວໂຂງແຕ່ທາງບ້ານບອກວ່າປາຍທາງຈະໃຊ້ກ່ອນແລ້ວບ້ານຂອ້ຍຈີ່ງໄດ້ໃຊ້
ເພາະເມື່ອກ່ອນັ້ນມີບໍລຶສັດ1ມາສຳປະທານຈາກລັດແລະມາບອກວ່າບໍ່ມີເງີນຈະຂໍນຳປະຊາຊົນກ່ອນລ້ານນື່ງຈາກການເກັບຄ່າໄຟທິງຫມົດສາມລ້ານ
ແລະກ່ມາຕຶດຕັ້ງສາຍໄຟໃຫ້ແລະຮາງໄຟສອງຮາງເປັນຮາງໄມ້ບໍມີດອກໄຟ ແຕ່ພໍເອາເງີນປະຊາຊົນໄປຄອບຄົວລະ1ລ້ານແລ້ວກ່ອຫາຍຕົວໄປ
ບອກວ່າຫມົດສັນຍາແຕ່ໄຟບໍໄດ້ໃຊ້ເອາເງີນໄປ1ລ້ານ ແລະມາເທື່ອນີ້ບອກວ່າເກັບກັນອີກສອງລ້ານຫ້າແສນທູດຄອບຄົວ
ແລະຕ້ອງໃຫ້ກ່ອນ1ລ້ານອີກມາແລະ1ລ້ານ5ແສນໄດ້ໃຊ້ໄຟກ່ອນຈີ່ງໃຫ້ ໂດຍບັງຄັບຕ້ອງໃຫ້ ແລະກ່ະຍັງບໍຮູ້ຈະມາແບບເກ່າຫລືອບໍ
ຢາກຮູ້ວ່າທີ່ອື່ນຄືກັບບ້ານຂ້ອຍບໍຕ້ອງເກັບເງີນກ່ອນແລະທາງລັດຊ່ວຍຫຍັງໄດ້ແນ່ເຫັນວ່າມີນະໂຍບາຍຊ່ວຍເຫລືອປະຊາຊົນທຸກຍາກ
ຢາກໃຫ້ທາງຄົ້ນເທຶງໄປກວດກາທາງໃຕ້ແນະ ເມືອງມູນລະປາໂມກ ແຂວງຈຳປາສັກ ເພາະຢ້ານເປັນເຫມືອນເມື່ອກ່ອນ
ເອາເງີນໄປແລ້ວໄຟຟ້າບໍໄດ້ໃຊ້ບໍຮູ້ຈະໄປຄືນນຳໃຜໄປຫາເມືອງບອກວ່າບໍຈັກຊີເຮັດໃຫ້ໄປຫາແຂວງເດີແລະປະຊາຊົນດຳດຳຈະຮູ້ຈັກຫຍັງ
ຢາກໃຫ້ທາງລັດຊ່ວຍເຫລືອແນ່ເທ່າທີ່ຊ່ວຍໄດ້ ແລະບໍຢາຖຶກຫລອກເຫມືອນຄັ້ງທີ່ແລ້ວຫລືອບໍໃຫ້ເອາໄຟເຂົ້າກ່ອນຄ່ອຍເກັບເງີນໄດ້ບໍ່ເມື່ອຄວາມຫມັ້ນໃຈ
ເພາະຢ້ານຫລອກ
ແລະຢາກຮູ້ເລື່ອງຄ່າການເອົາໄຟເຂົ້າວ່າຕ້ອງເຮົດແນວໄລພ້ອມຄ່າໃໍຊ້ຈ່າຍ
ຂອບໃຈ
Logged
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #1 on: 13-03-2009, 06:26:47 »

ທ່ານ ບ່າວປາກເຊ ຮູ້ຈັກທາງໃຕ້ແຖວນາດີ ນາກາງ ຫ້ວຍໂກ ຫລືບໍ່ ມີໂຄງການບໍຫລືແນວໃດ
ເພາະວ່າ ທ່ານ ບ່າວປາກເຊ ເພິ່ນເຮັດວຽກກ່ຽວກັບໂຄງການເຂດແຂວງຈຳປາສັກ
ເຂດເມືອງມຸນລະປະໂມກ ມີຫລາຍກວ່າ 1 ໂຄງການ ທີ່ຮູ້ຈັກມີ ໂຄງການ REP1 ແລະ ໂຄງການ Power to the Poor

ໂຄງການ REP1 ແມ່ນເພິ່ນກໍ່ສ້າງຕາຂ່າຍ ໄປຮອດບ້ານປະຊາຊົນ ປະຊາຊົນບໍ່ໄດ້ຈ່າຍ ກູ້ເງິນຈາກທະນາຄານໂລກໄປເຮັດໃຫ້, ສ່ວນການເອົາໄຟຈາກຕາຂ່າຍ ເຂົ້າເຮືອນຂອງແຕ່ລະຄົນ ແມ່ນປະຊາຊົນເປັນຜູ້ຈ່າຍເອງ

ໂຄງການ Power to the Poor ກໍ່ແມ່ນໃຊ້ເງິນທະນາຄານໂລກອີກ ອັນນີ້ແມ່ນ ເພິ່ນຕິດຕັ້ງໄຟໃນເຮືອນໃຫ້ປະຊາຊົນຜູ້ທຸກຍາກ ແບບ ຕິດຕັ້ງໃຫ້ກ່ອນ ຈ່າຍຄືນນຳຫລັງ http://ecicompany.wordpress.com/project/p2p/

ບໍລິສັດຕິດຕັ້ງໄຟຟ້າມີຫລາຍບໍລິສັດ ທີ່ເປັນຂອງເອກະຊົນກໍ່ມີ ທີ່ເປັນຂອງລັດກໍ່ມີ ແຕ່ທີ່ຫນ້າເຊື່ອຖືທີ່ສຸດກາແມ່ນຂອງລັດ ນັ້ນກໍ່ຄື ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ສາຂາພາກໃຕ້ ສຳນັກງານຕັ້ງຢູ່ບ້ານບັງເຢາະ ເມືອງປາກເຊ ແຂວງຈຳປາສັກ
ໂທລະສັບ: 031 252968, 210094, ແຟັກ: 031 260093.
ບໍລິສັດນີ້ ເປັນຜູ້ເຮັດຫນ້າທີ່ ປະຕິບັດ 2 ໂຄງການທີ່ກ່າວມາຂ້າງເທິງ

ຂ້າພະເຈົ້າຄິດວ່າ ທັງບໍລິສັດລັດຫລືເອກະຊົນ ກໍ່ຄົງຕ້ອງໄດ້ເກັບເງິນນຳປະຊາຊົນກ່ອນ ອາດຈະເກັບທັງຫມົດຫລືເກັບບາງສ່ວນ ເພື່ອໄປຊື້ສາຍໄຟ ດອກໄຟ ພວກອຸປະກອນໄຟຟ້າ

ການທີ່ບ້ານ ໄດ້ຮັບໄຟຟ້າແລ້ວ ແຕ່ປະຊາຊົນ ບໍ່ມີເງິນເອົາໄຟເຂົ້າເຮືອນ ກໍ່ເປັນບັນຫາໃຫ້ລັດຖະບານ ເພາະເພິ່ນຈະບໍ່ສາມາດບັນລຸຕົວເລກເປົ້າຫມາຍ ຄື ປີ 2010 ໃຫ້ 70% ຂອງຄອບຄົວ ໄດ້ໃຊ້ໄຟ ແລະ ປີ 2020 ໃຫ້ 90% ຂອງຄອບຄົວລາວ ໄດ້ໃຊ້ໄຟ, ເພິ່ນກໍ່ມີນະໂຍບາຍແກ່ຜູ້ທຸກຍາກ ໃຫ້ໄດ້ໃຊ້ໄຟກ່ອນ ຈ່າຍຜ່ອນຕາມຫລັງ
ເຊັ່ນ ໃຫ້ໃຊ້ໄຟຟຣີ 3 ປີຈຶ່ງເກັບເງິນ http://www.pnomsin.com/?p=669
ຕ້ອງແມ່ນນາຍບ້ານຢັ້ງຢືນໃຫ້ ວ່າຄອບຄົວໃດເປັນຄອບຄົວທຸກຍາກ

ຄ່າຕິດຕັ້ງໄຟຟ້າ ໃຫ້ຄອບຄົວທຸກຍາກ ຈະຕົກເປັນເງິນ ຜູ້ລະ 800 000 ກີບ ໄດ້ລາງໄຟ ພ້ອມດອກ ຈຳນວນ 2​ຊຸດ ປັກສຽບ 1 ຈຸດ ຄ່າຫມໍ້ນັບໄຟບໍມີ

ຖ້າວ່າ ຫມົດບ້ານມີຄົນເອົາໄຟເຂົ້າແຕ່2-3 ຄອບຄົວ ຄ່າຕິດຕັ້ງຕໍ່ຄອບຄົວຈະແພງກວ່າ ຖ້າຕ້ອງການຫລຸດຄ່າຕິດຕັ້ງລົງ ກໍ່ແມ່ນລະດົມໃຫ້ປະຊາຊົນໃນບ້ານ ເອົາໄຟເຂົ້າພ້ອມກັນ ຫລາຍໆ ຄອບຄົວ  ແລະ ມັນກໍ່ແລ້ວແຕ່ທາງບ້ານ ເພິ່ນສາມາດເລືອກວ່າ ຈະໃຫ້ບໍລິສັດໃດ ເປັນຜູ້ຕິດຕັ້ງໄຟຟ້າໃຫ້ເພິ່ນ ບໍລິສັດດັ່ງກ່າວ ຫນ້າເຊື່ອຖືພໍຫລືບໍ່

ໃນການເກັບຄ່າຕິດຕັ້ງ ຈະມີ ຄ່າແຮງງານ ຄ່າອຸປະກອນໄຟຟ້າ ແລະ ຄ່າຫມໍ້ນັບໄຟ ເຊິ່ງຈະແຕກຕ່າງກັນໄປ ແລ້ວແຕ່ວ່າ ເຮືອນຢູ່ໃກ້ກັບສາຍຕາຂ່າຍ ຫລືບໍ່, ເຄື່ອງໃຊ້ ມີຫລາຍຫລືມີຫນ້ອຍ  ແລະ ລາຄາທີ່ໄລ່ ແມ່ນລາຄາລັດ ຫລື ລາຄາເອກະຊົນ


Logged
ຶຶຶຶิิิิຶຶຶໍລຸກແມ່
Newbie
*
Posts: 4


View Profile
« Reply #2 on: 13-03-2009, 10:49:14 »

ขออนุยาติเดี ฟอนลาวหายพิมบ่อได้ ขอใช้ภาษาต่างประเทศแทนเดี
เข้าใจที่ท่านตอบมาและขอขอบใจเป็นอย่างสูง
แต่ปันหาที่เกีดก่ะเรื่องที่ท่านบอกว่าในนโยบายของลัดมันแต่กันก่ะฟ้าก่ะดีน ขอ้ยขอถามแน่ทางใต้มีใผลวยแน่มีแต่คอบคัวทุกยากทั้งนั้น
อาชีพชาวนาบางปีเฮัดนาเข้าบ่อพอกีนช้ำทุกเดีพี่น้องแถวเมืองมุนเมืองโขงนั้นยี่งไปกันใหญ่ บ้านอยู่ไกจากหอคำเท่าไลก่อยี่งทุก บ่อเหมือนก่ะคนเวี่ยงจัน ทุกก่อพ่หาเช้ากีนคำ แต่คนทางใต้นั้นหาเช้ากีนเช้าจะบอกให้ และบอกว่าคอบคัวทุกยากจะต้องเสียค่าไฟแปดแสน แต่ที่บ้านกับมาเก็บสองล้านห้าแสน มันต่างกันก่ะฟ้าก่ะดีนและทุกวันนี้ก่อย้อนปะติบัตตามพักลัดนี้ละ จรี่งค้นเขี่ยวหากีนหาคำขายงัวขายควายใผมีลุกก่อก่อลูกอาใสขายเข้า คนที่เค้าชื้อก่อให้ลาคาต่ำจากเมื่อก่อนชื่อหาบ1แสนชาวและมาเทื่อนี้ขาย80พันและลงมา60พัน เพราะมีคนขายหลายเพาะย้อนเอาไฟเข้าบ้านคนบ่อมีเงีนต้องขายบ่อมีทางเลือก แต่มาบอกว่าปะชาชนบ่อปะติบัดคืดได้แนวไดและเงีนจากทะนาคานโลกจากทะนาคานพัดทะนาอาชี
ที่เค้าช่วยเหลือก่ออยากให้ฃ่วยเหลือปะชาชนแน่เท่าที่มีความสามาดช่วยได้ อากให้เค้ามีที่เพี่งแน่เบี่งคือว่าปะชาชนอยู่แบบโดดเดี่ยวขาดกานช่วยเหลือจากพากลัด และมีบางคอบคัวผู้ที่เค้าใช้ไฟจักแบบใช้น้ำมันอยู่แล้ว เค้าบ่ออยากเสียเงีนเพราะเสียหลายเค้าก่อว่าแนวนั้นแท้เพราะมันแพงเกีนไป และจ่ายเงีนแล้วจักสีได้ใช้ไฟหลือบ่อมีแต่หลอกเอาเงีนแล้วหนี
« Last Edit: 13-03-2009, 11:10:30 by PPPP » Logged
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #3 on: 13-03-2009, 16:14:46 »

ຈາກຂໍ້ມູນ ຂອງ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ສາຂາພາກໃຕ້

ເພິ່ນວ່າ ຄ່າຕິດຕັ້ງໄຟເຂົ້າເຮືອນ ແມ່ນປະມານ 1.3​ ຫາ 1.8 ລ້ານ

ຖ້າຫາກວ່າ ເຮືອນຫາກຢູ່ຫ່າງຈາກຕາຂ່າຍ ຫລາຍກວ່າ 40 ແມັດ ແມ່ນຕ້ອງໄດ້ຕັ້ງເສົາເພີ້ມ. ລາຄາເສົາຊີມັງ 8 ແມັດ ຢູ່ປາກເຊ ປະມານ 600,000 ກີບ ສ່ວນເສົາໄມ້ ຫລື ເສົາເຫລັກແມ່ນບໍ່ຮູ້ລາຄາ
Logged
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #4 on: 15-03-2009, 22:05:37 »

ອີງຕາມ http://forum.pnomsin.com/index.php?topic=1286.0
Quote
               ແຂວງຈຳປາສັກ ພວມສືບຕໍ່ເລັ່ງຂະຫຍາຍຕາຂ່າຍໄຟຟ້າລົງໄປສູ່ຊົນນະບົດ ຕາມໂຄງການຂະຫຍາຍໄຟຟ້າ
ໄລຍະທີ I ໃຫ້ສຳເລັດໃນປີ 2009 ຫຼັງຈາກທີ່ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2006 ໃນຈຳນວນ 93 ບ້ານເປົ້າໝາຍ
ເຊິ່ງມາເຖິງປັດຈຸບັນສາມາດປະຕິບັດ ແລະ ເປີດນຳໃຊ້ແລ້ວ 26 ບ້ານ ກ່ອນທີ່ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຂະຫຍາຍ
ໄຟຟ້າລົງສູ່ບ້ານຕ່າງໆໄລຍະທີ II ມີບ້ານເປົ້າໝາຍ 118 ບ້ານ ເຊິ່ງຈະນຳໃຊ້ທຶນຈາກຫຼາຍຮ່ວງເພື່ອດຳເນີນໂຄງການດັ່ງ
ກ່າວໃນປີ 2009 ໄປຈົນເຖິງປິ 2012 ໃຫ້ສຳເລັດໂດຍຊຸມຊົນເມືອງ ໄດ້ມີການສະເໜີໃຫ້ເລັ່ງໃສ່ບ້ານເປົ້າໝາຍທີ່ຈະສ້າງ
ເປັນບ້ານຈຸດສຸມພັດທະນາ.
               ທ່ານ ນິພອນ ວຽງປະເສີດ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ຮ່ວມກັບພະແນກ
ການຂອງແຂວງທີ່ກ່ຽວຂ້ອງ ເຈົ້າເມືອງ 10 ຕົວເມືອງ ແລະ ຜູ້ປະສານງານໂຄງການລັດວິສາຫະກິດໄຟຟ້າລາວ ສາຂາ
ແຂວງຈຳປາສັກ ຈັດກອງປະຊຸມຕີລາຄາການປະຕິບັດໂຄງການຂະຫຍາຍໄຟຟ້າໄລຍະທີ I ໃນອາທິດທີ່ຜ່ານມາ ພ້ອມທັງ
ສືບຕໍ່ປຶກສາຫາລື ເພື່ອຈັດຕັ້ງປະຕິບັດໂຄງການຂະຫຍາຍໄຟຟ້າຊົນນະບົດ ໄລຍະທີ II ໃນປີ 2009-2012 ຊຶ່ງມີແຜນການ
ເອົາໄຟຟ້າລົງສູ່ບ້ານຈຳນວນ 118 ບ້ານ ໂຄງການດັ່ງກ່າວ ປະກອບມີທຶນຮ່ວມຂອງລັດຖະບານລາວ 20% ແລະ ທຶນ
ຊ່ວຍເຫຼືອລ້າ 80% ຈາກທະນາຄານໂລກ ຮ່ວງເງິນນ້ຳເທີນ 2 ແລະ ເງິນທຶນສົມທົບຈາກໄຟຟ້າລາວ.
               ໃນການປຶກສາຫາລືຄັ້ງນີ້ ບັນດາເມືອງຕ່າງໆ ໄດ້ສະເໜີໃຫ້ໂຄງການຫັນເອົາໄຟຟ້າລົງສູ່ບ້ານທີ່ມີເປົ້າໝາຍທີ່
ຈະສ້າງເປັນບ້ານຈຸດສຸມ ໃນການພັດທະນາເສດຖະກິດ-ສັງຄົມ ບ້ານທີ່ມີສະຖານທີ່ແຫຼ່ງທ່ອງທ່ຽວ ບ້ານທີ່ມີພື້ນຖານ
ການປະຕິວັດເປັນປັດໄຈຕົ້ນຕໍ.

ການເອົາໄຟຟ້າລົງສູ່ ຊົນນະບົດ ແມ່ນ ແນໃສ່ກຸ່ມບ້ານເປົ້າຫມາຍ ບໍ່ສາມາດເອົາທຸກບ້ານເຂົ້າໂຄງການໄດ້ຫມົດ
ສ່ວນບ້ານທີ່ຢູ່ນອກເປົ້າຫມາຍ ແມ່ນ ມີຫລາຍທາງເລືອກ ເຊັ່ນ: ລໍຖ້າໂຄງການ, ຖ້າມີເງື່ອນໄຂ ກໍ່ສາມາດ ກໍ່ສ້າງຕາຂ່າຍ ດ້ວຍທຶນຕົນເອງ

ຈາກການຫາລືກັບ ທ່ານ ບ່າວປາກເຊ ພົບວ່າ
1 ບ້ານທີ່ທ່ານລູກແມ່ ເວົ້າເຖິງ ແມ່ນ ຢູ່ນອກໂຄງການ
2 ປະຊາຊົນ ມີຄວາມພະຍາຍາມ ສ້າງຕາຂ່າຍໄຟຟ້າໃຊ້ເອງ ແຕ່ບໍ່ສຳເລັດ ໄດ້ມາພຽງ ໄຟໃນເຮືອນ
3 ຫລັງຈາກມີໂຄງການ REP1 ໄດ້ມີການກໍ່ສ້າງ ຕາຂ່າຍໄຟຟ້າແຮງກາງ ຜ່ານກາຍບ້ານດັ່ງກ່າວ ໄປບ້ານອື່ນ ແປວ່າ ບ້ານນັ້ນມີຕາຂ່າຍແຮງກາງແລ້ວ ເຫລືອພຽງແຕ່ ແຮງຕ່ຳ ແລະ ຫມໍ້ແປງ
4​ ປະຊາຊົນ ໄດ້ມີຄວາມພະຍາຍາມອີກຄັ້ງ ທີ່ຈະສ້າງຕາຂ່າຍດ້ວຍທຶນຕົນເອງ, ໂດຍອອກຄ່າໃຊ້ຈ່າຍສ້າງ ຕາຂ່າຍແຮງຕ່ຳ ແລະ ຕັ້ງຫມໍ້ແປງ,

ສະຫລຸບ
ຄ່າໃຊ້ຈ່າຍ ເອົາໄຟເຂົ້າເຮືອນ ແມ່ນຫລາຍສຸດ ບໍ່ເກີນ 2 ລ້ານກີບ ຕໍ່ຫລັງຄາເຮືອນ ມີຫລາຍລາຄາ ຫມາຍເຖິງ ການຕໍ່ໄຟຈາກຕາຂ່າຍແຮງຕ່ຳ ເຂົ້າຫາກົງເຕີ

ສ່ວນຄ່າໃຊ້ຈ່າຍ ທີ່ແມ່ຂອງທ່ານ ລຸກແມ່ ຂໍມາ ແມ່ນຄົນລະອັນກັນ ເພາະ ແມ່ນຄ່າໃຊ້ຈ່າຍສ້າງ ຕາຂ່າຍແຮງຕ່ຳ ແລະ ຕັ້ງຫມໍ້ແປງ ຂອງບ້ານ

ສະຫລຸບອີກ
ການເອົາໄຟຟ້າໄປສູ່ຊົນນະບົດໃນລາວ ແມ່ນເລື້ອງຍາກ ແລະ ແພງ ດັ່ງນັ້ນ ບໍ່ສາມາດເຮັດໄດ້ບາດດຽວ ຈຶ່ງໄດ້ເຮັດໄປເທື່ອລະຂັ້ນ ຕາມເງິນທີ່ເຂົາໃຫ້ຢືມມາ ຖ້າຖາມວ່າ ປານໃດຈະແລ້ວ ກໍ່ໃຫ້ເບິ່ງເປົ້າຫມາຍ ປີ 2020 ໃຫ້ໄດ້ໃຊ້ 90%



Logged
ຶຶຶຶิิิิຶຶຶໍລຸກແມ່
Newbie
*
Posts: 4


View Profile
« Reply #5 on: 17-03-2009, 13:12:07 »

ຄືມາດົນແທ້ຫົວຫນ້າ2020ພູ້ນຫວະຟ້າວເຮັດຟ້າວໃຊ້ຈັກຫນ່ອຍດົນໄປກໍ່ມາບອກວ່າຄ່າອູປະກອນແພງຂື້ນອີກ
ເກັບເພີ່ມຂື້ນອີກຖ້າລັດຕັ້ງໃຈເຮັດຈິ່ງຈະບໍ່ມີອຸປະສັກຫຍັງຫມົດຈະບໍ່ມີໃຜໃຫຍ່ກວ່າລັດໂຄງການທີ່ເຮັດນັ້ນດີຫລາຍ
ການລົງທຸນຂອງລັດຈະບໍ່ແມ່ນພົນກຳໄລແຕ່ແມ່ນຄວາມກືນດີຢູ່ດີຂອງພໍ່ແມ່ພີ່ນ້ອງປະຊາຊົນຖ້າລັດຄືດວ່າຢ້ານຂາດທູນແລ້ວ
ນັ້ນບໍ່ແມ່ນລັດເປັນບໍລຶສັດຈຳກັດແລ້ວແຕ່ຄົນທີ່ຮັບເຄາະຄືປະຊາຊົນທີ່ຄອຍສ່ງທັງດອກເບີ້ຍແລະທູນໃຫ້ລັດ
ແລະເລື່ອງການສຳປະທານຄືກັນລັດສຳປະທານໄດ້ແລ້ວຍັງແບ່ງໃຫ້ເອກຊົນອີກເຮັດເລຍບໍ່ໄດ້ຫວະເພາະປະຊາຊົນເຂົາເຊື່ອວ່າລັດດີກວ່າເອກຊົນ
ເອກຊົນມີແຕ່ມຸ່ງພົນກຳໄລຫລືອວ່າລັດກ່ະເອກຊົນແບ່ງກັນກີນກັນໃຊ້ຕາຍຕິແນວນີ້

Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #6 on: 18-03-2009, 10:01:29 »

ໄລຍະທີ I ຈຳນວນ 93 ບ້ານເປົ້າໝາຍ ໃຫ້ສຳເລັດໃນປີ 2009
ໄລຍະທີ II ມີບ້ານເປົ້າໝາຍ 118 ບ້ານ ແຕ່ປີ 2009 ຫາ 2012 ໃຫ້ສຳເລັດ
http://forum.pnomsin.com/index.php?topic=1286.0

ເມື່ອກ່ອນມີບໍລິສັດໄຟຟ້າບ່ອນດຽວ ບໍລິການປະຊາຊົນບໍ່ທົ່ວເຖິງ
ດຽວນີ້ ມີ ເອກະຊົນນຳ

ທັງລັດແລະເອກະຊົນເຮັດໄປນຳກັນ ເພື່ອໃຫ້ແລ້ວໄວໆ ຖ້າເປັນວຽກໂຄງການ ບໍລິສັດລັດ ຄື ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ "ກຕຟ" ເພິ່ນຈະເຮັດຫນ້າທີ່ ກໍ່ສ້າງຕາຂ່າຍ ແຮງກາງ ຕັ້ງຫມໍ້ແປງ ແລະ ກໍ່ສ້າງຕາຂ່າຍແຮງຕ່ຳ ນຳບ້ານປະຊາຊົນ ສ່ວນເອກະຊົນ ແມ່ນຮັບຫນ້າທີ່ ເດີນສາຍ ຈາກຕາຂ່າຍໃນບ້ານ ມາຫາກົງເຕີ ຈາກກົງເຕີ ເຂົ້າໃນເຮືອນ ແລະ ຕິດຕັ້ງອຸປະກອນໄຟຟ້າໃນເຮືອນ

ເພື່ອເປັນທາງເລືອກໃຫ້ປະຊາຊົນ ບາງຄັ້ງ ກຕຟ ກໍ່ເຮັດຫນ້າທີ່ຕິດຕັ້ງໄຟໃນເຮືອນອີກນຳ

ບໍລິສັດໄຟຟ້າເອກະຊົນ ກໍ່ມີການຈັດຕັ້ງມີສັງກັດ ມີສະມາຄົມ ເຄື່ອນໄຫວພາຍໃຕ້ກົດຫມາຍ ແລະ ມີພະແນກພະລັງງານແລະບໍ່ແຮ່ເບິ່ງນຳ

Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #7 on: 23-03-2009, 16:27:57 »

Logged
tang
Newbie
*
Posts: 1


View Profile Email
« Reply #8 on: 01-07-2009, 10:59:12 »

asfsadf
Logged
ບ່າວປາກເຊ
Full Member
***
Posts: 120


244349687 khan_yai@hotmail.com kphoumkeo@yahoo.com
View Profile WWW
« Reply #9 on: 01-07-2009, 15:38:36 »

ສະບາຍດີ ທ່ານ ລູກແມ່ ແລະ ຂອບໃຈ ທ່ານ admin ເພີ່ນກໍ່ອະທິບາຍຫຼາຍສົມຄວນ ລາຍລະອຽດຕື່ມ http://khanyai.wordpress.com
Logged


ການຮູ້ຈັກລໍຄອຍ ຄືເຄັດລັບຂອງຄວາມສຳເລັດ
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM