ທ່ານ
ບ່າວປາກເຊ ຮູ້ຈັກທາງໃຕ້ແຖວນາດີ ນາກາງ ຫ້ວຍໂກ ຫລືບໍ່ ມີໂຄງການບໍຫລືແນວໃດ
ເພາະວ່າ ທ່ານ ບ່າວປາກເຊ ເພິ່ນເຮັດວຽກກ່ຽວກັບໂຄງການເຂດແຂວງຈຳປາສັກ
ເຂດເມືອງມຸນລະປະໂມກ ມີຫລາຍກວ່າ 1 ໂຄງການ ທີ່ຮູ້ຈັກມີ ໂຄງການ REP1 ແລະ ໂຄງການ Power to the Poor
ໂຄງການ REP1 ແມ່ນເພິ່ນກໍ່ສ້າງຕາຂ່າຍ ໄປຮອດບ້ານປະຊາຊົນ ປະຊາຊົນບໍ່ໄດ້ຈ່າຍ ກູ້ເງິນຈາກທະນາຄານໂລກໄປເຮັດໃຫ້, ສ່ວນການເອົາໄຟຈາກຕາຂ່າຍ ເຂົ້າເຮືອນຂອງແຕ່ລະຄົນ ແມ່ນປະຊາຊົນເປັນຜູ້ຈ່າຍເອງ
ໂຄງການ Power to the Poor ກໍ່ແມ່ນໃຊ້ເງິນທະນາຄານໂລກອີກ ອັນນີ້ແມ່ນ ເພິ່ນຕິດຕັ້ງໄຟໃນເຮືອນໃຫ້ປະຊາຊົນຜູ້ທຸກຍາກ ແບບ ຕິດຕັ້ງໃຫ້ກ່ອນ ຈ່າຍຄືນນຳຫລັງ
http://ecicompany.wordpress.com/project/p2p/ບໍລິສັດຕິດຕັ້ງໄຟຟ້າມີຫລາຍບໍລິສັດ ທີ່ເປັນຂອງເອກະຊົນກໍ່ມີ ທີ່ເປັນຂອງລັດກໍ່ມີ ແຕ່ທີ່ຫນ້າເຊື່ອຖືທີ່ສຸດກາແມ່ນຂອງລັດ ນັ້ນກໍ່ຄື ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ສາຂາພາກໃຕ້ ສຳນັກງານຕັ້ງຢູ່ບ້ານບັງເຢາະ ເມືອງປາກເຊ ແຂວງຈຳປາສັກ
ໂທລະສັບ: 031 252968, 210094, ແຟັກ: 031 260093.
ບໍລິສັດນີ້ ເປັນຜູ້ເຮັດຫນ້າທີ່ ປະຕິບັດ 2 ໂຄງການທີ່ກ່າວມາຂ້າງເທິງ
ຂ້າພະເຈົ້າຄິດວ່າ ທັງບໍລິສັດລັດຫລືເອກະຊົນ ກໍ່ຄົງຕ້ອງໄດ້ເກັບເງິນນຳປະຊາຊົນກ່ອນ ອາດຈະເກັບທັງຫມົດຫລືເກັບບາງສ່ວນ ເພື່ອໄປຊື້ສາຍໄຟ ດອກໄຟ ພວກອຸປະກອນໄຟຟ້າ
ການທີ່ບ້ານ ໄດ້ຮັບໄຟຟ້າແລ້ວ ແຕ່ປະຊາຊົນ ບໍ່ມີເງິນເອົາໄຟເຂົ້າເຮືອນ ກໍ່ເປັນບັນຫາໃຫ້ລັດຖະບານ ເພາະເພິ່ນຈະບໍ່ສາມາດບັນລຸຕົວເລກເປົ້າຫມາຍ ຄື ປີ 2010 ໃຫ້ 70% ຂອງຄອບຄົວ ໄດ້ໃຊ້ໄຟ ແລະ ປີ 2020 ໃຫ້ 90% ຂອງຄອບຄົວລາວ ໄດ້ໃຊ້ໄຟ, ເພິ່ນກໍ່ມີນະໂຍບາຍແກ່ຜູ້ທຸກຍາກ ໃຫ້ໄດ້ໃຊ້ໄຟກ່ອນ ຈ່າຍຜ່ອນຕາມຫລັງ
ເຊັ່ນ ໃຫ້ໃຊ້ໄຟຟຣີ 3 ປີຈຶ່ງເກັບເງິນ
http://www.pnomsin.com/?p=669ຕ້ອງແມ່ນນາຍບ້ານຢັ້ງຢືນໃຫ້ ວ່າຄອບຄົວໃດເປັນຄອບຄົວທຸກຍາກ
ຄ່າຕິດຕັ້ງໄຟຟ້າ ໃຫ້ຄອບຄົວທຸກຍາກ ຈະຕົກເປັນເງິນ ຜູ້ລະ 800 000 ກີບ ໄດ້ລາງໄຟ ພ້ອມດອກ ຈຳນວນ 2ຊຸດ ປັກສຽບ 1 ຈຸດ ຄ່າຫມໍ້ນັບໄຟບໍມີ
ຖ້າວ່າ ຫມົດບ້ານມີຄົນເອົາໄຟເຂົ້າແຕ່2-3 ຄອບຄົວ ຄ່າຕິດຕັ້ງຕໍ່ຄອບຄົວຈະແພງກວ່າ ຖ້າຕ້ອງການຫລຸດຄ່າຕິດຕັ້ງລົງ ກໍ່ແມ່ນລະດົມໃຫ້ປະຊາຊົນໃນບ້ານ ເອົາໄຟເຂົ້າພ້ອມກັນ ຫລາຍໆ ຄອບຄົວ ແລະ ມັນກໍ່ແລ້ວແຕ່ທາງບ້ານ ເພິ່ນສາມາດເລືອກວ່າ ຈະໃຫ້ບໍລິສັດໃດ ເປັນຜູ້ຕິດຕັ້ງໄຟຟ້າໃຫ້ເພິ່ນ ບໍລິສັດດັ່ງກ່າວ ຫນ້າເຊື່ອຖືພໍຫລືບໍ່
ໃນການເກັບຄ່າຕິດຕັ້ງ ຈະມີ ຄ່າແຮງງານ ຄ່າອຸປະກອນໄຟຟ້າ ແລະ ຄ່າຫມໍ້ນັບໄຟ ເຊິ່ງຈະແຕກຕ່າງກັນໄປ ແລ້ວແຕ່ວ່າ ເຮືອນຢູ່ໃກ້ກັບສາຍຕາຂ່າຍ ຫລືບໍ່, ເຄື່ອງໃຊ້ ມີຫລາຍຫລືມີຫນ້ອຍ ແລະ ລາຄາທີ່ໄລ່ ແມ່ນລາຄາລັດ ຫລື ລາຄາເອກະຊົນ

