pnomsin's forum pnomsin's forum
work.gifpnomsin.comerection.gif
News: ຜູ້ທີ່ເຮັດຕາມບອກ ຕໍ່ໄປຈະບໍ່ຖືກບອກໃຫ້ເຮັດຫຍັງອີກ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:05:29


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ປູກໝາກເຜັດຂາຍ ລົງທຶນໜ້ອຍ ໄດ້ກຳໄລງາມ  (Read 360 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« on: 28-04-2009, 17:08:40 »


              ໝາກເຜັດເປັນພືດຊະນິດໜຶ່ງ ທີ່ປະຊາຊົນລາວເຮົາມັກໃຊ້ປຸງແຕ່ງອາຫານໃນແຕ່ລະວັນ ສະນັ້ນ ໝາກເຜັດຈິ່ງ
ໄດ້ຖືກປູກຂຶ້ນມາໃຫ້ກາຍເປັນສິນຄ້າ ແລະ ກາຍເປັນອາຊີບໜຶ່ງຂອງຊາວສວນ ທີ່ສາມາດສ້າງລາຍຮັບໃຫ້ຄອບຄົວ.
               ຕາມການສຳພາດທ່ານ ກົງ ວົງຄຳຈັນ ປະຊາຊົນບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງ
ຈັນ ກ່າວວ່າ: ຂ້າພະເຈົ້າໄດ້ເລີ່ມປູກໝາກເຜັດ ຄຽງຄູ່ກັບການປູກພືດຊະນິດອື່ນມາໄດ້ 10 ກ່ວາປີແລ້ວ ໂດຍໃຊ້ແຮງງານ
ພາຍໃນຄອບຄົວ ປັດຈຸບັນຂ້າພະເຈົ້າໄດ້ປູກໝາກເຜັດແນວພັນຕໍໃຫຍ່ (ແນວພັນຂອງໄທ) ໃນເນື້ອທີ່ດິນປູກຝັງ 1/2 ໄລ່ ຫຼືປະ
ມານ 800 ຕາແມັດ ປີໜຶ່ງສາມາດປູກໄດ້ 1 ຄັ້ງ ໄລຍະ 3 ເດືອນ ເລີ່ມເກັບຜົນຜະລິດສົ່ງຂາຍສູ່ຕະຫຼາດໄດ້ ໄລຍະເກັບຂອງ
ແຕ່ລະງວດແມ່ນ 1 ອາທິດ ແລະ ສາມາດເກັບໄດ້ປະມານ 72-120 ກິໂລ ສຳລັບການຂາຍແມ່ນຈະມີແມ່ຄ້າມາຮັບເອົາເຖິງ
ສວນໃນລາຄາແຕ່ 60.000-300.000 ກີບ ເຊິ່ງໃນແຕ່ລະປີ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ປະມານ 20 ລ້ານກີບ.
               ສ່ວນການບົວລະບັດຮັກສາແມ່ນໄດ້ເລີ່ມຕັ້ງແຕ່ການລົງເບ້ຍ ກໍໄດ້ເລີ່ມໃສ່ຝຸ່ນຕາມປົກກະຕິຄືເດືອນລະຄັ້ງ ແລະ
ສີດຢາຂ້າແມງໄມ້ ອາດຈະເປັນທິດລະຄັ້ງ ສຳລັບທຶນທັງໝົດທີ່ໃຊ້ເຂົ້າໃນການປູກໝາກເຜັດແຕ່ລະງວດ ປະມານ
1.000.000 ກີບ.

http://www.vientianemai.net/news.php?TopicID=1&NewsID=730
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM