pnomsin's forum pnomsin's forum
work.gifpnomsin.comerection.gif
News: ການຈົ່ມຂວັນຜູ້ອື່ນ ຄືການນຳກິ່ນເຫມັນ ມາໃສ່ປາກ.
ຜູ້ສະຫລາດ ຈະເຮັດໃຫ້ ປາກຂອງຕົນມີກິ່ນຫອມສະເຫມີ.
ໂດຍການເວົ້າແຕ່ສິ່ງດີໆ ກ່ຽວກັບຄົນອື່ນ.
 
*
Welcome, Guest. Please login or register.
Did you miss your activation email?
16-03-2010, 21:02:52


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ເພາະພັນລູກກົບ ແລະ ລູກປາດຸກພັນໄວ້ຈຳໜ່າຍ  (Read 3445 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« on: 14-05-2009, 12:55:38 »


               ເພື່ອເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງລັດຖະບານວາງອອກນັ້ນ ຄອບຄົວ
ຂອງທ້າວ ອຳໄພພອນ ດວງພະຈັນ ແມ່ນຄອບຄົວໜຶ່ງຢູ່ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ສ້າງເສດ
ຖະກິດຄອບຄົວດ້ວຍການເພາະພັນລູກກົບ ແລະ ປາດຸກພັນ ເພື່ອຈຳໜ່າຍເປັນອາຊີບ ຊຶ່ງໃນເບື້ອງຕົ້ນລາວລົງທຶນປະມານ
5 ລ້ານກີບ ໃນໄລຍະເລີ່ມລ້ຽງທຳອິດ ເມື່ອ 5 ປີກ່ອນ ມີພໍ່ແມ່ພັນພຽງແຕ່ 20 ຄູ່ ຈາກນັ້ນກໍຄ່ອຍໆຂະຫຍາຍຕົວຂຶ້ນມາ
ເລື້ອຍໆ ເມື່ອຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນ ແລະ ບວກກັບປະສົບການໃນການລ້ຽງມາຫຼາຍປີ.
               ຄອບຄົວທ້າວ ອຳໄພພອນ ດວງພະຈັນ ເຖິງວ່າຈະມີແຮງງານພຽງແຕ່ 2 ຜົວເມຍທີ່ເປັນຫຼັກ ໃນການລ້ຽງ
ແລະ ດູແລກົບ ແຕ່ກໍບໍ່ເປັນບັນຫາ ພຽງແຕ່ມີຄວາມດຸໝັ່ນ ມີຄວາມຮູ້ ແລະ ເຕັກນິກໃນການລ້ຽງ ໂດຍສະເພາະແມ່ນການ
ເພາະພັນລູກກົບ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໃນການດູແລ ແລະ ລ້ຽງໃຫ້ຖືກວິທີ ເປັນຕົ້ນແມ່ນການໃຫ້ອາຫານ ຕ້ອງເກືອ
ເປັນປົກກະຕິ ມື້ໜຶ່ງຕ້ອງໃຫ້ອາຫານປະມານ 8% ຂອງນ້ຳໜັກໂຕກົບ ແລະ ຄ່ອຍຫຼຸດລົງ ໃນເມື່ອກົບໃຫຍ່ຂຶ້ນ ເກືອປະມານ
4-5% ຂອງນ້ຳໜັກໂຕກົບ ຫຼືໃນມື້ໜຶ່ງອາດຈະເກືອ 2 ຄັ້ງ ແຕ່ຖ້າກົບຍັງນ້ອຍ ເກືອ 3-4 ຕໍ່ຄັ້ງ ຫົວອາຫານທີ່ນຳມາເກືອ
ກໍແມ່ນຫົວອາຫານປາດຸກພັນ ເພາະລາຄາຖືກກ່ວາຫົວອາຫານກົບ ເພາະຊ່ວຍຫຼຸດຕົ້ນທຶນໄດ້ອີກທາງໜຶ່ງ ນອກຈາກນັ້ນ
ການເອົາໃຈໃສ່ຫາທີ່ພັກ ຫຼື ບ່ອນງອຍໃຫ້ແກ່ກົບນ້ອຍ ໃນເວລາຫາງກົບຈະກຸດ ກໍເປັນສິ່ງສຳຄັນ ແລະ ອີກບັນຫາໜຶ່ງກໍຕ້ອງ
ໝັ່ນປ່ຽນນ້ຳທຸກມື້ ຈຶ່ງຈະເຮັດໃຫ້ກົບນັ້ນໃຫຍ່ໄວ.
               ທ້າວ ອຳໄພພອນ ກ່າວຕື່ມວ່າ: ການເພາະພັນລູກກົບ ຈະເຮັດນອກລະດູປະມານທ້າຍເດືອນກຸມພາ ຫຼື ຕົ້ນ
ເດືອນມີນາ ຊຶ່ງພາຍຫຼັງເພາະພັນ ແລະ ຈະລ້ຽງໄວ້ 45 ມື້ ກໍສາມາດອອກຈຳໜ່າຍລູກກົບໄດ້ ໂດຍແຕ່ລະຊຸດຈະຈຳໜ່າຍປະ
ມານ 3-4 ພັນໂຕ ໃນລາຄາໂຕລະ 500 ກີບ ສ່ວນລູກປາໂຕລະ 200-500 ຂຶ້ນກັບຂະໜາດຂອງລູກປາ ສະເລ່ຍແລ້ວໃນແຕ່
ລະປີ ຄອບຄົວຂອງທ້າວ ອຳໄພພອນ ມີລາຍຮັບຈາກການຈຳໜ່າຍລູກກົບ ແລະ ລູກປາໄດ້ເຖິງ 20 ລ້ານກ່ວາກີບ ນີ້ກໍແມ່ນ
ຄອບຄົວໜຶ່ງ ໃນການສ້າງເສດຖະກິດຄອບຄົວ ແມ່ນການສ້າງລາຍຮັບເຂົ້າຄອບຄົວ ແລະ ທັງເປັນການພັດທະນາຍົກລະ
ດັບຊີວິດການເປັນຢູ່ໃຫ້ມີຄວາມເຂັ້ມແຂງ ຄອບຄົວມີຄວາມສຸກ ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເລື້ອຍໆ.
Logged
AAC
Sr. Member
****
Posts: 486


ຢາກຮູ້,ຢາກເກັ່ງຕ້ອງໝັ່ນສືກສາ


View Profile
« Reply #1 on: 15-05-2009, 09:58:00 »

ຖືວ່າເປັນອີກອາຊີບໜື່ງທີ່ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍລ້ານກີບ
Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM