pnomsin's forum
06-09-2010, 17:28:56 *
Welcome, Guest. Please login or register.
Did you miss your activation email?

Login with username, password and session length
News: ການຈົ່ມຂວັນຜູ້ອື່ນ ຄືການນຳກິ່ນເຫມັນ ມາໃສ່ປາກ.
ຜູ້ສະຫລາດ ຈະເຮັດໃຫ້ ປາກຂອງຕົນມີກິ່ນຫອມສະເຫມີ.
ໂດຍການເວົ້າແຕ່ສິ່ງດີໆ ກ່ຽວກັບຄົນອື່ນ.
 
   Home   Help Search Login Register  
Pages: [1]   Go Down
  Send this topic  |  Print  
Author Topic: ໃຊ້ excel ໃນການຫາຄ່າສະເລ່ຍ ໃນວຽກການຜະລິດ  (Read 631 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1283

ນັກການຕະຫລາດມືໃຫມ


View Profile WWW Email
« on: 17-05-2009, 01:40:33 »

ມື້ນີ້ ກໍ່ມີເລື້ອງລາວຂອງ ການນຳໃຊ້ excel ມາເລົ່າສູ່ກັນຟັງອີກຕາມເຄີຍ.
ເທື່ອນີ້ແມ່ນ ກ່ຽວກັບວຽກສະຖິຕິແຜນການ.
ໃນການຫາຄ່າສະເລ່ຍ ແມ່ນເຮົາໃຊ້ ຜົນລວມຂອງການບັນທຶກ ຫານ ຈຳນວນການບັນທຶກ
ຕົວຢ່າງ
ມື້ທີຫນຶ່ງ ທິມງານ ກ ສາມາດຕັ້ງເສົາໄດ້ 10 ຕົ້ນ
ມື້ທີສອງ ທິມດັ່ງກ່າວ ສາມາດ ຕັ້ງເສົາໄດ້ 12 ຕົ້ນ
ຄ່າສະເລ່ຍຂອງການຕັ້ງເສົາ ແມ່ນ ເຮົາເອົາ ຜົນລວມ ຂອງ 2 ການບັນທຶກ ໄດ້ແກ່ 10+12=22
ຈຳນວນ ການບັນທຶກ ແມ່ນ ມື້ທີ1 ແລະ ມື້ທີ 2 = 2
22 / 2 =11

ໃນ function ຂອງ excel ມີ function ທີ່ມີຊື່ວ່າ AVERAGE(ການບັນທຶກທີ1: ການບັນທຶກສຸດທ້າຍ)
ພຽງແຕ່ ທາສີ ເອົາ ການບັນທຶກ ທີ1 ລາກໄປຫາ ການບັນທຶກສຸດທ້າຍ ເທົ່ານັ້ນ. excel ຈະກຳນົດຄ່າສະເລ່ຍໃຫ້ເຮົາເອງ.

ຖ້າຈະນຳເອົາສູດນີ້ມາໃຊ້ກັບການຜະລິດແທ້ໆ ກໍ່ຍັງມີອັນບໍ່ທັນໄດ້ດີ

ຖ້າເຮົາ ເອົາແຕ່ລະມື້ ມາເປັນການບັນທຶກ ຕັ້ງແຕ່ວັນທີ 1 ຂອງເດືອນ ຈົນເຖິງວັນທີ 30 ຂອງເດືອນ
ແລ້ວ ເອົາຜົນການຜະລິດ ໃສ່ເຂົ້າໄປແຕ່ລະມື ຈະພົບວ່າມີບາງມື້ ການຜະລິດ ເທົ່າກັບສູນ  (ໃນການຜະລິດ ມັນມີມື້ທີ່ເຂົາຢຸດການຜະລິດ ອາດຈະພັກທ້າຍສັບປະດາ ຫລື ຢຸດການຜະລິດຊົ່ວຄາວ ແລະ ອື່ນໆ)
ມື້ທີ່ບໍ່ມີການຜະລິດ ຫລື ມີການຜະລິດເທົ່າສູນ ເວລາເອົາໄປສະເລ່ຍ ຈະເຮັດໃຫ້ຄ່າສະເລ່ຍ ຕ່ຳລົງ.

ຜູ້ທີ່ເພິ່ນມາຫາ ເພິ່ນບໍ່ຕ້ອງການໃຫ້ ເອົາມື້ທີ່ບໍ່ມີການຜະລິດ ເຂົ້າໄປເປັນຄ່າສະເລ່ຍນຳ, ເພິ່ນຢາກໄດ້ຄ່າສະເລ່ຍ ຈາກມື້ທີ່ທຳການຜະລິດເທົ່ານັ້ນ.

ເມື່ອເປັນແບບນີ້ ກໍ່ຕ້ອງ ອອກແບບກັນໃຫມ່.

ເລີ້ມຕົ້ນທີ່ ສ້າງແຖວທີ 1 ສຳລັບໃສ່ວັນທີ ຈາກວັນທີ 1 ຫາ 31 (ຈຳນວນວັນໃນເດືອນ)
ແຖວທີ 2​ ສຳລັບໃສ່ການບັນທຶກ ຂອງແຕ່ລະວັນ. ທ້າຍ ແຖວ ໃສ່ຄ່າຜົນລວມ ດ້ວຍສູດ Sum
ສ່ວນແຖວທີ 3 ສຳລັບເກັບສູດ ທີ່ຕ້ອງນຳມາໃຊ້ໃນການຄິດໄລ່. ເຮົາຂຽນສູດໃສ່ ໂດຍໃຊ້ສູດ if ຖ້າວ່າ ການບັນທຶກ ຫາກ ຕ່າງຈາກ 0 ໃຫ້ຂຽນວ່າ yes ຖ້າບໍ່ດັ່ງນັ້ນ ໃຫ້ຂຽນ ຄຳວ່າ No. ທ້າຍ ແຖວ ໃຫ້ໃສ່ຈຳນວນ ມື້ທີ່ມີການຜະລິດ ໂດຍການໃຊ້ສູດ countif ນັບເອົາສະເພາະເຊລ ທີ່ມີຄຳວ່າ yes

ແລະ ສຸດທ້າຍ ຂຽນສູດ ເພື່ອຫາຄ່າສະເລ່ຍ average = sum / countif

ການຂຽນສູດ
=sum(ເຊລວັນທີ1:ເຊລວັນທີີ31)
=if(ເຊລເທິງ<>0,"yes","no")
=countif(ເຊລວັນທີ1:ເຊລວັນທີີ31,"yes")
« Last Edit: 18-05-2009, 16:20:11 by PPPP » Logged
PPPP
Administrator
Hero Member
*****
Posts: 1283

ນັກການຕະຫລາດມືໃຫມ


View Profile WWW Email
« Reply #1 on: 18-05-2009, 16:25:30 »

ວິທີທີ່ສະເຫນີ ໄປຂ້າງເທິງ ເພິ່ນບໍ່ມັກ ປານໃດ
ກໍ່ເລີຍສະເຫນີ ວິທີໃຫມ່
ໃນການກຳນົດ ຈຳນວນມື້ຜະລິດ ໃຫ້ໃຊ້ counta ແທນການໃຊ້ countif
counta ແມ່ນຈະນັບ ເຊລຕ່າງໆໃນ range ທີ່ເຮົາເລືອກ ຍົກເວັ້ນ blank cell ຫລື ເຊລທີ່ເປົ່າວ່າງ
ດັ່ງນັ້ນ ຖ້າບໍ່ມີການຜະລິດ ຕ້ອງບໍ່ປ້ອນຕົວເລກ ໃດໆເຂົ້າໄປ ແມ່ນແຕ່ເລກ0 ກໍບໍ່ໄດ້.

ການໃຊ້ວິທີນີ້ ແມ່ນບໍ່ຈຳເປັນຕ້ອງມີ yes/no
ສູດ counta(a1:z1)
Logged
AAC
Sr. Member
****
Posts: 495


ຢາກຮູ້,ຢາກເກັ່ງຕ້ອງໝັ່ນສືກສາ


View Profile
« Reply #2 on: 19-05-2009, 08:22:12 »

ໄດ້ບົດຮຽນອີກແລ້ວ  Shocked Shocked
Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC Valid XHTML 1.0! Valid CSS!