ທີ່ຫ້ອງການຂ້າພະເຈົ້າ ຫລັງຈາກໄດ້ມີການ ຕັ້ງ IP ໃຫ້ແຕ່ຫນ່ວຍຄອມໃນວົງ LAN ກໍ່ແກ້ສາມາດບັນຫາ
IP ຕຳກັນໄປໄດ້ແຕ່ມີພະນັກງານຄົນຫນຶ່ງເພິ່ນຕັ້ງຄຳຖາມມາວ່າ ຖ້າຕັ້ງ IP ແລ້ວ ຈະບອກໄດ້ວ່າ IP ໃດເປັນຂອງໃຜ ແຕ່ມັນຈະປອດໄພບໍ່ ຈະບໍ່ຖືກ hack ບໍ່
ກ່ຽວກັບເລື້ອງນີ້ ຂ້າພະເຈົ້າ ບໍ່ຊ່າງຈະຕອບ ຈຶ່ງຂໍໃຫ້ຜູ້ຊ່ຽວຊານດ້ານນີ້ ຊ່ວຍຕອບ
ຂ້າພະເຈົ້າຮູ້ແຕ່ວ່າ ໃນວົງ LAN ຖ້າເຮົາບໍ່ share ຫຍັງ ຄົນອື່ນກໍ່ບໍ່ສາມາດເຂົ້າມາເຮັດຫຍັງໄດ້
ຖ້າເຮົາ share folder ແບບ full ແມ່ນສາມາດ ໃຫ້ຄົນອື່ນ ສົ່ງຂໍ້ມູນເຂົ້າມາຫາເຮົາ ແປງ file ຂອງເຮົາ ຫລື ແມ້ກະທັ່ງ ລຶບ
ແຕ່ຖ້າເຮົາ share folder ແບບ read-only ແມ່ນຄົນອື່ນ ບໍ່ສາມາດລຶບ ຫລື ແກ້ໄຂຂໍ້ມູນເຮົາໄດ້ ມີແຕ່ເບິ່ງໄດ້ ແລະ ເຊບເອົາໄປໄດ້