pnomsin's forum pnomsin's forum
work.gifpnomsin.comerection.gif
News: "เมื่อมั่งมีมากมิตรมาหมายมอง เมื่อมัวหมองมิตรมองเหมือนหมูหมา: เมื่อไม่มีมวลมิตรไม่มองมา เมื่อมอดม้วยแม้หมูหมาไม่มามอง":
 
*
Welcome, Guest. Please login or register.
Did you miss your activation email?
12-03-2010, 02:24:59


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ຄອມໃນວົງແລນດຽວກັນ ບໍ່ເຫັນກັນ  (Read 1058 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« on: 03-08-2009, 14:20:32 »

ການທີ່ມີລະບົບ LAN - Local Area  Network ສາມາດ ແບ່ງປັນຊັບພະຍາກອນໄດ້,​ ສາມາດປະຢັດເງິນຂອງບໍລິສັດ ໃນການຊື້ເຄື່ອງພິມ ແບບດຽວກັນ ຫລາຍໆຫນ່ວຍ ພຽງແຕ່ໃຊ້ສາຍແລນ ຕໍ່ຫາກັນ ກໍ່ສາມາດ ສັ່ງພິມໄປຫາເຄື່ອງພິມທີ່ຕ້ອງການໄດ້, ນອກນັ້ນ ຍັງສາມາດ ແບ່ງປັນຂໍ້ມູນນຳກັນໄດ້ ບໍ່ວ່າຈະເປັນຕາຕະລາງເບີໂທລະສັບພະນັກງານ, file ທີ່ເຮົາດາວໂຫລດມາແລ້ວ ບໍ່ຈຳເປັນໃຫ້ຜູ້ອື່ນ ໄປດາວໂຫລດໃຫມ່ ເສຍທັງເວລາ ແລະ ຍັງເຮັດໃຫ້ອິນເຕີເນັດຂອງບໍລິສັດຊ້າລົງອີກ, ຮູບພາບທີ່ໄປຖ່າຍມາຈາກກິດຈະກຳລວມຫມູ່...

ແຕ່, ທຸກຢ່າງມັນກໍ່ມີບັນຫາທັງນັ້ນ, ໃນນີ້ ຂໍຍົກບັນຫາ ການທີ່ຄອມພິວເຕີ ໃນ workgroup ດຽວກັນ ບໍ່ເຫັນກັນ, ຖ້າເປັນແນວນັ້ນ ຂໍ້ດີຕ່າງໆຂອງລະບົບ LAN ທີ່ກ່າວມາຂ້າງເທິງ ກໍ່ບໍ່ເປັນຜົນດີຫຍັງ ຖ້າຫາກເຮົາບໍ່ສາມາດເຂົ້າເຖິງ ຊັບພະຍາກອນນັ້ນໄດ້ ຕົວຢ່າງ ໃນຫ້ອງການຂ້າພະເຈົ້າ ມີຄອມຫນ່ວຍຫນຶ່ງ ຕໍ່ກັບເຄື່ອງພິມ ແຕ່ຂ້າພະເຈົາ ບໍ່ສາມາດເຂົ້າຫາຄອມຫນ່ວຍນັ້ນ ການສັ່ງພິມໄປບ່ອນນັ້ນ ຈຶ່ງບໍ່ສາມາດເຮັດໄດ້ ອາດຈະຕ້ອງ save ໃສ່ USB ໄປໃຫ້ເຂົາເປີດແລະສັ່ງພິມ

ຕາມທິດສະດີແລ້ວ ກ່ອນຈະສາມາດໃຊ້ຊັບພະຍາກອນຮ່ວມກັນ ເມື່ອເຈົ້າຂອງຄອມພິວເຕີ ເປີດກວ້າງ ໂດຍການ share documents and printers ເຊິ່ງຈະສາມາດຕັ້ງຄ່ານີ້ໄດ້ຕອນ ຕັ້ງ workgroup

ຖ້າຫາກວ່າ ທ່ານຕັ້ງທກຢ່າງຖືກກັນຫມົດ ແຕ່ຍັງບໍ່ເຫັນກັນ ຂໍແນະນຳໃຫ້
1 ກວດເບິ່ງ firewall setting ສຳລັບການທົດສອບ ແນະນຳໃຫ້ປິດກຳແພງໄຟ windows firewall
2 ເມື່ອປິດ windows firewall ແລ້ວ ຍັງຕ້ອງກວດເບິ່ງ firewall ຂອງໂປແກມຕ້ານໄວຣັດອີກ ໃນນີ້ ແນະນຳໃຫ້ຕັ້ງຄ່າທຸກຢ່າງກັບຄືນໄປເປັນ default

ປົກກະຕິຖ້າຕັ້ງມາຮອດນີ້ແລ້ວ ມັກຈະໄດ້ຜົນ
ແຕ່ມັນກໍ່ບໍ່ສະເຫມີໄປ ດັ່ງນັ້ນ ຈຶ່ງຂໍຄຳເຫັນນຳຜູ້ຊ່ຽວຊານຕື່ມ ວ່າຈະແກ້ດ້ວຍວິທີໃດຕື່ມ

ຂອບໃຈຂໍ້ມູນ ຂອງ os555 and boudy ທີ່ແນະນຳມາທາງໂທລະສັບ
Logged
ຮັກຈິງໃຈ
Jr. Member
**
Posts: 78


View Profile Email
« Reply #1 on: 07-10-2009, 06:53:45 »

ຄັອມທັງສອງໃຊ້ຣະບົບປະຕິບັດງານດຽວກັນເບາະ?  ຖ້າຄັອມໜວ່ຍໜຶ່ງໃຊ້ Windows ແລະຄັອມອີກໜວ່ຍໃຊ້ Linux ຫລື Mac OS ບໍ່ເຫັນກັນແທ້. ຖ້າໃຊ້ຣະບົບດຽວກັນແຕ່ຍັງບໍ່ເຫັນກັນກໍ່ສະແດງວ່າຕັ້ງບໍ່ຖືກ, ຖ້າເຫັນກັນແຕ່ເຂົ້າຫາກັນບໍ່ໄດ້ ກໍ່ໝາຍຄວາມວ່າມີບັນຫາຝາໄຟຫລືຣະຫັດ.
Logged
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« Reply #2 on: 07-10-2009, 11:45:25 »

ສ່ວນຫລາຍລະບົບບ້ານເຮົາ ຈະໃຊ້ windows ເປັນສ່ວນຫລາຍ ນອກນີ້ ກໍ່ມີ ubuntu ຂອງທິມງານ LaoZaa
ທີ່ຫ້ອງການແມ່ນໃຊ້ windows Xp ສ່ວນຫລາຍ ແລະ ໃຊ້ Vista ຈຳນວນຫນຶ່ງ
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM