tip for installing Joomla
1 which version to install?
ມັນມີແຕ່2ເວີຊັນໃຫຍ່ ໄດ້ແກ່ 1.0.xx ແລະ 1.5.xx ແນະນຳໃຫ້ໃຊ້ 1.5.xx ເພາະວ່າ ມັນທັນສະໄຫມກວ່າ
2 where to install?
requirements for Joomla! They are:
PHP 4.2.x or later
MySQL 3.23.x or later
Apache 1.3.x or later
ສະນັ້ນ ເວລາເລືອກເຊີບເວີ ທີ່ຈະຕິດຕັ້ງຈຸມລາ ໃຫ້ເບິ່ງຕາມຂໍຮຽກຮ້ອງຂ້າງເທິງ
ປົກກະຕິ ຖ້າເຊີບເວີ ມີຖານຂໍ້ມູນໃຫ້ ກໍ່ຖືວ່າໃຊ້ໄດ້
3 free hosting for installing joomla
ອັນນີ້ ທ່ານສາມາດ copy ປະໂຫຍກຂ້າງເທິງ ໄປ search ເອົາເອງໄດ້
ມີຫລາຍເວັບຢູ່ ແຕ່ທາງເວັບໄຊ joomla Lao ເພິ່ນແນະນຳໃຫ້ໃຊ້
www.000webhost.com ເພາະບໍ່ມີໂຄສະນາກວນໃຈ
ເຖິງວ່າເປັນ free webhost ແຕ່ຫລາຍເວັບໄຊ ກໍ່ມີ Cpanel ແລະ fantastico installer ທີ່ໃຫ້ຄວາມສະດວກກັບຜູ້ໃຊ້
4 ways to install Joomla
ທ່ານສາມາດ ໃຊ້ fantastico installer ເພື່ອເນລະມິດ ເວັບໄຊຈູມລາ ໃຫ້ກັບທ່ານ ພາຍໃນເວລາບໍ່ເຖິງ 10 ນາທີ
ຫລື ທ່ານເລືອກທີ່ຈະຕິດຕັ້ງແບບ manual :
4.1 Download Joomla ຈາກເວັບທີ່ໃຫ້ບໍລິການດາວໂຫລດ
4.2 Unzip files to folder
4.3 upload files ຜ່ານ ftp ຂັ້ນຕອນນີ້ ອາດກິນເວລາ ຫລາຍ ບາງເທື່ອ ກໍ່ເກືອບເຄິ່ງມື້
ຖ້າ webhosting ຂອງທ່ານ ມີ Cpanel ແມ່ນຈະຊ່ວຍປະຢັດເວລາໃນຂັ້ນຕອນນີ້ ຢ່າງຫລາຍ ເພາະສາມາດ ອັບໂຫລດ zip file ໄດ້ເລີຍ
4.4 ທຳການຕິດຕັ້ງດ້ວຍຕົນເອງ ໃຫ້ສຳເລັດ
ຄຳແນະນຳ : ການສ້າງດ້ວຍ fantastico installer ແມ່ນໃຊ້ເວລາສັ້ນ ແຕ່ມັກມີບັນຫາກັບພາສາລາວ ບໍ່ສາມາດຂຽນພາສາລາວໄດ້
ການຕິດຕັ້ງ ດ້ວຍຕົວເອງ ຊ້າແລະ ຫຍຸ້ງຍາກ ທີ່ສຸດ ຫລາຍຄົນບໍ່ສາມາດເຮັດສຳເລັດໄດ້ໃນຄັ້ງດຽວ