pnomsin's forum pnomsin's forum
work.gifpnomsin.comerection.gif
News: ການສົນທະນາ ຄືການແລກປ່ຽນປັນຍາ
ການໂຕ້ຖຽງ ຄືການແລກປ່ຽນຄວາມໂງ່ຈ້າ
 
*
Welcome, Guest. Please login or register.
Did you miss your activation email?
16-03-2010, 21:01:58


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ຄອມຫນ່ວຍດຽວຫລາຍຄົນໃຊ້ ປັນກັນແນວໃດບໍ່ໄດ້ກວນ file ກັນ  (Read 808 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« on: 18-12-2009, 14:19:49 »

ຄອມຫນ່ວຍດຽວກັນ ແຕ່ຫລາຍຄົນໃຊ້ນຳກັນ ແບ່ງກັນແນວໃດ ບໍ່ໃຫ້ກວນຟາຍກັນ
ຫລາຍສຳນັກງານແມ່ນມີຄອມພິວເຕີຈຳກັດ ຄົນໃຊ້ຄອມມີຫລາຍ ແຕ່ຄອມມີຫນ້ອຍ
ຈະເຮັດແນວໃດ
ບາງຄົນ ໃສ່ລະຫັດໄວ້ ບໍ່ຢາກໃຫ້ຄົນອື່ນໃຊ້ນຳ ເພາະຢ້ານຂໍ້ມູນຫາຍ ຫວງໄວ້ໃຊ້ຄົນດຽວ
ບາງຄົນ ຫ້າມຄົນອື່ນມາໃກ້ຄອມຕົນ ດ້ວຍສາຍເຫດດຽວກັນ
ແຕ່ແນວໃດກໍ່ດີ ຂ້າພະເຈົ້າຂໍສະເຫນີບາງແນວຄວາມຄິດດັ່ງນີ້
ວິທີ add new user ແບບວ່າ ແຕ່ລະຄົນ ທີ່ມາໃຊ້ ແມ່ນໃຫ້ໃສ່ຊື່ແລະ ລະຫັດຂອງຕົນເພື່ອເຂົ້າໄປໃຊ້ຄອມ
ວິທີນີ້ ວິນໂດວ ສາມາດຮອງຮັບໄດ້ ແຕ່ແລະວິນໂດ ຈະແບ່ງ ພື້ນທີ່ໃຫ້ແຕ່ລະຄົນໃຊ້ໂດຍບໍ່ກວນກັນ ໃນທີ່ນີ້ ແມ່ນ my documents ເຊິ່ງແຕ່ລະຄົນຈະເຂົ້າໄປໃຊ້ໄດ້ແຕ່ຂອງຕົນເອງ ບໍ່ສາມາດເຂົ້າຂອງຄົນອື່ນທີ່ມີລະຫັດ ນອກນີ້ວິນໂດ ຍັງຮັກສາ desktop ຂອງແຕ່ລະຄົນໃຫ້ແຕກຕ່າງກັນ ເປັນຕົ້ນແມ່ນພາບພື້ນຫລັງ
ຫມາຍເຫດ: ແຕ່ລະ user ສາມາດເຂົ້າໄປອ່ານຫລືແກ້ໄຂ ພື້ນທີ່ທີ່ໃຊ້ຮ່ວມກັນໄດ້ ໃນທີ່ນີ້ ແມ່ນ shared documents, shared music, shared pictures ນອກນັ້ນ ຍັງສາມາດເຂົ້າອ່ານ C: D:
ການ add user ແມ່ນ ຜູ້ທີ່ເປັນ administrator ຫລືເຈົ້າຂອງຄອມພິວເຕີເປັນຜູ້ສ້າງລາຍຊື່ຜູ້ໃຊ້ ນອກຈາກນັ້ນກໍ່ກຳນົດສິດໃຫ້ຜູ້ໃຊ້ແຕ່ລະຄົນ ໃຫ້ມີສິດນຳໃຊ້ແຕກຕ່າງກັນ ເຊັ່ນ ສາມາດນຳໃຊ້ຢ່າງດຽວ ບໍ່ສາມາດຕິດຕັ້ງໂປແກມ ຫລືຢ່າງອື່ນໆ
ສຳລັບຂ້າພະເຈົ້າ ແມ່ນໄດ້ ສ້າງ shared documents ໄວ້ໃຫ້ຄົນໃນລະບົບແລນ ເຂົ້າມາເປີດອ່ານ ຂໍ້ມູນໃນນັ້ນ ເຊັ່ນຮູບຖ່າຍ ແລະ ເພງ ແຕ່ບໍ່ມີສິດປ່ຽນແປງຂໍ້ມູນ ໂດຍຕັ້ງໃຫ້ເປັນ read-only
ນອກນັ້ນ ໃນຄອມພິວເຕີຂ້າພະເຈົ້າ ມີຜູ້ໃຊ້ 2 ຄົນ. 1 ແມ່ນຂ້າພະເຈົ້າເອງ ເປັນ administrator ເຂົ້າໃຊ້ດ້ວຍລະຫັດຜ່ານ. 2 ແມ່ນ guest ສາມາດເຂົ້າໃຊ້ໄດ້ໂດຍບໍ່ຈຳເປັນຕ້ອງມີລະຫັດ ແຕ່ມີສິດໃຊ້ຢ່າງຈຳກັດ ເຊິ່ງສິດດັ່ງກ່າວກຳນົດໂດຍຂ້າພະເຈົ້າເອງ
ວິທີການຕັ້ງ ແມ່ນໃຫ້ໄປທີ່ control panel ແລ້ວຢູ່ທີ່ user ໄປຕັ້ງຄ່າ on ໃຫ້ກັບ guest
Logged
au8ust
Full Member
***
Posts: 106



View Profile WWW
« Reply #1 on: 18-12-2009, 14:29:38 »

ກໍດີແລ້ວເດອ້າຍ Cheesy
Logged

bbbb
Newbie
*
Posts: 48



View Profile WWW
« Reply #2 on: 18-12-2009, 14:37:40 »

ແຕ່ແນວໃດຜູ້ເປັນ admin ກໍເຫັນໄຟລ໌ຄົນອື່ນ (user) ໄດ້ຄືເກົ່າ  Grin
Logged

Defago
Newbie
*
Posts: 3


Digital Anthro Artist

modo_druid@hotmail.com
View Profile WWW Email
« Reply #3 on: 18-12-2009, 18:57:37 »

ໃຊ້ລະບົບ Active Directory ກໍໄດ້. ໝົດບັນຫາ  Wink
ລອງສຶກສາວິທີເຮັດຕາມ Internet ເບິ່ງເດີ້ ເພາະເຮົາກໍບໍ່ຄ່ອຍຮູ້ລະອຽດ
ແຕ່ເຄີຍແປງ ເຄີຍໃຊ້ມາແລ້ວ.
Logged


ຮັກຈິງໃຈ
Jr. Member
**
Posts: 78


View Profile Email
« Reply #4 on: 19-12-2009, 10:30:15 »

ຖ້າມີໄຟລ໌ບໍ່ຫລາຍກ່ວາ 25G ແນະນຳເອົາໄປໄວ້ຢູ່ skydrive
http://www.windowslive.com/Online/SkyDrive
Logged
ກິ່ງແກ້ວ
Newbie
*
Posts: 1


View Profile Email
« Reply #5 on: 19-12-2009, 12:41:26 »

ຄັນຕອ້ງການບໍ່ຢາກໃຫ້ສັບປົນກັນ ກໍ່ໃຫ້ແຕ່ລະຄົນນຳໃຊ້ Flash USB Memory ຂອງໃຜຂອງມັນກໍອາດດີຄືກັນ
Logged
leo kaizer
Newbie
*
Posts: 1


View Profile
« Reply #6 on: 19-12-2009, 17:46:36 »

i suggest to use a " folder lock " or "lock folder" and combine with account management to protect the private data for each users  Grin ;
the second suggest is why don't you use the two of programs because you have only one computer but this computer have two users
such as first user use a folder lock,second one use a lock folder cuz you must put the secret password for this application to lock your own folder....try it , i hope it will work to you  Smiley my solution is simply but higher.
Logged
jarntua
Newbie
*
Posts: 1


View Profile Email
« Reply #7 on: 19-12-2009, 23:49:41 »

ก้อดีแล้วนี่ครับ คุรพนมสิน
Logged
ບ່າວບ້ານນາ
Newbie
*
Posts: 24



View Profile Email
« Reply #8 on: 21-12-2009, 10:24:32 »

ເລື້ອງຂອງການນຳໃຊ້ຄອມໜ່ວຍດຽວກັນ ສຳຫຼັບພວກເຮົາແລ້ວ ເຫັນວ່າບໍ່ມີບັນຫາຫຍັງ ເພາະຄອມໜ່ວຍນັ້ັ້ັ້ັັັັັນນຳໃຊ້ວຽກ ປະເພດຂອງ ເລຂານຸການ ເຊີ່ງເຂົາເຈົ້າສ້າງ Folder ຂອງໃຜລາວ ແລະ ສິ່ງສຳຄັນສຸດໆ ກໍຄື ຄວາມມີນ້ຳໃຈ ໄມຕີຈິດ ຊີວິດສົດຊື່ນ ນັ້ນເອງ ຄວາມຮັກແພງກັນໃຫ້ຫຼາຍໆ ດັ່ງນັ້ນເລື້ອງຂອງການກວນ File ນັ້ນຈະບໍ່ມີ ແຕ່ວ່າ ໃນເມື່ອກ່ອນນັ້ນ ກໍເຄີຍພົບພໍ້ບັນຫາຢູ່ຄືກັນ ຈະເປັນການນຳໃຊ້ Admin ກໍດີ, ນຳໃຊ້ Quest ກໍດີ ແຕ່ພວກເຮົາເຂົ້າໃຈວ່າ ເຮົາບໍ່ສາມາດປ້ອງກັນ Folder ໄດ້ ຖ້າຫາກໃຜຜູ້ນຶ່ງຕ້ອງການ Delete ຖີ້ມ, ຄວາມໝາຍກໍຄືວ່າ ຊ່ວຍບອກເຮົາແດ່ວ່າ ເຮົາມີວິທີປ້ອງກັນ Folder ດ້ວຍວິທິໃດ, ຈະເປັນການ Lock Folder ຫຼືການໃສ່ Pass word Folder ກໍໄດ້ນໍ ຖ້າເຮັດໄດ້ແນວນັ້ນ ພວກເຮົາກໍສາມາດນຳໃຊ້ຄອມໜ່ວຍດຽວກັນ ໂດຍບໍ່ຕ້ອງ Add User ເລີຍ. ເວົ້າຜິດ ຂໍໂທດເດີ້ ເພາະວ່າ ໝໍລຳຄົນນີ້ຄວາມຮູ້ບໍ່ຫລາຍ ບໍ່ຄ່ອຍມີພື້ນຖານທາງດ້ານຄອມ ປານໃດ, (ແບບນົກແກ້ວ ແຮໆໆໆໆ) ປີໃໝ່ແລ້ວເດີ້ ຜູ້ໃດໄດ້ອ່ານ ຂໍໃຫ້ມີໂຊກມີໄຊ ມີສຸຂະພາບເຂັ້ມແຂງ ຂໍໃຫ້ມີເງິນກ້ອນ ເງິນດອນເຕັມພາຖາດ ເງິນບາດມີເຕັມໂອ ເງິນຢູໂຣເຕັມຖົງ ເງິນດົງມີເຕັມຫີບ ເງິນກີບ 25 ຕື້ ເກັບໃວ້ຢູ່ BCEL ພຸ້ນເດີ້ ອາຍຸວັນໂນສຸກຂັງພະລັງເຖີ້ນ....
Logged

ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM