ບັນດາແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກພາຍຸເກດສະໜາ ໃນທ້າຍເດືອນກັນຍາ 2009 ຜ່ານມາ ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ຕ້ອງການໄດ້ຮັບ ການຊ່ວຍເຫຼືອຕາມພາກສ່ວນຕ່າງໆ ເພື່ອກັບຄືນສູ່ສະພາບເດີມ.
ດັ່ງນັ້ນ ກຸ່ມບໍລິສັດປານໂກ ຈຳກັດ (PANCO GROUP CO.LTD) ຈິ່ງມອບໝໍ້ແປງ 3 ໜ່ວຍ ມູນຄ່າ 57.500.000 ກີບ ໃຫ້ບັນດາແຂວງພາກໃຕ້ ທີ່ໄດ້ຮັບຜົນກະທົບດັ່ງກ່າວ ໃນທ້າຍເດືອນກັນຍາ 2009 ຜ່ານມາ.
ພິທີມອບຮັບໝໍ້ແປງໄດ້ມີຂຶ້ນໃນວັນທີ 16 ພະຈິກ 2009 ທີ່ກະຊວງແຮງງານສະຫວັດດີການ-ສັງຄົມ ເຊິ່ງແມ່ນທ່ານ ສົມບູນ ສີຫາລາດ ປະທານກຸ່ມ ບໍລິສັດປານໂກ ຈຳກັດ ເຊິ່ງຮັບໂດຍທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານສະຫວັດດີການ-ສັງຄົມ ໂດຍຊ້ອງໜ້າຂອງ ພະນັກງານທັງສອງຝ່າຍ.
ໃນໂອກາດນີ້ ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ສະຫວັດດີການ-ສັງຄົມ ກໍໄດ້ຕາງ ໜ້າໃຫ້ແກ່ລັດຖະບານ ສປປ ລາວ ກໍຄືປະຊາຊົນທັງ ຊາດ ໂດຍສະເພາະແມ່ນປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນອັນໃຫຍ່ຫຼວງໃນຄັ້ງນີ້ ເພາະວ່າເປັນສິ່ງຈຳ ເປັນອັນຮີບດ່ວນຕໍ່ການປົວແປງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກເສຍຫາຍ.
http://www.vientianemai.net/news.php?col=1&id=272