ຂ້າພະເຈົ້າ ໄດ້ໄປຮ່ວມງານວາງສະແດງສິນຄ້າແຫ່ງຫນຶ່ງ ທີ່ຈັດໂດຍສົມທົບກັບຄົນຕ່າງປະເທດ ຮ້ານສ່ວນໃຫຍ່ແມ່ນ ມາຈາກຕ່າງປະເທດ
ປ້າຍທີ່ເພິ່ນຕິດໂຊຢູ່ຮ້ານເພິ່ນພັດເປັນພາສາລາວ ເມື່ອພະຍາຍາມອ່ານແລ້ວ ກໍ່ອ່ານຍາກເຕີບ ເພາະບໍ່ປະກົດມີຕົວ "ນ" ຈັກໂຕ
ຂ້າພະເຈົ້າເອງ ກໍ່ປະສົບບັນຫາດຽວກັນ ຄືເວລາ copy ຂໍ້ມູນພາສາລາວ ຈາກເອກະສານທີ່ພິມດ້ວຍ font ຍອດນິຍົມຕະຫລອດການ saysettha Lao
ເມື່ອເຮົາ paste ລົງມາໃສ່ບ່ອນໃຫມ່ ປະກົດວ່າ ຕົວ "ນ" ບໍ່ຍອມມານຳ
ທ່ານ ສະມາຊິກເວັບບອດຄົນອື່ນໆເດ ເຫັນແນວນີ້ບໍ່ ແລະ ແກ້ກັນຢ່າງໃດ
ຫມາຍເຫດ ຂ້າພະເຈົ້າໃຊ້ Vista + Office 2007
ຂ້າພະເຈົ້າ ໄດ້ລອງ ໃຊ້ Google ຫາຄຳຕອບ ພົບແຕ່ກະທູ້ຈາກລາວຊ້າ
http://www.laozaa.com/archiver/tid-6684.html ເຊີິ່ງບໍ່ມີຄຳຕອບ