
ກອງທຶນ ກູເວດ ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ ໃນຮູບການເງິນກູ້ດອກເບ້ຍຜ່ອນຜັນ ໃຫ້ແກ່ລັດຖະບານ ສປປ ລາວ ມູນຄ່າ 7.350.000 ດີນາ (ສະກຸນເງິນກູເວດ) ຫຼື ປະມານ 223,213 ຕື້ກີບ ເພື່ອນຳໃຊ້ເຂົ້າໃນວຽກງານ ຂະແໜງພະລັງງານ ສຳລັບໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ (ນ້ຳທຸງ-ນ້ຳທາ-ນ້ຳໝໍ້).
ພິທີເຊັນສັນຍາເງິນກູ້ ສຳລັບໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ (ນ້ຳທຸງ-ນ້ຳທາ-ນ້ຳໝໍ້) ລະຫວ່າງລັດຖະບານລາວ-ກອງທືນກູເວດ ໄດ້ຈັດຂື້ນໃນວັນທີ 7 ມັງກອນ 2010 ທີ່ກະຊວງການເງິນ ຕາງໜ້າໃຫ້ລັດຖະບານລາວ ແມ່ນທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງການເງິນ ເຊັນສັນຍາເງິນກູ້ຢືມ ສ່ວນສັນຍາກໍ່ສ້າງໂຄງການ ແມ່ນທ່ານ ສະຫວາດ ພູມລາວັນ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ຕາງໜ້າໃຫ້ກອງທືນກູເວດ ຂື້ນເຊັນທັງສອງສັນຍາແມ່ນ ທ່ານ ເຮຊາມ ອານ-ວາກາຢານ (Hesham Al-Waqayan) ຮອງຜູ້ອຳນວຍການໃຫຍ່ ກອງທຶນກູເວດ ເຊິ່ງເຂົ້າຮ່ວມເປັນສັກຂີພິຍານ ມີທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ-ບໍ່ແຮ່ ທ່ານ ຮາຟີດສ ໂມຮາເມັດ ຊາເລັມ ອານອາຈມີ ເອກອັກຄະລັດຖະທູດກູເວດ ປະຈຳ ສປປ ລາວ ພ້ອມດ້ວຍບັນດາ ພາກສ່ວນກ່ຽວຂ້ອງ.
ໃນພິທີ ທ່ານ ສົມດີ ດວງດີ ໄດ້ກ່າວວ່າ: ສຳລັບໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ (ນ້ຳທຸງ-ນ້ຳທາ-ນ້ຳໝໍ້) ເຊິ່ງແມ່ນລັດວິສາຫະກິດ ເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ການເຊັນສັນຍາໃນມື້ນີ້ ຍິ່ງມີຄວາມສຳຄັນ ເນື່ອງຈາກເປັນສັນຍາເງິນກູ້ສະບັບທຳອິດ ທີ່ທັງສອງປະເທດ ຮ່ວມມືລົງນາມ ເຊິ່ງໂຄງການກໍ່ສ້າງດັ່ງກ່າວ ເປັນບູລິມະສິດ ທີ່ລະບຸໄວ້ໃນແຜນພັດທະນາ ເສດຖະກິດ-ສັງຄົມ ເປັນໂຄງການອັນຮີບດ່ວນ ຂອງວຽກງານໃນຂະແໜງພະລັງງານ ທີ່ຈະຕ້ອງໄດ້ປະຕິບັດ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ທົ່ວເຖິງ ແລະ ກ້າວໄປເຖິງ ການນຳໃຊ້ໄຟຟ້າ ເຂົ້າໃນໂຮງຈັກໂຮງງານ ເພື່ອທຳການຜະລິດໃຫ້ເປັນສິນຄ້າ ແນໃສ່ເພື່ອເຮັດໃຫ້ປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ແຕ່ນີ້ເຖິງປີ 2020.