ຜ່ານມາເຄີຍມີຫຼາຍໆຄົນ ມີບັນຫາກ່ຽວກັບການການນຳ file AutoCAD ເວີຊັນໃໝ່ໆ ເຊັ່ນ: 2005-08 ຈົນກະທັ້ງຮອດ 2010
ນຳມາເປີດຢູ່ເວີຊັນເກົ່າສຸດ ເຊັ່ນ: 2002 ຫຼື 2004 ບັນຫາມັນກໍ່ຄື: ເປີດບໍ່ໄດ້
ຖ້າຢາກເປີດໄດ້ກໍ່ຕ້ອງນຳໄປເປີດຢູ່ເວີຊັນໃໝ່ໆກ່ອນ ແລ້ວ save as files of type ເປັນ 2002 ຫຼື 2004 drawing ຈີ່ງຈະສາມາດນຳມາເປີດໄດ້
ສະນັ້ນ, ເພື່ອຄວາມສະດວກຕໍ່ການເຮັດວຽກແບບເປັນກຸ່ມ ສຳລັບຜູ້ທີ່ໃຊ້ AutoCAD ເວີຊັນລ້າສຸດ ສາມາດຕັ້ງຄ່າໄດ້.
Tool > Option > open and save > ຢູ່ທີ່ save as ໃຫ້ເລືອກເອົາ drawing ເວີຊັນຕຳ່ສຸດ ເຊັ່ນ: 2004 (AutoCAD2004/LT2004 Drawing) > OK
ພຽງແຕ່ເທົ່ານີ້ file AutoCAD ຂອງທ່ານກໍ່ສາມາດນຳໄປເປີດກັບໜ່ວອື່ນໆໄດ້ໂດຍບໍ່ຈຳເປັນຕ້ອງ Save as ຄືແຕ່ກ່ອນອີກ.