pnomsin's forum pnomsin's forum
work.gifpnomsin.comerection.gif
News: ຜູ້ຄິດການໃຫຍ່ ມັກຈະຖືກຕໍ່ຕ້ານ ຈາກຄົນທີ່ມີຄວາມຄິດຕື້ນໆ ສະເຫມີ
 
*
Welcome, Guest. Please login or register.
Did you miss your activation email?
16-03-2010, 21:05:58


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ເປີດສອນຫຼັກສູດປະລິນຍາຕຼີຕໍ່ເນື່ອງ ການເມືອງ-ການປົກຄອງ ພາກວັນເສົາ-ອາທິດ  (Read 586 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1054


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 04-02-2010, 16:55:25 »

- ອີງຕາມແຈ້ງການຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 185/ຄຈສພ ລົງວັນທີ 10/8/2006 ເຫັນດີໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດສອນຫຼັກສູດປະລິນຍາຕຼີການເມືອງ-ການປົກຄອງ(ຕໍ່ເນື່ອງ).

 

 - ຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 344/ສສ-ອສ ລົງວັນທີ 12/2/2007 ວ່າດ້ວຍການຮັບ ແລະ ອະນຸມັດໃຫ້ນຳໃຊ້ຫຼັກ ສູດປະລິນຍາຕຼີ ການເມືອງ-ການປົກຄອງ (ຕໍ່ເນື່ອງ 3 ສາຂາວິຊາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ).

 

ທາງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂໍແຈ້ງມາຍັງບັນດາກະຊວງ ອົງການຈັດຕັ້ງທຽບເທົ່າກະຊວງ ວິສາຫະກິດຂອງລັດ ແລະ ເອກະຊົນຊາບວ່າ: ປັດຈຸບັນສະຖາບັນໄດ້ເປີດຮັບນັກສຶກສາປະລິນຍາຕີເຊື່ອມຕໍ່ ການເມືອງ-ການປົກຄອງ (ພາກວັນເສົາ ແລະ ວັນອາທິດ) ຊຸດທີ I ສົກ ຮຽນ 2009-2010.

 

ສຳລັບທ່ານທີ່ສົນໃຈໃນຫຼັກສູດດັ່ງກ່າວ ໃຫ້ພົວພັນເອົາແບບຂຽນສະໜັກເຂົ້າຮຽນທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສີສະເກດ) ຫ້ອງ 104 ເລີ່ມມື້ນີ້ຈົນເຖິງວັນທີ 31/1/2010 ວັນຈັນ-ວັນອາທິດ ເວລາ 13:00 ໂມງຫາ 19:00 ໂມງ ໂທ/ແຟັກ: 021 223822, 5516682, 5555421.

 

1.ເງື່ອນໄຂຜູ້ທີ່ເຂົ້າຄົ້ນຄ້ວາ:

 - ແມ່ນຜູ້ທີ່ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ມີພອນສະຫວັນທາງດ້ານການນຳພາ ມີປະຫວັດດີຈະແຈ້ງ ມີ ເປົ້າໝາຍສ້າງເປັນພະນັກງານຫຼັກແຫຼ່ງໃນອະນາຄົດ.

- ຕ້ອງແມ່ນຜູ້ທີ່ຈົບຊັ້ນສູງສາຍວິທະຍາສາດສັງຄົມ ຫຼື ກ່ຽວຂ້ອງກັບສາຍຮຽນ ເຊັ່ນ: ສາຂາປັດຊະຍາ ກົດໝາຍ ເສດຖະສາດການເມືອງ ການປົກຄອງ ລັດ ການເມືອງວິທະຍາ ຄຸ້ມຄອງເສດຖະກິດ ບໍລິຫານທຸລະກິດເປັນຕົ້ນ.

- ຕ້ອງມີປະສົບການໃນໜ້າທີ່ວຽກງານ ອາຍຸກະສຽນເພດຍິງບໍ່ເກີນ 45 ປີ ແລະ ເພດຊາຍ 50 ປີ ມີສຸຂະພາບແຂງແຮງ.

- ຕ້ອງແມ່ນສະມາຊິກພັກ ປະຊາຊົນປະຕິວັດລາວ ແລະ ຕ້ອງໄດ້ຮັບອະນຸຍາດຈາກກົມກອງຂອງຕົນໃຫ້ເຂົ້າຮຽນ.

- ຕ້ອງຜ່ານການສອບເສັງ ແລະ ສຳພາດຕາມເງື່ອນໄຂທີ່ສະຖາບັນກຳນົດ.

- ພາຍຫຼັງຮຽນຈົບຫຼັກສູດນີ້ແລ້ວ ຈະໄດ້ຮັບປະກາສະນີຍະບັດປະລິນຍາຕຼີການເມືອງ ແລະ ການປົກຄອງຕາມສາຍລົງເລິກ.

ດັ່ງນັ້ນ ຈຶ່ງຮຽນມາຍັງທຸກພາກສ່ວນເພື່ອຊາບ.

http://www.vientianemai.net/news.php?col=1&id=837
Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM