pnomsin's forum
06-09-2010, 17:06:41 *
Welcome, Guest. Please login or register.
Did you miss your activation email?

Login with username, password and session length
News: ຜູ້ຄິດການໃຫຍ່ ມັກຈະຖືກຕໍ່ຕ້ານ ຈາກຄົນທີ່ມີຄວາມຄິດຕື້ນໆ ສະເຫມີ
 
   Home   Help Search Login Register  
Pages: [1]   Go Down
  Send this topic  |  Print  
Author Topic: ພະປ່ຽນໄປ  (Read 1721 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 29-10-2006, 11:56:36 »

ຫລັງຈາກຂ່າວ ກຕຟ ປະກາດການຈັດຕັ້ງໃຫມ່ ທີ່ໄດ້ໂພສໄວ້ ໃນເວັບບອດ ກໍ່ມີສາຍໂທລະສັບໂທເຂົ້າມາສະແດງຄວາມຍິນດີ ແລະ ແປກໃຈ ທີ່ພະນົມສິນໄດ້ຮັບຫນ້າທີ່ໃຫມ່
ຈາກທີ່ເຄີຍເປັນຄົນໃນວົງການເຕັກນິກໄຟຟ້າ ຫັນໄປເປັນຄົນການຕະຫລາດ ເຊິ່ງບໍ່ຫນ້າເຊື່ອວ່າ ຈະເປັນໄປ ເພາະພະນົມສິນ ຮຽນຈົບສາຍເຕັກນິກ ວິສະວະກຳໄຟຟ້າ
ສຳລັບຂ້າພະເຈົ້າແລ້ວ ມັກເຮັດໃນສິ່ງໃຫມ່ ແລະ ມັກຄວາມທ້າທາຍ ຖ້າມີການທາບທາມໃຫ້ໄປຢູ່ບ່ອນທີ່ເຄີຍຢູ່ມາ ຈະຕອບວ່າຂໍໄປບ່ອນທີ່ບໍ່ທັນເຄີຍຢູ່ມາກ່ອນ

ຕອນນີ້ ບໍລິສັດແຍກກັນກັບໄຟຟ້າລາວ ທີ່ຜ່ານມາຟຟລ ເປັນຄົນປ້ອນວຽກໃຫ້ ແລະ ຍັງຈະປ້ອນວຽກໃຫ້ອີກຕໍ່ໄປ ອີກສາມປີ ຈາກນັ້ນ ກໍ່ແມ່ນຕົວໃຜຕົວມັນ ແປວ່າ ກຕຟ ຕ້ອງຫາວຽກເອງ ແຂ່ງກັບບັນດາຄູ່ແຂ່ງ ໃນຕະຫລາດກໍ່ສ້າງ-ຕິດຕັ້ງໄຟຟ້າ ແລະ ຫ້ອງການທຸລະກິດການຕະຫລາດຖືກຕັ້ງຂຶ້ນມາ ເພື່ອຫລາຍເປົ້າຫມາຍ ທັງເພື່ອບໍລິຫານທຸລະກິດໃຫ້ມີກຳໄລ ແລະ ຊອກວຽກເຮັດ
ແຕ່ວຽກທີ່ຫົວຫນ້າມອບຫມາຍໃຫ້ເຮັດປະຈຸບັນ ຈະກ່ຽວກັຍລະບົບITຂອງບໍລິສັດ ແບບວິທີຄິດໄລ່ທາງທຸລະກິດຕ່າງໆ  ແລະ ລະບຽບການທາງທຸລະກິດ
ແລ້ວສິເຮັດໄດ້ບໍ່ ອັນນີ້ເປັນຄຳທ້າ ຖ້າເບິ່ງຕໍ່ໄປ
Logged

Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #1 on: 30-10-2006, 07:10:38 »

ທ່ານມັກເຮັດໃນສິ່ງໃຫມ່ ແລະ ມັກຄວາມທ້າທາຍ ມັນກໍ່ຖືກລະເດ ທ່ານ ຮຽນຈົບເຕັກນິກ ວິສະວະກຳໄຟຟ້າ ແຕ່ຖືກໄປເຮັດວຽກການຕະຫລາດ ນີ້ລະ ໃຫມ່ສຸດໆ ແລະ ທ້າທາຍສຸດໆເລີຍ. ສຳລັບຄົນວິຊາການ ຄືທ່ານ ແລ້ວເຮັດໄດ້ທຸກວຽກງານ, ວິຊາການໄຟຟ້າ ເຮັດວຽກການຕະຫລາດ ໄດ້ບໍ່ມີບັນຫາ. ອາດຈະບໍ່ຖືກ ກັບຈິດໃຈ ບາງອັນ ກໍ່ອົດທົນເອົາ ຖ້າເຮົາເຮັດໃດ້ ມັນກໍ່ເປັນຄວາມຮູ້ອັນໃຫມ່ໃຫ້ແກ່ເຮົາ ນີ້ລະເປັນສິ່ງ ໃຫມ່ ແລະ ທ້າທາຍທີ່ສຸດ.
ຂ້າພະເຈົ້າກໍ່ເຄີຍເຈີ ທຳນອງນີ້ມາແລ້ວ ທຳອິດກໍ່ເສຍຄວາມຮູ້ສຶກຫນ້ອຍຫນຶ່ງ ເພາະບໍ່ໄດ້ດັ່ງໃຈ ແຕ່ພໍເຮັດໄປແລ້ວມັນກໍ່ມ່ວນໆ ໄປ. ຄິດແຕ່ວ່າ ທຸກສິ່ງຢ່າງມັນຊິມີການປ່ຽນແປງອີກ.
 ດີແລ້ວ ຂໍສະແດງຄວາມຍິນດີນຳກັບຕຳແຫນ່ງໃຫມ່  ວ່າແຕ່ວ່າມື້ໃດຊິສະຫລອງບອກແດ່ເດີ.
« Last Edit: 30-10-2006, 07:16:48 by ບົວແກ້ວ » Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #2 on: 30-10-2006, 07:26:09 »

ຂອບໃຈສຳລັບກຳລັງໃຈ ແລະ ຄວາມຍິນດີ
ສ່ວນງານລ້ຽງສະຫລອງນັ້ນ ເພິ່ນຈັດແລ້ວ ທີ່ໂຮງແຮມລ້ານຊ້າງ ທ່ານລັດຖະມົນຕີກໍ່ເຂົ້າຮ່ວມ
ຖ້າໄປແຂວງວຽງຈັນພຸ້ນລະ ເຮົາຈຶ່ງສະຫລອງນຳກັນ
Logged

OS555
Administrator
Full Member
*****
Posts: 165



View Profile Email
« Reply #3 on: 31-10-2006, 10:14:29 »


ຂ້າພຳະເຈົ້າຄິດວ່າ ຖ້າຈະເຣັດແທ້ໆ ອັນໃດກະຄົງບໍຢາກ ເກີນຄວາມພະຍາຍາມ

ສຳລັບທ່ານພະນົມສິນແລ້ວເປັນຄົນທີ່ມີຄວາມຄິດ ເຕັກນິກທີ່ວ່ອງໄວ ແລະ ສະມາດ ປະຢຸກສິ່ງຕ່າງໆ ໄດ້ເປັນຢ່າງດີ
ຄິດວ່າທ່ານຄົງ ເຮັດໄດ້ ຢູ່ແລ້ວ ສູ້ເດີ້ ທ່ານ
Logged
ຢາກຮູ້
Jr. Member
**
Posts: 71


ຢາກຮູ້ຕ້ອງຮຽນ


View Profile
« Reply #4 on: 31-10-2006, 11:18:05 »

ແລ້ວເວັບບອດພະນົມສິນ ສິບໍ່ປ່ຽນໄປນຳຫວາ
ສິບໍ່ມີຫົວຂໍ້ດ້ານທຸລະກິດ ມາແທນ ຫົວຂໍ້ດ້ານເຕັກນິກຫວາ
Logged

Phetsalinh
Newbie
*
Posts: 2


View Profile Email
« Reply #5 on: 01-11-2006, 11:52:41 »

How can u be came marketing person instead of technical person?
I like your picture
I am worry about your change
I can't see you as marketing and economic person
Do you know 4P? it is test for marketing - Place, product, price & promotion

I have learned marketing at Lao-Japen center
4 months, Evening course 17:30-21:00

Than look at mobile phone company, how they promote their product, it seems that every company has own special things to promote

You have to be diffirent from other interm of product

Come to my house when you have time, i will give book to you

It is not very difficul to learn teory of marketing, but it is very difficul to practic. It is very similar to human resource management teory

Don't you miss your technique part?

Knowing a litle bite of every things, you can became "duck"
Do you know what is mean?

However I am in your side, don't worry
Desision was made, you just need to show off your ability


 
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC Valid XHTML 1.0! Valid CSS!