pnomsin's forum pnomsin's forum
work.gifpnomsin.comerection.gif
News: ເວັບສຳລັບຜູ້ໃຊ້ອິນເຕີເນັດມືໃຫມ່ http://laobeginner.blogspot.com.
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:04:21


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ພະນົມສິນ ບໍ່ໄດ້ຫນີໄປໃສ  (Read 1329 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 10-11-2006, 00:59:23 »

ຍາມໃດກະຢູ່ຕ່າງແຂວງ
ປານໃດສິກັບມາ
ມີຫລາຍແນວຢາກປຶກສາ
ມີຄຳຖາມກ່ຽວກັບເລື້ອງຄອມພິວເຕີ

ເຖິງວ່າຈະຂຶ້ນເຫນືອລົງໃຕ້ໄປຕາມຫນ້າທີ່ວຽກງານຕະຫລອດເວລາ ແຕ່ວ່າ ຕໍ່ຄຳຖາມເຫລົ່ານີ້ ຢາກຕອບວ່າ ພະນົມສິນ ບໍ່ໄດ້ຫນີໄປໃສ ຍັງຢູ່ໃນຫນ້າຈໍຄອມພິວເຕີ ຂອງແຕ່ລະຄົນ ໂດຍສະເພາະພະນັກງານກຕຟ ທີ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ທຸກເຄື່ອງ
ພຽງແຕ່SIGN IN ເຂົ້າໄປໃນ MESSENGER ກໍ່ຈະເຫັນຫນ້າຫລໍ່ໆ ຂອງພະນົມສິນ ໃນຫນ້າຈໍ ສາມາດສົ່ງຂໍ້ຄວາມໄດ້ ເປັນພາສາອັງກິດ ລາວ ຫລື ບ່ອນບໍໄດ້ຕິດຕັ້ງພາສາລາວທີ່ໃຊ້ກັບອິນເຕີເນັດ ກໍ່ມີຄົນໃຊ້ພາສາໄທແທນ ໂດຍສະເພາະ ຜູ້ທີ່ ອອນລາຍຈາກໂທລະສັບມືຖືທີ່ໃຊ້ ເບີ etl internet ໃນໂທະສັບມືຖື ຍັງບໍ່ມີພາສາລາວ
ຂໍພຽງແຕ່ອອນລາຍນຳກັນກໍ່ສາມາດສົ່ງfile ຫາກັນໄດ້ ລົມກັນທາງສຽງໄດ້ ແຕ່ຈຳເປັນຕ້ອງໃຊ້ microphone ສຽບໃສ່ຄອມພິວເຕີ ລົມກັນ,
ຖ້າຢາກເຫັນຫນ້າກັນກໍ່ສາມາດເຮັດໄດ້ ແຕ່ຈຳເປັນຕ້ອງມີ webcam ຫລືກ້ອງ
ໂອ້ຍ ພັນລະນາບໍ່ຫມົດ ເວົ້າມາແລ້ວສູ່ມື້ຍີ້ມັນຈັ່ງແມ່ນ hi-tech
ໃນເວລາທີ່ພະນັກງານກຕຟຫລາຍຄົນກຳລັງລຸຍວຽກສຳຫລວດອອກແບບໂຄງການພາກເຫນືອ ແລະພໍເຖິງເວລາແຕ້ມແບບດ້ວຍ autocad ພັດແນມຫາພີ່ລ້ຽງບໍເຫັນ ອຈ ສຸລິນທອນ ຍ້າຍອອກໄປແລ້ວ ອຈ ພະ ກໍ່ບໍ່ຢູ່ ບັນດາລູກສິດບໍມີທີ່ເພິ່ງ ໂທລະສັບໂທມາຈາກທຸກແຂວງພາກເຫນືອ ແກ້ບັນຫາ autocad ໃຫ້ແດ່ ຫລາຍຄົນໃຊ້ໂທລະສັບ ແຕ່ມີພຽງສອງຄົນທີ່ໃຊ້ເວັບບອດຂອງພະນົມສິນ ເຖິງແມ່ນວ່າຈະໄດ້ຄຳຕອບຊ້າ ບໍໄວເຫມືອນໂທລະສັບ ແຕ່ທາງໂທລະສັບກໍບໍໄດ້ຄຳຕອບທັນທີທຸກຄັ້ງດອກ ຕ້ອງເອົາຄຳຖາມໄປຄົ້ນຄວ້າແລະທົດລອງກ່ອນ ອີກຢ່າງຫນື່ງ ມັນກໍ່ບໍເຫັນພາບເວລາອະທິບາຍ
ສະຫລຸບວ່າ ພະນົມສິນ ບໍ່ໄດ້ຫນີໄປໃສ ຍັງຢູ່ໃນຫນ້າຈໍຄອມພິວເຕີ sign in ແລ້ວກໍ່ພົບກັບພະນົມສິນໄດ້ເລີຍ ແຕ່ໄລຍະນີ້ ເຂົ້າເນັດຜ່ານມືຖືຍາກຂະຫນາດ ອາດບໍ່ພໍ້ຫນ້າກັນ ຊັ້ນກໍຝາກຂໍ້ຄວາມໄວ້ທາງອີເມລ ຫລື ເວັບບອດກໍ່ແລ້ວກັນ
Logged

ຄາມ
Guest


Email
« Reply #1 on: 12-04-2007, 12:59:46 »

ຂ້ອຍຈະຮູ້ ທີ່ຢູ່ msn ຂອງເຈ້າໄດ້ແນວໃດ ລະ ເຜື່ອຂ້ອຍຢາກລົມນຳ Grin
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #2 on: 13-04-2007, 00:06:19 »

ສັງເກດ ຢູ່ກ້ອງຊື່ຂອງເຈົ້າ ມີຮູບຂອງຈົດຫມາຍ
ເມື່ອຂ້ອຍເອົາເມົ້າສ໌ ຊີ້ໃສ່ ມັນຈະໂຊ
sisongkhalm@yahoomail.com
ເທົ່ານີ້ ຂ້ອຍກໍ່ຮູ້ອິເມລເຈົ້າ

ຖ້າຢາກຮູ້ຂອງຂ້ອຍ ກໍ່ເຮັດແບບດຽວກັນ ເອົາ mouse ຊື້ໃສ່ຊອງຈົດຫມາຍ ຢູ່ທາງກ້ອງຊື່ຂອງຂ້ອຍ ກໍ່ຈະເຫັນ pnomsin@hotmail.com
ຍິນດີສະເຫມີ
Logged

Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM