pnomsin's forum
06-09-2010, 16:27:43 *
Welcome, Guest. Please login or register.
Did you miss your activation email?

Login with username, password and session length
News: ການສຶກສາສູງ ແຕ່ມາລະຍາດຊາມ ປຽບດັ່ງຕົ້ນໄມ້ສູງ ແຕ່ບໍ່ມີໃບ ເປັນທີ່ອາໄສຂອງໃຜບໍ່ໄດ້.
ມາລະຍາດງາມ ແຕ່ຂາດການສຶກສາ ປຽບເຫມືອນຕົ້ນໄມ້ ທີ່ມີໃບດົກຫນາ ແຕ່ລຳຕົ້ນເຕ້ຍ, ຊ່ວຍຕົນເອງໄດ້ ແຕ່ເປັນທີ່ອາໄສຂອງຄົນອື່ນບໍ່ໄດ້
 
   Home   Help Search Login Register  
Pages: [1]   Go Down
  Send this topic  |  Print  
Author Topic: ເປີດບອດ ສຳລັບແນະນຳບຸກຄົນ  (Read 814 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 18-01-2007, 17:20:58 »

ເວັບບອດພະນົມສິນ ໃນຕອນຕົ້ນບໍ່ໄດ້ຂຽນວ່າ my community ແຕ່ຂຽນວ່າເວທີນັກວິຊາການໄຟຟ້າ
ແຕ່ຈະວ່າໄປແລ້ວ ເຖິງວ່າຄົນເຮັດວຽກໃນແວດວົງໄຟຟ້າ ມີຈຳນວນນັບພັນກໍ່ຈິງ ແຕ່ໂອກາດທີ່ເຂົາເຈົ້າໄດ້ເຂົ້າຫ່ອິນເຕີເນັດນັ້ນ ມີຫນ້ອຍຫລາຍ
ອີກຢ່າງຫນຶ່ງສະມາຊິກໃນບອດ ກໍ່ມາຈາກຫລາກຫລາຍອາຊີບ ຫລາຍປະເທດ
ແຕ່ສິ່ງທີ່ເຫມືອນກັນກໍ່ຄືເຂົາເຈົ້າຍັງແວະວຽນມາ ໃນຖານະເພື່ອນຜູ້ໃຫ້ກຳລັງໃຈແກ່ພະນົມສິນ
ດັ່ງນັ່ນເຖິງເວລາແລ້ວທີ່ ພວກເຮົາຈະໄດ້ຮູ້ຈັກກັນດີຂຶ້ນ ພາຍໃນສະມາຊິກນຳກັນ
ຜູ້ທີ່ບໍ່ຕ້ອງການສະແດງໂຕ ກະຄືຜູ້ທີ່ປິດອີເມລຈາກສາທາລະນະ ກະບໍ່ວ່າກັນ ສັງຄົມບ້ານເຮົາ ເຖິງວ່າເປີດກວ້າງການນຳສະເຫນີ ແຕ່ຫລາຍຄົນຍັງບໍ່ກ້າ ເວົ້າວ່າຂີດຂຽນ
ນອກນັ້ນ ບຸກຄົນທີ່ດີເດ່ນ ຄົນເກ່ງ ແລະ ອື່ນໆ ກໍ່ຄົງຈະໄດ້ນຳມາແນະນຳໃຫ້ໄດ້ຮູ້ຈັກນຳກັນ ເຖິງວ່າບາງຄົນບໍ່ມັກຫນ້າ ມີອະຄະຕິຕໍ່ກັນ ກະພຽງແຕ່ ເບິ່ງຂ້າມສິ່ງທີ່ບໍ່ດີຂອງຜູ້ກ່ຽວ ແລະ ແນມຫາສິ່ງທີ່ດີໃນຕົວເຂົາ
ແລະເວັບບອດເຮົາກະແນ່ນອນ ຈະກ່າວເຖິງແຕ່ສິ່ງທີ່ດີໆ ສິ່ງທີ່ສ້າງສັນ ແລະ ເປັນປະໂຫຍດ ແກ່ສ່ວນລວມ

ລຳດັບການນຳສະເຫນີ ຈະບໍ່ລຽງລຳດັບແຕ່ຢ່າງໃດ ເອົາເປັນອັນວ່າ ເອົາຕາມໂອກາດ ແລະ ຄວາມພ້ອມຂອງຂໍ້ມູນ ເນາະ
ສຳລັບສະມາຊິກ ກະສາມາດແນະນຳຕົວເອງໄດ້ ແລະ ສາມາດແນະນຳເພື່ອນ ເຈົ້ານາຍ ບຸກຄົນອື່ນໆ ໃຫ້ພວກເຮົາໄດ້ຮູ້ຈັກນຳ
ເປີດຫົວເລື້ອງເທົ່ານີ້ສາກ່ອນ

Logged

ພໍ່ອີ່ແຕ໋ວ
Jr. Member
**
Posts: 50



View Profile
« Reply #1 on: 23-02-2007, 14:42:42 »

ເວົ້າໄວ້ກ່ອນເດີ້
ຫ້າມສຳພາດພໍ່ອີ່ແຕ໋ວ
ບໍ່ມີຄວາມຮູ້ຫຍັງພໍສິໃຫ້ສຳພາດດອກເດີ້
ບໍ່ຕ້ອງມາສຳພາດ
Logged

ອັນວ່າສຸລາເຫລົ້າ ກິນເມົາແລ້ວກະມ່ວນ
ຄັນກິນຫລາຍກໍ່ແຮ່ງອ້ວນ ກິນຫນ້ອຍສິຈ່ອຍລົງ
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC Valid XHTML 1.0! Valid CSS!