pnomsin's forum pnomsin's forum
work.gifpnomsin.comerection.gif
News: ຢ່າຮຽນແບບຈາກຜູ້ໃດ ແຕ່ໃຫ້ຮຽນຮູ້ຈາກທຸກຄົນ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 22:21:21


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: Attribute ແມ່ນຫຍັງ  (Read 3184 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 21-01-2007, 15:20:34 »


Attribute ແມ່ນຫຍັງ
ນັກແຕ້ມຫລາຍຄົນທີ່ຜ່ານໂຄງການ Ptd ຈະຮູ້ຈັກ ຂອບເຈ້ຍ ທີ່ໃຊ້ຂຽນຊື່ຜູ້ແຕ້ມ, ຜູ້ສຳຫລວດ, ມາດຕາສ່ວນ, ວັນທີ, ເລກທີ..
ເພື່ອທີ່ຈະປ່ຽນຫລືຂຽນຂໍ້ມູນເຂົ້າໄປ ຕ້ອງເຮັດຜ່ານຄຳສັ່ງ modify>object>attribute ແລ້ວຈະມີຟອມອອກມາໃຫ້ເພື່ອເພີ້ມຫລືແກ້ໄຂຂໍ້ຄວາມ
ຂໍ້ຄວາມພວກນັ້ນ ເປັນ attribute ຂອງ block ຊື່ paper_A3
ຂ້ອຍອອກແບບໄວ້ໃນສະໄຫມ Ptd ປີ 2000 ຫາ 2004 ແລະ ດຽວນີ້ກໍ່ຍັງໃຊ້ກັນຢູ່
attribute ຈະຢູ່ແຕ່ກັບ block
ໃນໂຄງການເກັບກຳຕາຂ່າຍໄຟຟ້າແຂວງບໍ່ແກ້ວ Attribute ຍັງນຳມາໃຊ້ກັບບລັອກ ເສົາໄຟຟ້າ ເພື່ອທຳເຄື່ອງຫມາຍ ເລກເສົາ ແລະ ປະເພດເສົາ(spec) ເມື່ອຄລິກໃສ່ເສົາ ຂໍ້ມູນຂອງເສົາ ຫລື ຫມໍ້ແປງກໍຈະໂຊອອກມາ (ສະດວກໃນວຽກຄຸ້ມຄອງຕາຂ່າຍ)
ນອກຈາກນີ້ ປະໂຫຍດຂອງ Attribute ຍັງມີອີກ
ເຮົາສາມາດສົ່ງຂໍ້ມູນນີ້ໄປປະເມີນຜົນ ນັບ ແຍກປະເພດ…ໃນ excel
ເຊັ່ນສ້າງຕາຕະລາງເລກເສົາ ຊະນິດເສົາ ຕຳແຫນ່ງເສົາໃນແຜນທີ່ ເພື່ອໂອນເຂົ້າຖານຂໍ້ມູນອີກຕໍ່ຫນຶ່ງ
ວິທີການໂອນຄ່າ attribute ໄປexcel ຈະອະທິບາຍໃນມື້ຕໍ່ໄປ
Logged

ກຳລັງຮຽນ
Full Member
***
Posts: 120


studying-eci@hotmail.com hou
View Profile
« Reply #1 on: 06-09-2007, 10:15:39 »

ຢາກສ້າງ ຂອບເຈ້ຍ ທີ່ໃຊ້ຂຽນຊື່ຜູ້ແຕ້ມ, ຜູ້ສຳຫລວດ, ມາດຕາສ່ວນ, ວັນທີ, ເລກທີ...

ເພາະອັນເກົ່າໄດ້ລະເບີດອອກໄປແລ້ວເລີຍຢາກສ້າງໃໝ່

ຂໍຄວາມຊ່ວຍເຫລືອອະທິບາຍລະອຽດໃຫ້ແດ່

"ຂອບໃຈລ່ວງຫນ້າ"
Logged
AAC
Sr. Member
****
Posts: 491


ຢາກຮູ້,ຢາກເກັ່ງຕ້ອງໝັ່ນສືກສາ


View Profile
« Reply #2 on: 25-02-2009, 13:34:59 »

ຢາກສ້າງ ຂອບເຈ້ຍ ທີ່ໃຊ້ຂຽນຊື່ຜູ້ແຕ້ມ, ຜູ້ສຳຫລວດ, ມາດຕາສ່ວນ, ວັນທີ, ເລກທີ...

ເພາະອັນເກົ່າໄດ້ລະເບີດອອກໄປແລ້ວເລີຍຢາກສ້າງໃໝ່

ຂໍຄວາມຊ່ວຍເຫລືອອະທິບາຍລະອຽດໃຫ້ແດ່

"ຂອບໃຈລ່ວງຫນ້າ"
ຢາກຮູ້ຄືກັນ
Logged

PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #3 on: 01-03-2009, 09:01:13 »

ຢ່າງທີ່ບອກໄປແລ້ວ
attribute ຈະຢູ່ແຕ່ກັບ block
ມັນເປັນສ່ວນຂະຫຍາຍຂອງ ບລັອກ ເພື່ອເຮັດປ້າຍໃຫ້ກັບບລັອກ

ໃນກໍລະນີເຮົາຢາກສ້າງ ຂອບເຈ້ຍ ສຳລັບເຊັນແຜນຜັງ
ເຮົາກໍ່ແຕ້ມດ້ວຍ ຄຳສັ່ງເສັ້ນແລະຕົວຫນັງສືຕາມປົກກະຕິ

ຕົວຢ່າງ

survey by  XXX
designed by XXX
Drawn by XXX

Checked by XXX
Approved by XXX
Scale XXX

ຫນັງສືອື່ນໆ ໃຫ້ໃຊ້ text ຂຽນ
ສ່ວນທີ່ ຂຽນດ້ວຍ XXX ໃຫ້ໃຊ້ Attribute ຂຽນ

ຈາກນັ້ນໃຫ້ເຮັດເປັນບລັອກ
ເມື່ອເປັນບລັອກແລ້ວ ເວລາຕ້ອງການແກ້ໄຂ ຂໍຄວາມ XXX ໃຫ້ໃຊ້ ຄຳສັ່ງ ແກ້ໄຂ Attribute

ການສ້າງຂອບເຈ້ຍແບບນີ້ ມັນດີກວ່າ ການສ້າງແບບ ບໍ່ມີ Attribute ຫນ້ອຍຫນຶ່ງ

ການສ້າງແບບບໍ່ມີ Attribute ແມ່ນເຮົາໃສ່ຊື່ຄົນ ດ້ວຍ text ເວລາ ຍ້າຍຂອບເຈ້ຍ ຕ້ອງລະວັງ ໃຫ້ໂຕຫນັງສືໄປນຳກັນກັບຂອບເຈ້ຍ
ເພາະບາງຄັ້ງມັນມັກຕົກເຮ່ຍ

ຖ້າເປັນແບບມີ Attribute ການຍັາຍແມ່ນບໍ່ມີບັນຫາ

ລອງເຮັດເບິ່ງ ຖ້າບໍ່ສຳເລັດ ກໍ່ຖາມມາໃຫມ່ ຕ້ອງຂໍອະໄພ ທີ່ບໍ່ໄດ້ໃຫ້ລາຍລະອຽດ ເທົ່າທີ່ຄວນ
ຄອມຂ້າພະເຈົ້າ ບໍ່ມີAutoCAD
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM