ປີໃຫມ່ກໍ່ກາຍມາໄດ້ປະມານເດືອນ1 ລະ
ຫາກໍ່ໄດ້ຮັບປຶ້ມບັນທຶກ ທີ່ເພິ່ນແຈກທຸກປີ ເພາະວ່າ ມົວແຕ່ໄປເວີ່ນຢູ່ສະຫນາມ ຫາກໍ່ໄດ້ເຂົ້າຫ້ອງການ
ເລີຍໄດ້ຮັບ ບັດອວຍພອນປີໃຫມ່ ແລະ ປຶ້ມບັນທຶກ ທີ່ເລຂາເກັບໄວ້ໃຫ້
ປີກາຍນີ້ໄດ້ປຶ້ມບັນທຶກ ຫົວນ້ອຍ1ຫົວ ແລະ ຫົວໃຫຍ່1ຫົວ
ຫົວໃຫຍ່ໄດ້ສະເພາະຄະນະພະແນກ
ນອກນັ້ນ ຍັງໄດ້ອີກ1ຫົວໃຫຍ່ ຈາກຄະນະຊາວຫນຸ່ມບໍລິສັດ
ປີນີ້ ໄດ້ຫົວນ້ອຍຫົວດຽວ ກັບປະຕິທິນ
ປະຕິທິນໄຟຟ້າປີນີ້ ມີຮູບສາວງາມ ຫລາຍຄົນຄົງຈະເຫັນ ແຕ່ບໍ່ຮູ້ຈັກ
ບໍ່ຮູ້ຊື່ສຽງ ແລະ ບ່ອນປະຈຳການ
ດັ່ງນັ້ນ, ເວັບມາສເຕີ ໄດ້ໄປເລາະເອົາຂໍ້ມູນ ມາສະເຫນີໃຫ້ຮູ້ຈັກກັບນາງສາວປະຕິທິນໄຟຟ້າ

ນາງ ເກດສະຫນາ ຈາກຫ້ອງການຮ່ວມທຶນ

ນາງ ທອນມະໂນໄລ ຫລວງທອງດີ ຈາກ ຫ້ອງການວາງແຜນລະບົບ

ນາງ ທິບພະຈັນ ເລຂາ ທ່ານອຳນວຍການ

ນາງ ຈິດລະດາ ຈາກຫ້ອງການ ການເງິນແລະຫນີ້ສິນ
ຖ້າວ່າເວັບມາສເຕີຫາກຜິດພາດປະການໃດ ຮີບຟ້າວສົ່ງຄຳຄິດເຫັນມາດ່ວນ ສຳລັບປະຕິທິນ ກຕຟ ຍັງບໍ່ທັນອອກ ຈະອອກໃນເດືອນ 2/2007, ປະຕິທິນ ກຕຟບໍ່ມີຮູບ, ມີແຕ່ logo