ມື້ນີ້ຕັ້ງໃຈຈະຂຽນບົດກ່ຽວກັບຕົວເອງຈັກຫນ່ອຍ
ແຕ່ກະຫລາຍວຽກແດ່ ບວກກັບວ່າ ມື້ນີ້ວັນທິດ ຄົງບໍ່ມີໃຜເຂົ້າມາເວັບເຮົາ ໂດຍສະເພາະຜູ້ທີ່ເຂົ້າການ ເພິ່ນໃຊ້ອິນເຕີເນັດຂອງຫ້ອງການເຂົ້າມາເວັບເຮົາ
ເປັນຫຍັງຈຶ່ງຢາກຂຽນບົດກ່ຽວກັບຕົວເອງ ? ກະຍ້ອນວ່າເຮົາຮູ້ຕົວເຮົາເອງດີ ກວ່າຜູ້ອື່ນ

ປົກກະຕິ ວັນສຳຄັນອັນໃດ ກໍ່ຕ້ອງກ່າວເຖິງຄວາມເປັນມາ ຂອງວັນດັ່ງກ່າວເປັນທຳມະດາ ບໍ່ວ່າຈະເປັນ ວັນເດັກ, ວັນຄຸູ,ວັນກຳມະກອນ, ວັນກອງທັບ...
ວັນນີ້ແມ່ນວັນຫຍັງ ? ວັນນີ້ແມ່ນວັນພະ ບໍ່ໄດ້ຫມາຍເຖິງວັນສິນ 8 ຄ່ຳ 15 ຄ່ຳເດີ້
ເປັນທັງວັນພະ ແລະວັນສິນ ເວົ້າໃຫ້ເຂົ້າໃຈງ່າຍ ແມ່ນ ວັນຄົບຮອບວັນເກີດ ຂອງພະນົມສິນ
http://pnomsin.hollosite.com/forum/index.php?topic=233.0ປີນີ້ກະເຖົ້າໄປຕື່ມ ລວມອາຍຸໄດ້ 38 ປີ
ບອກໄວ້ກ່ອນ ວ່າບໍ່ຕ້ອງການຂອງຂວັນ ບໍ່ຕ້ອງການຄຳອວຍພອນແບບໄຝ່ຝັນເທິງດວງດາວ ເຊັ່ນນອນຫລັບໃຫ້ໄດ້ເງິນຫມື່ນ ນອນຕື່ນໃຫ້ໄດ້ເງິນແສນ ,,,
ເຖ້ົາປານນີ້ກະຍັງເຮັດວັນເກີດຫວາ ທ່ານເລນິນ ທ່ານ ໄກສອນ ກະຍັງມີວັນເກີດ ອອກຂ່າວປະຈຳ
ວັນເກີດ ມີຄວາມສຳຄັນ ຄື ເປັນວັນສຳລັບຫວນຄືນວ່າ ໃນອາຍຸທີ່ເພີ້ມຂຶ້ນ ມີຜົນງານຫຍັງເພິ້ມຂຶ້ນແດ່ໃນຊີວິດ ຂອງຕົວເອງແທ້ໆ ບໍ່ແມ່ນຂອງວຽກງານ ບໍ່ແມ່ນຂອງຄອບຄົວ ແລະ ວາງແຜນຊີວິດຕໍ່ໄປແນວໃດ
ບາງຄົນ ອາຍຸຫລາຍຂຶ້ນ ແຕ່ກະຍັງລືມຕົວ ວ່າໂຕຍັງເປັນບ່າວ ຍັງປະຕິບັດພາລະກິດຂອງຜູ້ບ່າວຢູ່ຕະຫລອດ
ຕອນຍັງນ້ອຍ ແມ່ເຄີຍ ເລົ່ານິທານສູ່ຟັງ ກ່ຽວກັບອາຍຸຄົນ ເພິ່ນເລົ່າວ່າ ແຕ່ກ່ອນ ພະຍາແຖນ ໄດ້ສ້າງຄົນ ລີງ ຫມາ ແລະ ງົວຄວາຍ ເກີດມາເທິງໂລກ ເພິ່ນໃຫ້ ສັດທັງຫມົດ ໃຫ້ມີອາຍຸ ຜູ້ລະ ສາມສິບປີ
ຕໍ່ມາ ໄດ້ຕັດອາຍຸສັດຕ່າງໆ ໃຫ້ສັ້ນລົງ ແລ້ວມາຕື່ມໃສ່ໃຫ້ອາຍຸຂອງຄົນ ເຮັດໃຫ້ຄົນມີອາຍຸຍາວຂຶ້ນ ສ່ວນສັດທັງຫລາຍມີອາຍຸສັ້ນລົງ
ຄົນ ອາຍຸຮອດສາມສິບປີ ແມ່ນເປັນອາຍຸຂອງຕົນເອງ ເມື່ອອາຍຸ 30 ຫາ 50 ແມ່ນຄົນໃຊ້ອາຍຸຂອງງົວຄວາຍ ເວລານີ້ຄົນພາກັນອອກແຮງງານຫນັກ ສ້າງເນື້ອສ້າງຕົວ ສ້າງຄວາມເປັນປຶກແຜ່ນແກ່ຄອບຄົວ ແລະ ລູກເຕົ້າ
ເມື່ອອາຍຸ 50 ຫາ 70 ແມ່ນໃຊ້ອາຍຸຂອງຫຍັງກະບໍ່ຈື່ຄັກ ສົງໄສແມ່ນລີງເປັນເວລາທີ່ຄົນມັກຄວາມສະຫນຸກສະຫນານ ເຮຮາມ່ວນຊື່ນສະເຫວີຍສຸກຈາກ ການອອກແຮງງານສ້າງເນື້ອສ້າງຕົວມາ, ສ່ວນ 70 ຫາ 90 ແມ່ນອາຍຸຫມາ ພວກຄົນບໍ່ໄປໃສນອກຈາກເຝົ້າເຮືອນ
ເມື່ອປຽບຊີວິດຕົນໃສ່ກັບ ນິທານຂ້າງເທິງ ຈະເຫັນວ່າ ຕົວເອງເຂົ້າສູ່ອາຍຸງົວຄວາຍມາແລ້ວ 8ປີ ແຕ່ກໍ່ຍັງບໍ່ທັນ ມີຜົນສຳເລັດໃນຊີວິດເທົ່າກັບເອື້ອຍອ້າຍນ້ອງ ຂອງຕົນເທື່ອ ພວກເຂົາມີຄອບຄົວ ມີເຮືອນຢູ່ ມີລົດຂັບ ກັນຫມົດແລ້ວ
ສ່ວນໂຕເອງຍັງລືມຕົວລືມອາຍຸຢູ່ ສະນັ້ນ ວັນເກີດ ຍັງເປັນວັນເຕືອນອາຍຸຂອງເຮົາ ບໍ່ໃຫ້ລືມ
ເອົາລະ ອະລຳພະບົດມາຍາວຢຽດ ເຂົ້າເລື້ອງດີກວ່າ ວ່າຈະຂຽນກ່ຽວກັບຕົວເອງ ແຕ່ວ່າ ບໍ່ຈັກສິເລີ້ມຈາກໃສເພາະເກີດມາກໍ່ດົນແລ້ວ ເລື້ອງລາວໃນຊີວິດກໍ່ມີຫລາຍ ດັ່ງນັ້ນ, ຄິດວ່າສິໃຫ້ໂອກາດສະມາຊິກໃນເວັບບອດ ໄດ້ຊັກຖາມ ກ່ຽວກັບພະນົມສິນ ພ້ອມກັນນັ້ນ ດັ່ງທີ່ໄດ້ກ່າວມາຂ້າງເທິງ ວ່າບໍ່ຕ້ອງການຄຳອວຍພອນ ແລ້ວຕ້ອງການຫຍັງ?
ຕ້ອງການ ຄຳຕິຊົມ ເພື່ອ້ເບິ່ງວ່າແຕ່ລະປີ ຄຳຕິຊົມມັນຈະຫລຸດລົງຫລືຈະເພິ້ມຂຶ້ນ ຖ້າຮັກກັນຈິງ ຕ້ອງເອົາຄຳຕິຊົມມາຝາກ
1 .ຫາຄຳຕິຊົມມາ 2 ຖ້າບໍ່ສາມາດຫາໄດ້ຍ້ອນບໍ່ຮູ້ຈັກພະນົມສິນດີ ແມ່ນສາມາດຕັ້ງຄຳຖາມເພື່ອ ສຳພາດໄດ້
ຖ້າແຕ່ລະຄົນເຂົ້າໃຈກະຕິກາແລ້ວ
ເລີ້ມເລີຍ