ຂອບໃຈ ຊາຍສະຫວັນ ສຳລັບ ຄຳຕອບ ທີ່ຫນ້າປະທັບໃຈ
ປະທັບໃຈທີ່ຄົນລາວ ກໍ່ຄືຄົນໄຟຟ້າລາວ ມີຄວາມຕັ້ງໃຈໃນການພັດທະນາຕົນເອງ ແລະພັດທະນາອົງກອນຂອງຕົນໃຫ້ກ້າວຫນ້າ
ທີ່ວ່າຮຽນໄອທີ ຈາກເວັບເຮົາ ກະແປກດີ ເພາະບໍ່ຄ່ອຍເຂົ້າໃຈຄວາມຫມາຍ ບໍ່ຮູ້ວ່າເວັບເຮົາກະມີນຳເພິ່ນ
ປົກກະຕິຄັນເລື້ອງໄອທີ ແລ້ວ ແມ່ນ ຕ້ອງຄິດເຖິງເວັບຂອງ os555 -
Lao IT communityIT ຫລື Infomation technology ເປັນວິຊາການດ້ານຂໍ້ມູນຂ່າວສານ
ຄັ້ງຫນຶ່ງຂ້ອຍເຄີຍຖືກເລືອກໃຫ້ໄປຮຽນວິຊານີ້ ທີ່ ຮຮ ເອເລັກໂຕຣ ຮຽນເອົາຊັ້ນສູງ ຮຽນ 2ປີ (ເອົາມາຫຍັງລະ ກະດຽວໄດ້ປະລິນຍາໂທແລ້ວ)
ເມື່ອນາຍແຕ່ງໄປກໍ່ຕ້ອງໄປ
ຕ້ອງມີການສອບເສງ ເສງເລກຊັ້ນສູງ, ພາສາ ແລະ ຄອມພິວເຕີ
ໃນວິຊາຄອມພິວເຕີ ກະວ່າຍາກ ເພາະເຮົາມັນມວຍວັດ (ບໍ່ແມ່ນວັດເສົ້າຫລິນດອກ) ເປັນໂດຍບໍ່ຜ່ານໂຮງຮຽນ ດ້ານທິດສະດີຈຶ່ງບໍ່ແຂງ
ໃນບົດເສງ ປະກອບດ້ວຍ ຄຳຖາມກ່ຽວກັບ ຮາດແວ, ຖານຂໍ້ມູນ, ເຄືອຂ່າຍ, ອິນເຕີເນັດ ..(ເວັບເຮົາກະເວົ້າເລື້ອງ ອິນເຕີເນັດ

ເຊິ່ງເປັນສ່ວນຫນຶ່ງຂອງໄອທີ)
ຈື່ວ່າມີຂໍ້ຫນຶ່ງຖາມວ່າ 1 kilobyte ມີຈັກ byte ຖ້າແມ່ນວິຊາໄຟຟ້າ 1 kiloX = 1000X ແຕ່ໃນ ໄອທີ ແລ້ວໃຊ້ບໍ່ໄດ້
ແຕ່ວ່າເສັງຜ່ານໄປໄດ້ ຜ່ານເຂົ້າຮອບສຳພາດ ແລ້ວກະ ເລີຍ ຕົກ

ກັບມາຖືກນາຍຮ້າຍ ນາຍວ່າເຮົາເຈດຕະນາ ບໍ່ຢາກຮຽນ ເຈດຕະນາຕົກສຳພາດ
