pnomsin's forum pnomsin's forum
work.gifpnomsin.comerection.gif
News: ຢ່າຮຽນແບບຈາກຜູ້ໃດ ແຕ່ໃຫ້ຮຽນຮູ້ຈາກທຸກຄົນ
 
*
Welcome, Guest. Please login or register.
Did you miss your activation email?
31-07-2010, 21:50:21


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ມາຮູ້ຈັກກັບ ບົວແກ້ວ (Ding)  (Read 2054 times)
0 Members and 1 Guest are viewing this topic.
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« on: 29-03-2007, 16:25:12 »

ດັ່ງທີ່ ໄດ້ແຈ້ງໃຫ້ຮູ້ ວ່າຈະມີການແນະນຳກັນແລະກັນໃນບອດນີ້
ສ່ວນຈະເລີ້ມຈາກໃຜກ່ອນນັ້ນ ກະຂຶ້ນກັບໂອກາດ ແລະ ໄດ້ເລີ້ມກັບ ຊາຍສະຫວັນໄປແລ້ວ
ບາດນີ້ ມາຮູ້ຈັກກັບອີກຫນຶ່ງໃນສະມາຊິກເວັບບອດເຮົາ ນັ້ນກະຄື ບົວແກ້ວ
 
ບົວແກ້ວ ເປັນສະມາຊິກ ໃນເວບບອດມາດົນ ແລະ ໄດ້ ເຂົ້າຮ່ວມ ທຸກກິດຈະກຳຂອງທີ່ນີ້  ເບິ່ງຈາກ ຈຳນວນ post ແມ່ນຫລາຍ
ແລ້ວລາວແມ່ນໃຜ ຄົງບໍ່ມີໃຜຮູ້ດີໄປກວ່າລາວ

ເອົາລະ ເຮົາມາສຳພາດ ບົວແກ້ວກັນດີກວ່າ
 
1 ບົວແກ້ວ  ຫລິ້ນອິນເຕີເນັດມາດົນປານໃດແລ້ວ
2 ມັກເຂົ້າເວັບໃດແດ່ ທັງຂອງລາວ ແລະ ຕ່າງປະເທດ
3 ຕ້ອງການເປີດເຜີຍຕົວເອງຕໍ່ສາທາລະນະຊົນຫລືບໍ່  ຊື່ບົວແກ້ວ  ເປັນຊື່ແທ້ ຫລື ນາມປາກກາ
4 ໃຊ້ເວລາກັບອິນເຕີເນັດມື້ລະຈັກຊົ່ວໂມງ ແລະ ອອນລາຍຈາກໃສ ຄອມສ່ວນຕົວ ຄອມຫ້ອງການ ຫລື ຮ້ານເນັດ
5 ສົນໃຈຫຍັງເປັນພິເສດ ໃນອິນເຕີເນັດ ແລະ ໃນເວັບບອດເຮົາ
6 ບ່ອນທີ່ ບົວແກ້ວ ຢູ່ ມີຄົນໃຊ້ອິນເຕີເນັດຫລາຍປານໃດ ແລະ ໃຊ້ໄປເຮັດຫຍັງ
7 ມີຄຳແນະນຳໃນການໃຊ້ອິນເຕີເນັດແນວໃດ ມາແນະນຳສະມາຊິກ ໃນບອດ ຫລື ໃນຫ້ອງການ
ເອົາເທົ່ານີ້ກ່ອນ  ຖ້າໃຜຈະສຳພາດຕື່ມ ກະເຊີນໄດ້
« Last Edit: 08-05-2008, 12:54:24 by PPPP » Logged

ແວວຄຳ2
Guest


Email
« Reply #1 on: 29-03-2007, 17:07:54 »

ຂໍຖາມເພີ້ມເຕີມ:
1. ບົວແກ້ວ ສ້າງຄອບຄົວແລ້ວບໍ່ ?
2.ເຮັດວຽກນຳອົງການໃດ?
3.ຮູ້ຈັກກັບເວບໄຊ້ຂອງ ອາຈານ ພະໄດ້ແນວໃດ? ມີຜູ້ແນະນຳໃຫ້ ຫຼື ຄົ້ນຫາດ້ວຍຕົນເອງ ?
ເອົາລະ ເທົ່ານີ້ ກ່ອນເນາະ.
Logged
Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #2 on: 30-03-2007, 13:21:54 »

ດ້ວຍຄວາມຍິນດີ ທີ່ຈະແນະນຳຕົວເອງ:
ບົວແກ້ວ ເປັນຊື່ແທ້ ຂອງຂ້າພະເຈົ້າເອງ, ຂ້າພະເຈົ້າເຈົ້າເປັນຄົນທັງເຂດພິເສດໄຊສົມບູນເກົ່າ ປະຈຸບັນ ເຮັດວຽກຢູ່ໄຟຟ້າສາຂາແຂວງວຽງຈັນ ສຳນັກງານຕັ້ງຢູ່ ບ້ານ ໂພນຫມີ ເມືອງວຽງຄຳ ແຂວງວຽງຈັນ. 
ຂ້າພະເຈົ້າໄດ້ຮູ້ຈັກ ເວບ pnomsin ກໍ່ຫວ່າງປີກວ່າມານີ້ເອງ ແລະ ກໍ່ຮູ້ຈັກກັບເຈົ້າຂອງເວບນີ້ ທາງ Internet ປະຈຸບັນນີ້ກໍ່ໄດ້ເຈີກັນເລື້ອຍກັບ ທ່ານ ພະນົມສິນ ເພາະເພິ່ນເປັນຜູ້ຮັບຜິດຊອບສິດສອນພະນັກງານໄຟຟ້າ ໂຄງການ GPS ແຂວງວຽງຈັນ, ຊ່ວງນີ້ຄືຊິແມ່ນເພິ່ນວຽກຫລາຍຈຶ່ງບໍ່ມີໂອກາດໄດ້ຕຳຈອກກັນດົນເຕີບແລ້ວ.

ບ່ອນທີ່ຂ້າພະເຈົ້າເຮັດວຽກ ເລື່ອງ Internet ນັ້ນບໍ່ທັນກວ້າງຂວາງປານໃດ ບໍ່ທັນມີຄົນໃຊ້ຫລາຍເທົ່ທີ່ຄວນ. ສັງເກດເຫັນວ່າເຂດ ເມືອງໂພນໂຮງ, ແກ້ວອຸດົມ,ວຽງຄຳ ບໍ່ທັນມີ ຮ້ານເນັດຈັກຮ້ານເທື່ອ . ຂ້າພະເຈົ້າໃຊ້ Internet ກໍ່ແມ່ນໃຊ້ເຄື່ອງຂອງຕົວເອງ ຕອນຢູ່ເຮືອນເປັນສ່ວນໃຫຍ່.
ຂ້າພະເຈົ້າດີໃຈທີ່ໄດ້ຮູ້ຈັກກັບຫລາຍຄົນໂດຍສະເພາະສຳມະຊິກເວບພະນົມສິນ ເພາະສ່ວນໃຫຍ່ຈະແມ່ນຄົນໄຟຟ້າລາວ ເຊິ່ງກໍ່ໄດ້ແລກປ່ຽນຄວາມຄິດຄວາມເຫັນໃນເລື່ອງວິຊາການ ແລະ ກໍ່ປະສົບການຕ່າງໆ.
ຖາມວ່າ ຫລິ້ນ Internet ດົນປານໃດແລ້ວນັ້ນກໍ່ບໍ່ທັນດົນປານໃດ ກໍ່ຫາຊິຮູ້ຈັກຫວ່າງເຂົ້າມາສຶກສາຮ່ຳຮຽນຢູ່ວຽງຈັນ ປະມານ ສິບກ່າວປີມານີ້ ແຕ່ກີ້ຕອນຢູ່ບ້ານ ບໍ່ທັນຮູ້ຈັກ Computer ຊ້ຳ ດອກ.
ສຳລັບຄຳຖາມວ່າສ້າງຄອບຄົວແລ້ວບໍ  ແມ່ນສ້າງແລ້ວ ປະຈຸບັນຄອບຄົວກໍ່ຢູ່ ແຂວງວຽງຈັນ.
ຂອບໃຈ ທຸກທ່ານທີ່ໃຫ້ຄວາມສົນໃຈ ຍິນດີຮູ້ຈັກກັບທຸກທ່ານໃນໂລກ Internet ເພື່ອການຮຽນຮູ້ ແລະ ແລກປ່ຽນປະສົບການ ບົນເສັ້ນທາງການທຳມາຫາກິນ ໃນສັງຄົມນີ້.
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #3 on: 31-03-2007, 10:14:36 »


Quote
ຮູ້ຈັກ ເວບ pnomsin ກໍ່ຫວ່າງປີກວ່າມານີ້ເອງ
  ເວັບເຮົາເປີດໃຊ້ ວັນທີ 1/4/2006 ອາຍຸບໍ່ທັນຄົບ1ປີຊ້ຳ  Smiley
Quote
ເມືອງໂພນໂຮງ, ແກ້ວອຸດົມ,ວຽງຄຳ ບໍ່ທັນມີ ຮ້ານເນັດຈັກຮ້ານເທື່ອ
ແຕ່ເມືອງໂພນໂຮງກຳລັງຈະມີສະລອຍນ້ຳແຫ່ງທຳອິດຂອງແຂວງວຽງຈັນ(ເອະບໍ່ຮູ້ວ່າຢູ່ວັງວຽງມີສະລອຍນ້ຳຫລືບໍ່)  ແລະ ຟຟລ ສາຂາແຂວງວຽງຈັນ ກໍ່ກຳລັງຈະມີ internet ແລ້ວເດ ຂ່າວດີບໍ່ແມ່ນຫວາ
Quote
ຊ່ວງນີ້ຄືຊິແມ່ນເພິ່ນວຽກຫລາຍຈຶ່ງບໍ່ມີໂອກາດໄດ້ຕຳຈອກກັນດົນເຕີບແລ້ວ.
ຕຳຈອກກັນຄັ້ງສຸດທ້າຍ ເມື່ອປີໃຫມ່ສາກົນ

ຊ້ວງນີ້ ຕ້ອງຟ້າວແລ່ນຂຶ້ນລົດເມຕິເບາະ ເພາະລົດຖ້ຽວແລງ ມັນຫາຍາກ

ຫນ້າຈະຕອບໄປເທື່ອລະຂໍ້ເນາະ
1 ມັກເຂົ້າເວັບໃດແດ່ ທັງຂອງລາວ ແລະ ຕ່າງປະເທດ
2 ໃຊ້ເວລາກັບອິນເຕີເນັດມື້ລະຈັກຊົ່ວໂມງ ເປັນຫຍັງມັກນອນເດິກ ບາງເທື່ອ 2-3 ໂມງກາງຄືນຍັງເຫັນເຂົ້າມາຕອບກະທູ້ ພວກໄອທີ ທັງຫລາຍ ນັບທັງ Au8ust os555 ນອນເດິກກັນທັງຫມົດ ເປັນຫຍັງ?
3 ສົນໃຈຫຍັງເປັນພິເສດ ໃນອິນເຕີເນັດ  ໄອທີ? ສົນໃຈຈະເປັນເຈົ້າຂອງເວັບບໍ່ ? ຖ້າໃຫ້ບໍລິຫານເວັບພະນົມສິນ ຈະບໍລິຫານໄປແບບໃດ ເພື່ອໃຫ້ ມີຄົນເຂົ້າມາອ່ານຫລາຍຍິ່ງຂຶ້ນ ?
4 ເມື່ອມີອິນເຕີເນັດແລ້ວ ຈະແນະນຳໃຫ້ແກ່ພະນັກງານຟຟລແຂວງວຽງຈັນ ໃຊ້ອິນເຕີເນັດແນວໃດ ເພື່ອໃຫ້ເປັນຜົນດີແກ່ວຽກງານຫລາຍກວ່າເກົ່າ
ອັນນີ້ ແມ່ນ ຖາມຕື່ມ
Logged

Ding
Full Member
***
Posts: 141


ນັກສູ້ຜູ້ຍິ່ງໃຫຍ່


View Profile
« Reply #4 on: 01-04-2007, 07:58:09 »

ເອົາລະເພິ່ນຢ້ຳມາ ຕອບເພີ່ມເຕີມກໍ່ເພີ່ມ :
1. ເວບທີ່ເຂົ້າເລື້ອຍກໍ່ແມ່ນ pnomsin.hollosite.com, mahasan.com,inlao.net ...
ແລະອື່ນໆ. ສ່ວນຫລາຍຈະໃຊ້ໃນການຊອກຫາຮຽນຮູ້ທາງດ້ານວິຊາການ ແລະກໍ່ເຂົ້າເວບ ໂປ້ບາງຄັ້ງຄາວ ອິ..ອິ..ອິ.   
2. ກໍ່ບໍ່ປົກກະຕິໃນການເຂົ້າອິນເຕີເນັດໃນແຕ່ລະມື້ ແຕ່ກໍ່ເກືອບວ່າທຸກມື້ ບາງມື້ກໍ່ນອນເດິກຄືທ່ານພະນົມສິນວ່າແທ້.
3. ກໍ່ສົນໃຈຫລາຍຢ່າງ ທົ່ວໆໄປ . ທີ່ວ່າສົນໃຈເປັນເຈົ້າຂອງເວບບໍ່ ກໍ່ສົນໃຈຢູ່. ເວບພະນົມສິນມີລັກສະນະທີ່ເປັນວິຊາການທາງດ້ານໄຟຟ້າຫລາຍ ນອກນັ້ນກໍ່ມີ IT ...ອື່ນໆ.
ແຕ່ວ່າຈະບໍລິຫານແບບໃດນັ້ນກໍ່ຄົງຈະແບບທົ່ວໄປແຕ່ຂ້າພະເຈົ້າຄິດວ່າການເປັນເຈົ້າຂອງເວບມັນບໍ່ຍາກ ແຕ່ການທີ່ຈະເຮັດໃຫ້ເວບມີຄວາມສົນໃຈຈາກຜູ້ຄົນນັ້ນມັນຂ້ອນຂ້າງຍາກ. ແຕ່ຖ້າທ່ານ ພະນົມສິນຈະໃຫ້ບໍລິຫານແທ້ໆກໍ່ຈະລອງເບິ່ງ ແຕ່ຜົນຈະອອກມາເປັນແນວໃດນັ້ນຍັງບໍ່ຮູ້ ບໍ່ດີຂຶ້ນກໍ່ມີແຕ່ພັງ ເນາະ. ແນວໃດກໍ່ຈະຂໍຮຽນເອົາ.

ທາງໄຟຟ້າສາຂາແຂວງວຽງຈັນກໍ່ກຳລັງຈະມີ ອິເຕີເນັດໃຊ້ແລ້ວ, ທີ່ຜ່ານມາຍອມຮັບວ່າຍັງບໍ່ທັນກວ້າງຂວາງປານໃດ ປະຈຸບັນກໍ່ມີແຕ່ໂຄງການ GPS  ແລະ ພະແນກໃບບິນທີ່ຕ້ອງໄດ້ໃຊ້. ນອກນັ້ນເທົ່າທີ່ຂ້າພະເຈົ້າຮູ້ຄົນທີ່ໃຊ້ ອິນເຕີເນັດກໍ່ມີ ສອງສາມຄົນເທົ່ານັ້ນ ແລະພະນັກງານສ່ວນໃຫ່ຍຍັງບໍ່ທັນຮູ້ຈັກ ອາດເປັນເພາະທາງສາຂາບໍ່ທັນຕິດຕັ້ງ. ເມື່ອມີແລ້ວກໍ່ຄົງຈະດີຂຶ້ນຫລາຍ ຂ້າພະເຈົ້າກໍ່ຈະແນະນຳໃຫ້ທຸກຄົນທີ່ສົນໃຈໃນສິ່ງທີ່ຂ້າພະເຈົ້າຮູ້ ແລະສາມາດແນະນຳໄດ້ໃຫ້ຫມູນໃຊ້ເຂົ້າໃນວຽກງານໃຫ້ມີປະໂຫຍດສູງສຸດ.
Logged
ACSR
Administrator
Hero Member
*****
Posts: 1077


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #5 on: 03-04-2007, 17:01:53 »

 ຢາກຮູ້ໄອເດຍທ່ານກ່ຽວກັບການບໍລິຫານເວັບ ແຕ່ບໍ່ຍອມບອກເຄັດລັບເລີຍ
Logged

malenkii
Newbie
*
Posts: 36

УЧИТЬСЯ УЧИТЬСЯ И УЧИТЬСЯ


View Profile
« Reply #6 on: 01-05-2007, 05:05:27 »

ໃນເມື່ອທ່ານມີຄວາມຕັ້ງໃຈທີ່ຈະຖ່າຍທອດປະສົບການທາງອິນເຕີເນັດ ໃຫ້ເພື່ອນໆພາຍໃນຫ້ອງການ ແມ່ນດີຫລາຍ
ທ່ານ ເຫັນວ່າ http://laobeginner.blogspot.com ເປັນແນວໃດ


Logged

КТО ИЩЕТ ТОТ НАХОДИТ   ຜູ້ໃດຊອກຫາ ຜູ້ນັ້ນຊອກເຫັນ
PPPP
Administrator
Hero Member
*****
Posts: 1278

ນັກການຕະຫລາດມືໃຫມ


View Profile WWW Email
« Reply #7 on: 15-05-2007, 16:06:50 »

ເວັບບລັອກນັ້ນ ແມ່ນສຳລັບ ຜູ້ຫລິ້ນອິນເຕີເນັດມືໃຫມ່
ທ່ານບົວແກ້ວ ເພິ່ນຊຳນານແລ້ວ ເພິ່ນແນະນຳເອງໄດ້ ເພິ່ນກະຮູ້ເວັບໂປ້ຫລາຍເວັບຢູ່ ຄົງພໍແນະນຳໄດ້  Grin Grin Grin Grin
Logged
bounthieng
Newbie
*
Posts: 6


View Profile Email
« Reply #8 on: 14-10-2008, 15:22:29 »

ຂໍຖາມເພີ້ມເຕີມ:
1. ບົວແກ້ວ ສ້າງຄອບຄົວແລ້ວບໍ່ ?
2.ເຮັດວຽກນຳອົງການໃດ?
3.ຮູ້ຈັກກັບເວບໄຊ້ຂອງ ອາຈານ ພະໄດ້ແນວໃດ? ມີຜູ້ແນະນຳໃຫ້ ຫຼື ຄົ້ນຫາດ້ວຍຕົນເອງ ?
ເອົາລະ ເທົ່ານີ້ ກ່ອນເນາະ.
Logged
noudsavanh
Newbie
*
Posts: 31


ນຸດສະຫວັນ


View Profile
« Reply #9 on: 06-03-2009, 00:46:31 »

ยินดีที่ได้รู้จัก
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM