ບໍລິສັດພິມພາ ປະສົມໄຊ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ຮັບອະນຸມັດຈາກລັດຖະບານ ກໍຄືກະຊວງພະລັງງານ-ບໍ່ແຮ່ ໃນການກໍ່ສ້າງຕາຂ່າຍ ແລະ ຕິດຕັ້ງໝໍ້ແປງ ເຂົ້າໃນຂອບເຂດເມືອງໄຊຍະບູລີ ຊຽງຮອນ ແລະ ຫົງສາ ໂດຍໃຊ້ທຶນກໍ່ສ້າງເຖິງ 67,099 ຕື້ກ່ວາກີບ ໂດຍມີໄລຍະໃນການກໍ່ສ້າງ 2 ປີ 6 ເດືອນ.
ພິທີເຊັນສັນຍາໂຄງການຂະຫຍາຍຕາຂ່າຍໄຟຟ້າແຮງດັນກາງ 22 ກິໂລໂວນ ແຮງດັນຕ່ຳ 0,4 ກິໂລໂວນ ແລະ ຕິດຕັ້ງໝໍ້ແປງໄຟຟ້າເຂົ້າໃນເຂດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2011 ຜ່ານມາ ທີ່ໂຮງແຮມລາວພລາຊາ ຊຶ່ງຝ່າຍເຈົ້າຂອງໂຄງການ ແມ່ນທ່ານ ດຣ.ບຸນເຖິງ ເພັງທະວົງສາ ຫົວໜ້າຫ້ອງວ່າການກະຊວງພະລັງງານ-ບໍ່ແຮ່ ແລະ ຝ່າຍຮັບເໝົາແມ່ນທ່ານນາງ ພິມພາ ພຶງປະສົມໄຊ ຜູ້ອຳນວຍການບໍລິສັດພິມພາ ປະສົມໄຊ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຊຶ່ງມີທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ-ບໍ່ແຮ່ ທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ-ການລົງທຶນ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວແມ່ນປະກອບມີ ການກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າແຮງດັນກາງ 22 ກິໂລໂວນ ມີຄວາມຍາວ 191 ກິໂລແມັດ ແຮງຕ່ຳ 0,4 ກິໂລໂວນ ມີລວງຍາວທັງໝົດ 34 ກິໂລແມັດ ແລະ ຕິດຕັ້ງໝໍ້ແປງໄຟຟ້າ 24 ຊຸດ ທີ່ມີກຳລັງແຮງຕິດຕັ້ງທັງໝົດ 1.500 ກິໂລໂວນ ຊຶ່ງພາຍຫຼັງທີ່ໂຄງການສ້າງສຳເລັດ ຈະສາມາດສະໜອງໄຟຟ້າໃຫ້ປະຊາຊົນ 1.036 ຄອບຄົວ ໃນຈຳນວນ 23 ບ້ານ.
http://www.vientianemai.net/teen/khao/1/3890