pnomsin's forum pnomsin's forum
work.gifpnomsin.comerection.gif
News: ຖ້າຢາກສຳເລັດ ຈົ່ງຊອກຫາຄຳແນະນຳຈາກຜູ້ທີ່ປະສົບຄວາມສຳເລັດ
ຖ້າຢາກຫລົ້ມຈົມ ຈົ່ງຊອກຫາຄຳແນະນຳຈາກຜູ້ທີ່ບໍ່ເຄີຍປະສົບຄວາມສຳເລັດມາກ່ອນ

 
*
Welcome, Guest. Please login or register.
Did you miss your activation email?
21-03-2010, 06:10:47


Login with username, password and session length



Pages: [1] 2   Go Down
  Send this topic  |  Print  
Author Topic: ບໍ່ເຫັນ folder ໃນ USB  (Read 6299 times)
0 Members and 1 Guest are viewing this topic.
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« on: 18-03-2008, 23:16:54 »

ມື້ວານນີ້ ໄດ້ເອົາ USB ໄປສຽບເຂົ້າ Notebook ຂອງໝູ່

ແຕ່ບາດເອົາມາສຽບເຂົ້າ ຄອມເຈົ້າຂອງເອງ ປະກົດວ່າ Anti Virus ທຳງານຢ່າງໜັກ

ຕໍ່ມາ ກວດເບີ່ງບັນດາ folder ທີ່ຢູ່ໃນ USB ບໍ່ເຫັນຈັກອັນ ແຕ່ File ເອກະສານທີ່ປະໄວ້ນອກ folder ພັດຍັງເຫັນຢູ່

ທ່ານຜູ້ຮູ້ ຊ່ວແນະນຳແດ່ຄວນເຮັດແນວໃດ?
Logged
duong
Full Member
***
Posts: 237



View Profile Email
« Reply #1 on: 19-03-2008, 11:49:00 »

ບັນຫາທີ່ທ່ານວ່າມານັ້ນຍ້ອນໄວລັດ ໄປ Hide ໂຟເດີ້ຂອງທ່ານໄວ້, ຂໍ້ມູນຂອງທ່ານບໍ່ໄດ້ເສຍໄປໃສດອກ
ເພື່ອໃຫ້ເຫັນຟາຍທີ່ຖືກເຊື່ອງນັ້ນແມ່ນໄປເປີດລະບົບ Hide ດັ່ງນີ້
ເຮັດຕາມຮູບເລີຍ




ໃຫ້ໝາຍເຄື່ອງໝາຍຕາມຮູບເລີຍ  Grin  ແລ້ວເຂົ້າໄປເປີດ USB ໃໝ່ເບີ່ງເດີ້
ຍັງບໍ່ເຂົ້າໃຈອັນໃດຖາມຕື່ມເດີ້
Logged

Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #2 on: 19-03-2008, 12:13:23 »

ຂອບໃຈ

ໃຊ້ໄດ້ຜົນ, ເຫັນອອກມາແລ້ວ

ແຕ່ວ່າ ໂພນເດີ ຈະເປັນສີຈາງໆ  ສີບໍ່ເຂັ້ມຄືໂພນເດີ ຢູ່ຊ່ອງອື່ນ

ເຮັາຄວນເຮັດແນວໃດຕື່ມ ເພື່ອຢາກໃຫ້ສີຂອງໂພນເດີ ເຂັ້ມຄືໂຕອື່ນໆ
Logged
PPPP
Administrator
Hero Member
*****
Posts: 1256

ນັກການຕະຫລາດມືໃຫມ


View Profile WWW Email
« Reply #3 on: 19-03-2008, 13:26:50 »

ລອງ ຄລິກຂວາ ໃສ່ໂຟລເດີ ແລ້ວກວດ property
ປົດ hidden ອອກ ຖ້າເຫັນ
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #4 on: 19-03-2008, 14:29:30 »

ປົດອອກບໍ່ໄດ້  ມັນບໍ່ໂຊວ ເພື່ອປົດ
Logged
laoav man
Newbie
*
Posts: 5


View Profile
« Reply #5 on: 19-03-2008, 15:39:54 »

ລອງເອົາວິທີນີ້ໄປໃຊ້ເບີ່ງ

http://laoav.byinter.net/plugins/forum/forum_viewtopic.php?79.last
Logged
Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #6 on: 19-03-2008, 17:38:24 »

ມີວິທີການແກ້ໄຂດັ່ງນີ້
1. Start...>Run
2. Type Cmd ແລ້ວ Enter
3. ແລ້ວເຂົ້າໃນ Dos
ໃຫ້ທ່ານສັງເກດເບີ່ງວ່າ USB ຂອງທ່ານແມ່ນເປັນ ຊ່ອງໃດ
ຕົວຢ່າງ:
F:\ ແມ່ນຊ່ອງ USB Drive
ໃນ Dos ໃຫ້ພິມ F: ແລ້ວ Enter
ມັນຈະຢູ່ໃນລັກສະນະນີ້
F:\>
ໃຫ້ທ່ານພີມຄຳສັ່ງນີ້ໃສ່ຕໍ່ຈາກ F:\>
F:\>attrib -h -s /D /S ແລ້ວ Enter ຖ້າຈົນແລ້ວ
Folder ທີ່ຖືກ ເຊື່ອງໄວ້ກໍ່ຈະກັບມາປົກກະຕິ



ຍັງບໍ່ໄດ້ເທື່ອ
ມັນຈະອອກມາແບບນີ້:

'F' is not recognized as an internal or external command operable program or batch file

ຊ່ວຍອະທິບາຍຕື່ມໃຫ້ແດ່

ຂອບໃຈ


Logged
laoav man
Newbie
*
Posts: 5


View Profile
« Reply #7 on: 20-03-2008, 09:04:33 »

ບາງທີ່ມັນອາດເປັນນຳບາງ ໄຟລ ຫລື ໂພນເດີ ມີບ່ອນເສຍຫາຍ

http://support.microsoft.com/kb/103368

ແຕ່ທ່ານສາມາດເຫັນໄດ້ ໂພນເດີທີ່ຖືກ ເຊື່ອງໄວ້ແມ່ນບໍ

ມີວິທີ່ໜື່ງແມ່ນ ເຮັດເທື່ອລະໂຟນເດີ ດັ່ງນີ້


ຕົວຢ່າງ

F:\>attrib -s -h  ຕາມດ້ວຍຊື່ ໂພນເດີ    ແລ້ວ Enter

ສີ່ງສຳຄັນໃນ Dos ມັນອ່ານຊື່ໄຟລ ແລະ ໂຟນເດີໄດ້ 8 ຕົວ ທີ່ມີຍະວ່າງ

ຕົວຢ່າງ

ຖ້າຊື່ໂຟນເດີ    ຫາກກາຍ  8 ຂື້ນໄປ

   My Documents  ໃນ Dos ແມ່ນ  Mydocu~1

ລອງເບີ່ງເດີ

Logged
duong
Full Member
***
Posts: 237



View Profile Email
« Reply #8 on: 20-03-2008, 12:46:51 »

ມັນມີໂປແກມທີເຮັດໃຫ້ສາມາດປົດ Hide folder ໄດ້, ດຽວຈະຊອກມາໃຫ້  Grin
Logged

Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #9 on: 20-03-2008, 16:35:58 »

ຂອບໃຈອີກເທື່ອນື່ງ ທຸກໆທ່ານ ທີ່ພະຍາຍາມຊ່ວຍເຫຼຼືອ ແຕ່ມັນກໍ່ຍັງບໍ່ໄດ້ຄືເກົ່າ

ແລະ ກຳລັງລໍຖ້າ ວິທີຕ່າງໆ ຢູ່ Angry
Logged
duong
Full Member
***
Posts: 237



View Profile Email
« Reply #10 on: 20-03-2008, 22:34:40 »

ເຖິງ: ທ່ານກຳລັງຮຽນ

ເອົາວິທີນີ້ໄປໃຊ້ລອງເບີ່ງເດີ້  Grin (ລອງມາແລ້ວ)

start >> Run >> ພິມ Attrib -h G:\*.* /s /d (ຫຼືອາດຈະ Copy ໄປວາງກໍ່ໄດ້)

( ໃນຄຳສັ່ງນັ້ນ G (ແມ່ນຊ່ອງ USB), ຖ້າໃນ ຖ້າໃນຄອມຂອງທ່ານແມ່ນຊື່ອື່ນກໍ່ໃຫ້ໝຍຕາມນັ້ນ )

ກົດ Ok

ຈາກນັ້ນ folder ທີ່ຖືກ Hidden ກໍ່ຈະກັບມາໂຊຄືເກົ່າ  Grin Grin Grin Grin


« Last Edit: 20-03-2008, 22:39:11 by duong » Logged

ACSR
Administrator
Hero Member
*****
Posts: 1055


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #11 on: 20-03-2008, 22:39:55 »

ທ່ານ studying ມີຜຸ້ຊ່ວຍທີ່ດີ ຕັ້ງຫລາຍຄົນ ທີ່ຕັ້ງໃຈມາແກ້ບັນຫາໃຫ້ ພິເສດແມ່ນສະມາຊິກ ທີ່ມາໃຫມ່ ຄື laoav man
Logged

Studying
Full Member
***
Posts: 125


ກ່າມັນຄົນກຳລັງຮຽນ


View Profile
« Reply #12 on: 22-03-2008, 20:25:09 »

ແຮ່ແຮ່ ຫາກໍ່ມີເວລາມາຢາມມອງ ຫວັງວ່າຄົງບໍ່ວ່າກັນ

ເຮັດໄດ້ແລ້ວເດີ

ຂອບໃຈຫລາຍໆເດີທ່ານ  duong,  laoav man ລວມທັງພາກສ່ວນ Admin ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ
Logged
duong
Full Member
***
Posts: 237



View Profile Email
« Reply #13 on: 22-03-2008, 22:16:23 »

ບໍ່ເປັນຫຍັງ  Grin, ຕ້ອງຂອບໃຈທ່ານ Admin ທີ່ສ້າງ Forums ນີ້ຂື້ນມາເພື່ອເປັນບ່ອນສົນທະນານຳກັນ
Logged

ACSR
Administrator
Hero Member
*****
Posts: 1055


ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile WWW Email
« Reply #14 on: 23-03-2008, 22:33:59 »

Quote
ຕ້ອງຂອບໃຈທ່ານ Admin ທີ່ສ້າງ Forums ນີ້ຂື້ນມາເພື່ອເປັນບ່ອນສົນທະນານຳກັນ

ຍ້ອງກັນເອງຊັ້ນບໍ

ຢາກບອກວ່າ ຄົນສ້າງເວັບບອດ ມີຫລາຍ (ນັບທັງທ່ານ duong)
ແຕ່ຄົນເຂົ້າມາໃຊ້ຕ່າງຫາກ ທີ່ເປັນຜູ້ສ້າງເນື້ອໃນຕ່າງໆ ໃຫ້ກັບເວັບບອດ
ແມ່ນບໍ່?
Logged

Pages: [1] 2   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.11 | SMF © 2006-2009, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM