pnomsin's forum pnomsin's forum
work.gifpnomsin.comerection.gif
News: ດີແຕ່ພຽງໂສມຫນ້າ ຫາກໃຈຊາມ ຢ່າຄົບສູ່ ໄດ໋ເນີ
ເພາະວ່າເພື່ອນແບບນີ້ ມີໄວ້ກໍ່ໄປເຮືອງ ທ່ານເອີຍ
ສ ທິບທ່ຽງຈັນທຣ໌
 
*
Welcome, Guest. Please login or register. 22-12-2009, 14:55:57


Login with username, password and session length



Pages: [1]   Go Down
  Send this topic  |  Print  
Author Topic: ການຕິດຕັ້ງໄຟຟ້າ ຈາກເມືອງຫລວງນໍ້າທາ ຫາເມືອງນາແລ  (Read 76 times)
0 Members and 1 Guest are viewing this topic.
PPPP
Administrator
Hero Member
*****
Posts: 1218

ນັກການຕະຫລາດມືໃຫມ


View Profile WWW Email
« on: 16-10-2009, 15:19:20 »

ການຕິດຕັ້ງໄຟຟ້າຈາກເມືອງຫລວງນໍ້າທາ
ຫາເມືອງນາແລສຳເລັດແລ້ວ 75%
ໂຄງການຕິດຕັ້ງໄຟ ຟ້າຈາກເມືອງຫລວງນຳ້ທາຫາ ເມືອງນາແລ ແຂວງຫລວງນຳ້ ທາ ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະ ຕິບັດມາແຕ່ທ້າຍເດືອນເມສາ ປີ 2009 ໂດຍແມ່ນ ບໍລິສັດ ເຮືອງປະເສີດ ກໍ່ສ້າງ ເປັນຜູ້ ຮັບເຫມົາຕິດຕັ້ງໃນມູນຄ່າ 29 ຕື້ 700 ລ້ານກີບ ໂດຍໄດ້ຮັບ ທຶນກໍ່ສ້າງຈາກລັດຖະບານ, ໂຄງການຕິດຕັ້ງໄຟຟ້າຈາກ ເມືອງຫລວງນຳ້ທາຫາເມືອງ ນາແລ ເຊິ່ງມີຄວາມຍາວທັງ ຫມົດ 71,395 ກິໂລແມັດ ເຊິ່ງ ຈະໄດ້ຕິດຕັ້ງຫມໍ້ແປງ 100 ກິ ໂລໂວນ 5 ຫນ່ວຍ 50 ກິໂລ ໂວນ 5 ຫນ່ວຍ ແລະ 30 ກິໂລ ໂວນ 17 ຫນ່ວຍ, ເດີນຕາ ຂ່າຍ 0,4 ກິໂລວັດ ໃສ່ເທສະບານເມືອງ ແລະ ບ້ານເປົ້າຫມາຍມີ ຄວາມຍາວ 19 ກິໂລແມັດ, ການປະຕິບັດວຽກງານໂດຍ ໄດ້ແບ່ງອອກເປັນ 3 ຫນ້າວຽກ ເຊັ່ນ: ວຽກງານສ່ອງກ້ອງແລະ ປັກແລວ,ວຽກງານຕັ້ງເສົາແລະ ວຽກງານດຶງສາຍ ແລະ ຕິດຕັ້ງ ໃນການຈັດຕັ້ງປະຕິບັດວຽກ ງານຜ່ານມາ ເຊິ່ງໄດ້ສຳເລັດ ໄປບາງສ່ວນເຊັ່ນ: ວຽກງານ ສ່ອງກ້ອງ ແລະ ປັກແລວມາ ເຖິງປະຈຸບັນໄດ້ສຳເລັດ100% ວຽກງານຕັ້ງເສົາແຮງກາງສຳ ເລັດ 100%, ວຽກງານຕັ້ງເສົາ ແຮງຕໍ່າສຳເລັດ 10% ແລະ ວຽກງານດຶງສາຍສຳເລັດ 65% ລວມຫນ້າວຽກທັງຫມົດມາ ເຖິງປະຈຸບັນໄດ້ສຳເລັດໄປ ແລ້ວ 75% ຂອງຫນ້າວຽກ, ຄາດວ່າການຕິດຕັ້ງ ແລະ ເປີດ ໃຫ້ປະຊາຊົນໄດ້ຊົມໃຊ້ພາຍ ໃນຕົ້ນເດືອນຕຸລານີ້, ມາໃນ ວັນທີ 29 ສິງຫາ 2009 ນີ້ ທ່ານ ອາລຸນ ລໍຄຳໂຫລຍ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງ ພ້ອມດ້ວຍຄະນະ ແລະ ທ່ານ ຫລ້າຄຳດີ ຫົວຫນ້າ ບໍລິສັດ ເຮືອງປະເສີດກໍສ້າງ ໄດ້ລົງຕິດ ຕາມກວດກາເບິ່ງໂຄງການດັ່ງ ກ່າວທີ່ມີຂໍ້ສະດວກ ແລະ ຫຍຸ້ງ ຍາກ ເພື່ອພ້ອມກັນແກ້ໄຂ ໂດຍມີການສົມທົບກັບທາງ ຄະນະພັກ ອຳນາດການປົກ ຄອງ ແລະ ພາກສ່ວນທີ່ກ່ຽວ ຂ້ອງພາຍໃນເມືອງນາແລ ເພື່ອ ໃຫ້ໂຄງການດັ່ງກ່າວໄດ້ສຳ ເລັດຕາມແຜນການທີ່ໄດ້ວາງ ໄວ້ ແລະ ເພື່ອເປັນການສ້າງ ຜົນງານຂໍ່ານັບຮັບຕ້ອນກອງ ປະຊຸມຂອງອົງຄະນະພັກ ເມືອງນາແລ ທີ່ຈະຈັດຂຶ້ນໃນ ມໍ່ໆນີ້. ພາຍຫລັງການຕິດຕັ້ງ ໄຟຟ້າສຳເລັດຈະເຮັດໃຫ້ປະ ຊາຊົນທີ່ຕັ້ງຖິ່ນຖານລຽບຕາມ ແມ່ນຳ້ທາຂອງເມືອງຫລວງນຳ້ ທາຈຳນວນ 3 ບ້ານ, 2 ບ້ານ ເມືອງນາຫມໍ້ ແລະ ປະຊາຊົນ ພາຍໃນເມືອງນາແລຈຳນວນ 22 ບ້ານ ລວມທັງຫມົດ 1.397 ຄອບຄົວໄດ້ຊົມໃຊ້ໄຟຟ້າດັ່ງ ກ່າວ. ຫມາກຜົນດັ່ງກ່າວເພື່ອ ເຮັດໃຫ້ປະຊາຊົນພາຍໃນ ເມືອງນາແລໃຫ້ມີໄຟຟ້າຊົມ ໃຊ້ເຂົ້າໃນການດຳລົງຊີວິດມີ ຄວາມສະດວກດີຂຶ້ນກວ່າເກົ່າ ເປົ້າຫມາຍລວມເພື່ອເຮັດໃຫ້ ເມືອງນາແລ ເຊິ່ງເປັນເມືອງທີ່ ທຸກຍາກທີ່ສຸດຢູ່ແຂວງຫລວງ ນຳ້ທາ ເຊິ່ງເປັນເມືອງວິລະຊົນ ໃຫ້ຫລຸດພົ້ນອອກຈາກຄວາມ ທຸກຍາກໃຫ້ບັນລຸຕາມແນວ ທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂ ຄວາມທຸກຍາກໃຫ້ແກ່ປະຊາ ຊົນ ແລະ ກ້າວໄປເຖິງນຳພາປະ ເທດຊາດຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາໃນປີ 2020.

http://www.pasaxon.org.la/content/9-9-09/news6.htm
Logged
Pages: [1]   Go Up
  Send this topic  |  Print  
 
Jump to:  

Powered by MySQL Powered by PHP Powered by SMF 1.1.4 | SMF © 2006-2007, Simple Machines LLC

Valid XHTML 1.0! Valid CSS! Dilber MC Theme by HarzeM